ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະສັດໄທ ລົງພະນາມ ໃນລັດຖະທຳມະນູນ ສະບັບໃໝ່ ເພື່ອແຜ້ວທາງ ໄປສູ່ການເລືອກຕັ້ງ


ພາບທີ່ີເຫັນ ຄືຕຳຫລວດຢືນຍາມ ເບິ່ງພວກປະທ້ວງຕໍ່ຕ້ານ ການເຮັດລັດຖະປະຫານຂອງທະຫານ ເພື່ອເປັນຂີດໝາຍຄົບ ຮອບ ເທື່ອທີສອງໃນ ບາງກອກ ປະເທດໄທ ທີ 2 ພຶດສະພາ 2016.
ພາບທີ່ີເຫັນ ຄືຕຳຫລວດຢືນຍາມ ເບິ່ງພວກປະທ້ວງຕໍ່ຕ້ານ ການເຮັດລັດຖະປະຫານຂອງທະຫານ ເພື່ອເປັນຂີດໝາຍຄົບ ຮອບ ເທື່ອທີສອງໃນ ບາງກອກ ປະເທດໄທ ທີ 2 ພຶດສະພາ 2016.

ກະສັດ​ໄທ​ ໄດ້​ລົງ​ພະນາ​ມ​ໃນລັດຖະທຳ​ມະນູນ​ສະບັບໃໝ່ຂອງ​ປະ​ເທດ ຊຶ່ງ​ເປັນສະ
ບັບ​ທີ 20 ຂອງ​ປະ​ເທດ ນັບ​ແຕ່​ການ​ປົກຄອງ​ ແບບ​ມີ​ສິດ​ເດັດຂາດ​ຂອງກະສັດ ​ໄດ້
”​ຖືກລົບ​ລ້າງ ໃນ​ປີ 1932​.

ກະສັດ ​ວະ​ຊິຣາລົງ​ກອນ ​ໄດ້ຊົງໃຫ້ການ​ອະນຸມັດ ຕໍ່​ລັດຖະທຳ​ມະນູນ​ດັ່ງກ່າວ​ໃນ​
ວັນ​ພະຫັດ​ວານ​ນີ້ ຢູ່​ໃນ​ພິທີ​ອັນ​ສະງ່່າ​ຜ່າ​ເຜີຍທີ່​ເຂົ້າ​ຮ່ວມ​ໂດຍ​ບັນ​ດາ​ສະມາ ຊິກ​ຂັ້ນ
​ສູງ ​ໂດຍລັດຖະບານ​ທະຫານຂອງປະ​ເທດຢູ່​ທີ່​ພະ​ທີ່​ນັ່ງ​ອະນັນ​ຕະສະມາຄົມ​ ​ໃນ
​ບາງກອກ.

ລັດຖະບານ​ທະຫານໄດ້​ກ່າວ​ວ່າ ​ລັດຖະທຳ​ມະນູນສະບັບ​ນີ້ ຈະແຜ້ວທາງໄປ​ສູ່ການ
​ເລືອກຕັ້ງ​ໃໝ່ ​ທີ່​ບໍ່​ກາຍ​ເດືອນ​ພະຈິກ​ ປີ 2018 ​ເຖິງ​ແມ່ນ​ວ່າ​ໄດ້​ມີ​ການ​ລ້າ​ຊ້າ​ຊໍ້າ​
ແລ້ວ​ຊໍ້າ​ອີກ ​ໃນ​ການ​ກຳນົດ​ມື້​ປ່ອນ​ບັດ​ກ່ອນ​ໜ້ານີ້.

ບັນດາ​ຜູ້​ຕິຕຽນ​ກ່າວ​ວ່າ ຂໍ້ກຳນົດ​ຕ່າງໆ​ຂອງ​ລັດຖະທຳ​ມະນູນ ​ແມ່ນ​ບໍ່​ມີ​ປະຊາທິ
ປະ​ໄຕ ​ໂດຍມອບ​ອຳນາດ​ໃຫ້​ແກ່ພວກ​ເຈົ້າຂຸນ​ມຸນ​ນາຍ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງຢ່າງ​
ເປັນການ​ຖາວອນ ​ແລະພວກ​ທະຫານ ​ໂດຍ​ສ້າງ​ຄວາມ​ເສຍ​ຫ່າ​ຍ​ໃຫ້​ແກ່ ບັນດາ​
ນັກ​ການ​ເມືອງ​ທີ່​ຖື​ກ​ເລື​ອກ.

ທະຫານ​ໄດ້​ຂັບ​ໄລ່​ລັດຖະບານ​ທີ່​ຖືກເລືອກໃນ​ປີ 2014 ຊຶ່ງເປັນ​ການ​ເຮັດ​ລັດ
ຖະປະຫານ​ເທື່ອ​ທີ​ສອງ​ໃນຮອບແປດ​ປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG