ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະບານ ທະຫານຂອງໄທ ເລືອກກຳມະການ ເພື່ອຮ່າງ ລັດຖະທຳມະນູນ ສະບັບໃໝ່


ສະພາ ປະຕິຮູບ ແຫ່ງຊາດໄທ
ສະພາ ປະຕິຮູບ ແຫ່ງຊາດໄທ

ລັດຖະບານທະຫານຂອງໄທ ໄດ້ແຕ່ງຕັ້ງຄະນະກຳມະການນຶ່ງ
ຂຶ້ນ ເພື່ອຮ່າງລັດຖະທຳມະນູນສະບັບໃໝ່ ຫລັງຈາກຮ່າງລັດ
ຖະທຳມະນູນສະບັບກ່ອນນີ້ ໄດ້ຖືກ ປະຕິເສດ ໃນການເຄື່ອນ
ໄຫວທີ່ພາໃຫ້ມີການເລື່ອນເວລາໃນການເລືອກຕັ້ງໄປໃສ່ຢ່າງ
ໜ້ອຍທ້າຍປີ 2017.

ຮອງນາຍົກລັດຖະມົນຕີ ທ່ານວິສນຸ ເຄຣືອງາມ ກ່າວວ່າ ຄະນະ
ກຳມະການທີ່ ປະກອບດ້ວຍສະມາຊິກ 21 ຄົນ ຈະເລີ້ມເຮັດ
ວຽກໃນທັນທີ ແລະມີເວລາ 6 ເດືອນ ທີ່ຈະຕ້ອງໄດ້ຮ່າງລັດຖະ
ທຳມະນູນໃຫ້ແລ້ວສຳເລັດ.

ຄະນະກຳມະການດັ່ງກ່າວ ຈະຢູ່ພາຍໃຕ້ການນຳພາຂອງນັກຊ່ຽວຊານດ້ານກົດໝາຍ
Meechai Ruchupan ຊຶ່ງນອກນັ້ນຍັງເຄີຍເປັນຜູ້ນຳພາຄະນະກຳມະ ການທີ່ຖືກ
ແຕ່ງຕັ້ງໂດຍພວກທະຫານໃຫ້ຮ່າງລັດຖະທຳມະນູນໃນປີ 2007 ຫຼັງ ຈາກໄດ້ມີການ
ໂຄ່ນລົ້ມອະດີດຜູ້ນຳຂອງໄທ ທ່ານທັກສິນ ຊິນນະວັດ.

ທ່ານທັກສິນ ໄດ້ຖືກໂຄ່ນລົ້ມໃນການເຮັດລັດຖະປະຫານ ຂອງພວກທະຫານໃນ ປີ

2006 ຫຼັງຈາກມີການກ່າວຫາວ່າທ່ານສໍ້ລາດບັງຫຼວງ. ນ້ອງສາວຂອງທ່ານທ່ານນາງ
ຍິ່ງລັກ ຊິນນະວັດ ໄດ້ຖືກໂຄ່ນລົ້ມຈາກຕຳແໜ່ງ ໃນປີ 2014 ບໍ່ດົນກ່ອນທີ່ພວກທະ
ຫານຈະເຂົ້າຍຶດອຳນາດ.

XS
SM
MD
LG