ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທຈັບງາຊ້າງຈາກອາຟຣິກາ ສົ່ງໄປລາວ


ງາຊ້າງປ່າຈາກອາຟຣິກາ ທີ່ຢຶດໄດ້ຢູ່ປະເທດເຄັນຢາ
ງາຊ້າງປ່າຈາກອາຟຣິກາ ທີ່ຢຶດໄດ້ຢູ່ປະເທດເຄັນຢາ

ເຈົ້າໜ້າທີ່ໄທກ່າວວ່າ ຕົນຢຶດງາຊ້າງຈາກອາຟຣິກາໄດ້ 69 ງາ ແລະງາຮູບປະພັນຂະໜາດ
ນ້ອຍລົງມາ ໄດ້ອີກ 4 ປ່ຽງ ຢູ່ໃນ 2 ແກັດ ຫຼືລັງ ທີ່ຈະສົ່ງໄປຍັງນະຄອນຫຼວງວຽງຈັນ ປະເທດລາວ.

ເຈົ້າໜ້າທີ່ໄທກ່າວໃນວັນພະຫັດມື້ນີ້ວ່າທັງ 2 ລັງທີ່ບັນຈຸງາຊ້າງໜັກປະມານ 435 ກິໂລ
ນັ້ນ ໄດ້ຖືກສົ່ງມາ ແຕ່ປະເທດໂມຊຳບິກ ແລະໄດ້ພົບເຫັນໃນມື້ວານນີ້ ທີ່ສາງເກັບເຄື່ອງ
ຂອງສາຍການບິນໄທທີ່ສະໜາມບິນນາໆຊາດບາງກອກ. ກະປະມານກັນວ່າງາຊ້າງເຫຼົ່ານີ້
ມີມູນຄ່າຫຼາຍກວ່າ 300,000 ໂດລາ.

ເຈົ້າໜ້າທີ່ກ່າວວ່າ ຍັງບໍ່ທັນມີການຈັບກຸມເທື່ອກ່ຽວກັບຄະດີນີ້ ຍ້ອນບໍ່ມີຜູ້ໃດໄປຮັບງາ
ຊ້າງດັ່ງກ່າວ. ແຕ່ພວກເຈົ້າໜ້າທີ່ສົງໄສວ່າງາຊ້າງເຫຼົ່ານີ້ອາດຈະຖືກສົ່ງກັບຄືນຈາກລາວ ໄປໃຫ້ພວກລູກຄ້າຢູ່ໃນປະເທດໄທ.

ປະເທດໄທແມ່ນສູນກາງສຳຄັນສໍາລັບການຄ້າງາຊ້າງແບບຜິດກົດໝາຍ ຈາກອາຟຣິກາ
ຊຶ່ງໄດ້ຖືກຫ້າມ ພາຍໃຕ້ກົດໝາຍຂອງໄທ ແລະສົນທິສັນຍານາໆຊາດວ່າການຄ້າສັດທີ່
ໃກ້ຈະສູນພັນ. ໄທອະນຸຍາດໃຫ້ມີການຄ້າຂາຍງາຈາກຊ້າງເອເຊຍ ຊຶ່ງບໍ່ແມ່ນສັດທີ່ໃກ້
ຈະສູນພັນແລະຖືກັນວ່າເປັນສັດລ້ຽງນັ້ນ.

XS
SM
MD
LG