ພວກຊາວບ້ານໄທທີ່ອາໄສຢູ່ເລາະລຽບຕາມລຳແມ່ນໍ້າຂອງ ໄດ້ພາກັນຍື່ນສຳນວນຟ້ອງຮ້ອງ
ທ້າທາຍທາງດ້ານກົດໝາຍຕໍ່ສານແຫ່ງນຶ່ງໃນເຂດບາງກອກເມື່ອວັນອັງຄານວານນີ້ ເພື່ອພະ
ຍາຍາມຍຸຕິໂຄງການສ້າງເຂື່ອນໄຊຍະບູລີ ຢູ່ໃນພາກເໜືອຂອງລາວ.
ການຟ້ອງຮ້ອງທີ່ວ່ານີ້ແມ່ນເພື່ອຊອກຫາຊ່ອງທາງໃຫ້ມີການຍົກເລີກຂໍ້ຕົກລົງໂດຍພວກເຈົ້າ
ໜ້າທີ່ພະລັງງານຂອງໄທ ທີ່ຈະຊື້ກະແສໄຟຟ້າ 95% ທີ່ຜະລິດຈາກເຂື່ອນດັ່ງກ່າວ.
ສຳນວນຟ້ອງກ່າວໂຕ້ແຍ້ງວ່າ ຂໍ້ຕົກລົງທີ່ວ່ານີ້ແມ່ນຂັດກັບລັດຖະທຳມະນູນແລະຜິດກົດໝາຍ
ຍ້ອນບໍ່ໄດ້ມີການປຶກສາຫາລືຫຼືໃຫ້ພວກຊາວບ້ານຕ່າງໆທີ່ຢູ່ອາໄສໃນເຂດໃຕ້ເຂື່ອນປະກອບ
ຄວາມເຫັນເຂົ້າໃນໂຄງການສ້າງເຂື່ອນ.
ພວກຊາວບ້ານໄທຫວັງວ່າ ຖ້າປາສະຈາກຂໍ້ຕົກລົງຊື້ໄຟຟ້າແລ້ວ ໂຄງການສ້າງເຂື່ອນ ມູນຄ່າ
3 ພັນ 600 ລ້ານໂດລາດັ່ງກ່າວ ກໍຈະບໍ່ສາມາດດຳເນີນການຕໍ່ໄປໄດ້.
ທ່ານນາງພຽນພອນ ດີຖີ ຫົວໜ້າປຸກລະດົມ ຂອງອົງການແມ່ນໍ້າສາກົນ ໃນປະເທດໄທ ຊຶ່ງ
ເປັນກຸ່ມປົກປ້ອງສິ່ງແວດລ້ອມທີ່ພົວພັນໃນການຟ້ອງຮ້ອງໃນຄັ້ງນີ້. ທ່ານນາງເວົ້າວ່າ ພວກ
ຊາວບ້ານໄດ້ພາກັນຈົ່ມທຸກຢູ່ແລ້ວ ກ່ຽວກັບຜົນກະທົບໃນທາງລົບ ຈາກການສ້າງເຂື່ອນໃສ່
ແມ່ນໍ້າຂອງຕອນເທິງ ທີ່ຢູ່ໃນປະເທດຈີນ ແລະມີຄວາມວິຕົກກັງວົນກ່ຽວກັບຜົນກະທົບເພີ່ມ
ຕື່ມ ຖ້າຫາກມີການສ້າງເຂື່ອນໃສ່ເຂດລຸ່ມແມ່ນໍ້າຂອງອີກ.
“ພວກຊາວບ້ານ ໄດ້ປະສົບກັບຜົນກະທົບໃນທາງບໍ່ດີຫລາຍຢ່າງ ເຊັ່ນ ການປ່ຽນແປງຂອງ
ລະບົບນິເວດ, ການຍື່ງຂຶ້ນແລະບົກລົງຂອງນໍ້າແບບຜິດປົກກະຕິ, ໄພນໍ້າຖ້ວມ ຫລືໄພແຫ້ງ
ແລ້ງເກີດຂຶ້ນ ແບບກະທັນຫັນ ຊຶ່ງວ່າ ບໍ່ເປັນທໍາມະຊາດ ອີກຕໍ່ໄປແລ້ວ. ແລະສະພາບການ
ແບບນີ້ແມ່ນສົ່ງ ຜົນກະທົບດ້ານລົບຕໍ່ລະບົບແບບແຜນການໄຫລຫລືເຄື່ອນຍ້າຍຂອງປາ.”
ອ່າງແມ່ນໍ້າຂອງ ເປັນແຫຼ່ງປະມົງນໍ້າຈືດ ທີ່ໃຫຍ່ທີ່ສຸດໃນໂລກ. ມີປະຊາຊົນປະມານ 60 ລ້ານ
ຄົນ ກາງຕໍ່ອາໄສແມ່ນໍ້າສາຍນີ້ ເພື່ອການດຳລົງຊີວິດ.
