ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະສັດໄທ ເຂົ້າຮັບການປິ່ນປົວ ແລະມີອາການ ດີຂຶ້ນແລ້ວ


ກະສັດພູມີພົລ ອະອຸນຍະເດດ ແຫ່ງປະເທດໄທ
ກະສັດພູມີພົລ ອະອຸນຍະເດດ ແຫ່ງປະເທດໄທ

ກະສັດ​ພູມີພົລ ອະດຸນ​ຍະ​ເດດ ທີ່​ມີ​ພະ​ຊົນມາຍຸ 88 ປີ ຂອງ​ປະ​ເທດ​ໄທ ​ໄດ້​ຮັບ​ການ​ປິ່ນປົວ​ຍ້ອນເລືອດຕິດເຊື້ອ ອີງ​ຕາມ​ລາຍ​ງານ​ຫຼ້າສຸດກ່ຽວ​ກັບ​ສຸຂະພາບ​ຂອງ​ກະສັດ ​ທີ່ຄອງ​ຣາດ​ດົນ​ນານ​ທີ່​ສຸດ​ໃນ​ໂລກ.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ທີ່​ນຳ​ອອກ​ເຜີຍ​ແຜ່ໃນ​ວັນ​ສຸກ​ວານ​ນີ້ ສຳນັກ​ພະ​ຣາຊະ​ວັງ​ກ່າວ​ວ່າ ກະສັດ​ພູມີ​ພົລ ຊົງ​ມີ​ພະ​ອາການ​ດີ​ຂຶ້ນ​ເປັນ​ລຳດັບ ຫລັງ​ຈາກ​ສືບ​ຕໍ່ ​ໄດ້​ຮັບ​ການ​ບຳບັດ​ຮັກສາ​ກ່ຽວ​ກັບ​ໝາກ​ໄຂ່ຫຼັງ.

ສຳນັກ​ພະຣາຊະ​ວັງ​ຂອງ​ໄທ​ກ່າວ​ວ່າ ມີນ້ຳ​ຢູ່​ໃນ​ປອດ​ຂອງ​ພະ​ອົງ​ແລະການ​ເຮັດ​ວຽກ​ຂອງ​ໝາກ​ໄຂ່ຫຼັງ​ບໍ່​ເຕັມ​ອັດຕາ. ຖະ​ແຫຼງການ​ກ່າວ​ຕື່ມ​ວ່າພະ​ອົງ​ໄດ້​ຊົງ ຫາຍ​ໃຈໄວ​ແລະແໜ້ນ​ໜ້າ​ເອິກໃນ​ມື້ວັນ​ພຸດ​ແລ້ວ ແລະ​ມີການກວດ​ພົບ​ວ່າ ​ໄດ້​ມີ​ເລືອດຕິດເຊື້ອ.

ການ​ກົດ​ດັນ​ຕ່ຳ​ຂອງ​ເລືອດ​ແລະ​ອາການ​ໄຂ້​ຂອງ​ພະ​ອົງ​ໄດ້​ດີ​ຂຶ້ນ​ເປັນ​ລຳດັບ ອີງ​ຕາມ​ຖະ​ແຫຼງການ​ຂອງ​ພະຣາຊະວັງ.

ກະສັດ​ໄທ​ຊົງ​ໄດ້​ຮັບ​ການ​ປິ່ນປົວ​ກ່ຽວ​ກັບ​ການ​ເຈັບ​ປ່ວຍ​ຫຼາຍໆ​ຢ່າງ ​ໃນ​ຮອບ​ປີ​ທີ່ຜ່ານ​ມາ​ຢູ່​ໂຮງພະຍາບານ​ສິຣິຣາດ ໃນ​ບາງ​ກອກ. ພະ​ອົງ​ໄດ້​ຊົງ​ປາກົດ​ຕົວໃນ​ທີ່ສາທາລະ​ນະເປັນ​ເທື່ອ​ສຸດ​ທ້າຍເມື່ອວັນ​ທີ 11 ມັງກອນ​ເວລາ​ພະ​ອົງ​ໄດ້​ໃຊ້​ເວລາຫຼາຍໆ​ຊົ່ວ​ໂມງ​ຢູ່​ພະ​ຣາຊະ​ວັງ​ຫຼວງ ທີ່ນະຄອນຫຼວງຂອງ​ໄທ.

ກະ​ສັດ​ພູມີ​ພົລຊົງ​ເປັນ​ທີ່​ເຄົາລົບ​ຮັກ ​ຂອງ​ປະຊາຊົນ​ຊາວ​ໄທ ​ແລະ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ສຸຂະພາບ​ຂອງ​ພະ​ອົງ ​ແມ່ນ​ໄດ້​ມີ​ການ​ຕິດຕາມ​ກັນ​ຢ່າງ​ໃກ້ຊິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG