ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທ ປະກາດວ່າ ເຫດລະເບີດ ທີ່ບາງກອກ ພົວພັນກັບ ພວກຄ້າມະນຸດ ຊາວວີເກີ ໃນຈີນ


ຕຳຫຼວດ ທຳການສືບສວນສອບສວນ ໃນເຫດລະເບີດ ທີ່ສານເຈົ້າເອຣະວັນໃນບາງກອກ, 18 ສິງຫາ 2015.
ຕຳຫຼວດ ທຳການສືບສວນສອບສວນ ໃນເຫດລະເບີດ ທີ່ສານເຈົ້າເອຣະວັນໃນບາງກອກ, 18 ສິງຫາ 2015.

ນີ້ ເປັນຄັ້ງທຳອິດທີ່ຕຳຫຼວດໄທ ໄດ້ປະກາດຢ່າງເປັນການເປີດ
ເຜີຍວ່າ ເຫດລະເບີດຮ້າຍແຮງທີ່ສານເຈົ້າເອຣະວັນໃນບາງກອກ ແມ່ນພົວພັນກັບພວກຊົນກຸ່ມນ້ອຍ ຊາວວີເກີໃນຈີນ.

ນັກສືບສວນສອບສວນໄດ້ກ່າວໃນວັນອັງຄານມື້ນີ້ວ່າ ພວກເຂົາ
ເຈົ້າເຊື່ອວ່າ ເຫດລະເບີດທີ່ວ່ານີ້ ແມ່ນການໂຈມຕີເພື່ອແກ້ແຄ້ນ
ໂດຍພວກຄ້າມະນຸດ ທີ່ລັກລອບເອົາຊາວວີເກີ ອອກນອກ
ປະເທດໂດຍຜ່ານໄທ.

ຜູ້ບັນຊາການຕຳຫຼວດແຫ່ງຊາດ ທ່ານສົມຍົດ ພຸ່ມພັນເມືອງ
ໄດ້ກ່າວວ່າ “ສາເຫດແມ່ນພົວພັນກັບເຄື່ອຂ່າຍຂອງພວກຄ້າ
ມະນຸດ ເຄື່ອຂ່າຍທີ່ສົ່ງຊາວວີເກີຈາກປະເທດນຶ່ງສູ່ອີກ ປະເທດນຶ່ງ. ເຈົ້າໜ້າທີ່ໄທໄດ້ທຳລາຍ
ຫຼືບໍ່ກໍຂັດຂວາງການປະຕິບັດງານຂອງພວກເຂົາເຈົ້າ.”

ນຶ່ງເດືອນກ່ອນໜ້າການໂຈມຕີໃນຄັ້ງນີ້​ ໄທ ໄດ້ສົ່ງຊາວວີເກິແບບບັງຄັບ ກັບປະເທດຈີນ ຈຳນວນຫຼາຍກວ່າ 100 ຄົນ ຊຶ່ງພວກຊາວວີເກີທີ່ປາກພາສາເທີກີ ໄດ້ຈົ່ມທຸກວ່າຖືກປະຫັດ
ປະຫານໂດຍປັກກິ່ງ. ການຕັດສິນດັ່ງກ່າວນີ້ ແມ່ນໄດ້ປະນາມຈາກກຸ່ມປົກປ້ອງສິດທິມະນຸດ
ແລະຊາວວີເກີພັດຖິ່ນ.

ເຈົ້າໜ້າທີ່ໄທ ໃຫ້ຮ່ອງຮອຍມາຫຼາຍອາທິດແລ້ວກ່ຽວກັບເລື້ອງນີ້ ແຕ່ກໍບໍ່ຍອມຮັບທີ່ຈະເວົ້າ
ຢ່າງແນ່ນອນວ່າ ກຸ່ມຊຶ່ງສ່ວນໃຫຍ່ເປັນຊາວມຸສລິມຊາວເວີເກີໄດ້ພົວພັນກັບເຫດລະເບີດ
ເມື່ອວັນທີ 17 ສິງຫາ ຜ່່ານມານັ້ນ ທີ່ໄດ້ສັງຫານ ຢ່າງນ້ອຍ 20 ຄົນ ແລະບາດເຈັບອີກ ຫຼາຍ
ສິບຄົນ ຊຶ່ງສ່ວນໃຫຍ່ເປັນນັກທ່ອງທ່ຽວຊາວຈີນ.

XS
SM
MD
LG