ສອງປະເທດ ກຳປູເຈຍແລະຫວຽດນາມທີ່ຢູ່ໃຕ້ເຂື່ອນລົງມາກໍພາກັນຄັດຄ້ານຕໍ່ໂຄງການສ້າງ
ເຂື່ອນດັ່ງກ່າວນີ້ຄືກັນ ຍ້ອນມີຄວາມເປັນຫ່ວງກັງວົນນໍາຜົນກະທົບຕໍ່ການຫາປາ.
ແຕ່ລາວ ຊຶ່ງເປັນປະເທດທີ່ທຸກຍາກນັ້ນ ຕ້ອງການຢາກສ້າງເຂື່ອນໄຊຍະບູລີແລະອີກຫຼາຍໆ
ເຂື່ອນ ອັນເປັນພາກສ່ວນນຶ່ງຂອງແຜນການ ທີ່ຈະເຮັດໃຫ້ລາວ ກາຍເປັນໝໍ້ໄຟຂອງເຂດເອ
ເຊຍຕາເວັນອອກສຽງໃຕ້.
ສຳນວນຟ້ອງສະບັບນີ້ ເຖິງແມ່ນໄດ້ຮັບການສະໜັບສະໜຸນຈາກ 1,000 ລາຍເຊັນກໍຈິງ ແຕ່
ກໍມີທ່າທາງວ່າຈະໄດ້ຮັບການຄັດຄ້ານຢ່າງແຂງຂັນຈາກພວກເຈົ້າໜ້າທີ່ພະລັງງານຂອງໄທຕະ
ຫຼອດທັງບໍລິສັດຕ່າງໆຂອງໄທ ທີ່ໄດ້ທໍາການລົງທຶນຢ່າງໜັກໃສ່ໂຄງການນີ້ໄປແລ້ວ.
ແຕ່ແນວໃດກໍຕາມ ທ່ານນາງພຽນພອນເວົ້າວ່າ ເຂົາເຈົ້າມີຄວາມຫວັງໄປໃນແງ່ດີທີ່ວ່າພວກ
ເຂົາເຈົ້າອາດຈະຊະນະຄະດີນີ້ແລະຫວັງວ່າຈະໃຫ້ເປັນຕົວຢ່າງ ແບບທີ່ບໍ່ເຄີຍມີມາກ່ອນກ່ຽວ
ກັບໂຄງການສ້າງເຂື່ອນຂ້າມຊາຍແດນຕ່າງໆໃນອະນາຄົດຂ້າງໜ້ານັ້ນ.
“ມີບໍລິດສັດໄທຫລາຍບໍລິສັດພາກັນໄປລົງທຶນຢູ່ປະເທດບ້ານໃກ້ເຮືອນຄຽງ ໂດຍສະເພາະ
ກໍແມ່ນລາວ, ກໍາປູເຈຍ ແລະມຽນມາ ໂດຍປາດສະຈາກ ມາດຕະຖານໃດໆ. ພວກເຂົາເຈົ້າ ບໍ່ຕ້ອງປະຕິບັດຕາມກົດໝາຍຂອງໄທ. ພວກເຮົາຢາກເຫັນວ່າການຟ້ອງຮ້ອງຂຶ້ນສານອັນ
ນີ້ ເປັນການຕັ້ງມາດຕະຖານໃໝ່ ໃຫ້ແກ່ການລົງທຶນຂອງໄທ ຢູ່ຕ່າງປະເທດ ຊຶ່ງຢ່າງໜ້ອຍ
ພວກ ເຂົາເຈົ້າກໍຕ້ອງປະຕິບັດຕາມ ຫລືເຄົາລົບກົດໝາຍຂອງປະເທດຕົນ.”
ລາວໄດ້ໂຈະໂຄງການສ້າງເຂື່ອນໄຊຍະບູລີໄວ້ເປັນການຊົ່ວຄາວລຸນຫຼັງທີ່ໄດ້ມີການຄັດຄ້ານ
ຢ່າງແຂງຂັນ ຈາກກຳປູເຈຍແລະຫວຽດນາມ.
ແຕ່ບັນດາກຸ່ມປົກປ້ອງສິ່ງແວດລ້ອມ ໄດ້ຊີ້ໃຫ້ເຫັນວ່າ ການກໍ່ສ້າງ ແລະການຕົກລົງກັນທີ່
ພົວພັນກັບໂຄງການເຂື່ອນໄຊຍະບູລີນີ້ຍັງດຳເນີນຢູ່ຕໍ່ມາ ຊຶ່ງເປັນການສະແດງໃຫ້ເຫັນວ່າ
ທາງການລາວມີແຜນທີ່ຈະດຳເນີນການຕໍ່ໄປກ່ຽວກັບໂຄງການສ້າງເຂື່ອນດັ່ງກ່າວ ໂດຍບໍ່
ສົນໃຈວ່າແມ່ນຫຍັງຈະເກີດຂຶ້ນກໍຕາມ.