ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທສະຫຼອງ​ວັນ​ປະສູດ ຄົບຮອບ 83 ພັນ​ສາ ຂອງກະສັດ​ພູມີພົນ​


ກະສັດ ພູມິພົນ ອະດຸນຍະເດດ
ກະສັດ ພູມິພົນ ອະດຸນຍະເດດ

ປະ​ເທດ​ໄທ​ໄດ້​ຈັດ​ພິທີ​ອັນ​ໃຫຍ່​ໂຕ​ມະ​ໂຫລານ​ຂຶ້ນເພື່ອສະ​ເຫຼີມສະຫຼອງ​ວັນ​ປະສູດຄົບຮອບ
83 ພັນ​ສາ ຂອງກະສັດ​ຫຼື​ໃນ​ຫຼວງ​ຂອງໄທ​ທີ່​ປະຊວນ​ຢູ່ນັ້ນ. ກະສັດ​ໄທ​ເປັນທີເຄົາລົບ​ບູຊາ
ຂອງ​ປວງ​ຊົນ​ຊາວ​ໄທ​ທັງ​ຊາດ ທີ່​ຖື​ວ່າ​ພະ​ອົງ​ເປັນ​ຜູ້​ທີ່​ຍຶດໜ່ຽວ​ປະ​ເທດ​ຊາດທີ່​ແຕກ​ແຍ​ກ
ກັນທາງ​ການ​ເມືອງນັ້ນ​ໄວ້.


ກະສັດ ພູມິ​ພົນ ອະດຸນຍະ​ເດ​ດ ​ໄດ້ຊົງສະ​ເດັດ​ໄປ​ຍັງ​ພະລາດ​ຊະວັງ​ ​ໂດນ​ຂະ​ບວນລົດ​
ພະ​ທີ່​ນັ່ງ​ໃນວັນ​ອາທິດ​ວານ​ນີ້ ຈາກໂຮງພະຍາບານໃນ​ນະຄອນຫລວງ​ບາງກອກຫລື​
ກຸງ​ເທບ ບ່ອນ​ທີ່​ພະ​ອົງ​ໄດ້​ຊົງ​ພໍານັກຮັກສາ​ໂຕ ເ​ປັນ​ເວລາ​ປີ​ກ່ວາ ມາ​ແລ້ວ..

ຊາວ​ໄທ​ຈໍານວນ​ຫຼາຍ​ພັນ​ຄົນ​ຢືນລຽງ​ລາຍເປັນ​ແຖວ​ຍາວ​ຢຽດ​ຕາມ​ຖະໜົນທີ່ຂະບວນລົດ
ພະ​ທີ່​ນັ່ງແລ່ນຜ່ານ​ໄປ​ ພ້ອມ​ກັບແກວ່ງທຸງ​ ແລະໂຮ່ຮ້ອງ​ວ່າ “ຂໍພະ​ອົງ​ຊົງ​ພະ​ຈະ​ເລີນ.”

ການ​ຄອງ​ລາດ​ມາ​ເປັນ​ເວລາ 64 ປີ ຂອງກະສັດພູມິ​ພົນ ​ເຮັດ​ໃຫ້​ພະ​ອົງ​ເປັນ​ກະ​ສັດທີ່
ຄອງລາດ​ມາ​ໄດ້​ດົນ​ນານ​ທີ່​ສຸດ​ຂອງ​ໂລກ. ພະ​ອົງ​ໄດ້​ຊົງ​ມີ​ພະລາດ​ຊະ​ໂອວາດ​ຕໍ່ຊາວ
ໄທ ທີ່​ຖ່າຍ​ທອດ​ອອກ​ອາກາດສົດ​ໄປ​ທົ່ວ​ປະ​ເທດ ຈາກ​ພະລາດ​ຊະວັງ ໂດຍ​ໄດ້​ຊົງ
ຮຽກຮ້ອງໃຫ້​ປະສົບ​ນິກອນ​ຂອງ​ພະ​ອົງ ຈົ່ງປະຕິບັດ​ພາລະ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າຢ່າງ​ມີ
ສິນລະ​ທໍາ​ເພື່ອຜົນ​ປະ​ໂຫຍດສ່ວນ​ຮວມຂອງ​ປະ​ເທດ​ຊາດ. ພະ​ອົງ​ຊົງກ່າວ​ອີກ​ວ່າພວກ
ໃດ​ທີ່​ດໍາ​ເນີນການ​ໄປ​ໂດຍ​ບໍ່​ຮອບ​ຄອບ​ນັ້ນຈະທໍາລາຍຕົວ​ເອງ​ແລະ​ປະ​ເທດ​ຊາດນໍາ​ດ້ວຍ.


ກະສັດໄທ ແທບ​ຈະບໍ່​ໄດ້​ສະ​ເດັດ​ອອກຈາກໂຮງພະຍາບານ​ສິຣິຣາດ​ເລີຍ ຫຼັງ​ຈາກ​ທີ່​ພະ​ອົງ​
ໄດ້​ຊົງ​ເຂົ້າ​ໄປພໍານັກ​ຢູ່ ເພື່ອ​ຮັກສາອາການປະຊວນ​ທາງ​ປອດ ນັບ​ຕັ້ງ​ແຕ່​ເດືອນ​ກັນຍາ
2009 ມາ.

XS
SM
MD
LG