ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍັງ​ບໍ່​ທັນ​ມີ ການ​ເລືອກ​ຕັ້ງ ​ໃນ​ໄທ​ ຈົນ​ກວ່າ​ປີ 2016


ທ່ານ ປຣະ​ຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ (ກາງ), ພັນ​ລະ​ຍາ ທ່ານ​ນາງ ນຣາພອນ ຈັນ​ໂອຊາ (ທີ 2 ຈາກ​ຂວາ)
ທ່ານ ປຣະ​ຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ (ກາງ), ພັນ​ລະ​ຍາ ທ່ານ​ນາງ ນຣາພອນ ຈັນ​ໂອຊາ (ທີ 2 ຈາກ​ຂວາ)

ເຈົ້າໜ້າ​ທີ່​ຂັ້ນ​ສູງທາງ​ທະຫານຂອງໄທ ກ່າວ​ວ່າ ການ​ເລືອກ​ຕັ້ງ​ມີ
​ທ່າ​ທາງ​ວ່າ ຈະ​ບໍ່ມີ​ຂຶ້ນ​ຈົນ​ກວ່າ ປີ 2016 ຊຶ່ງ​ເປັນ​ການ​ເລື່ອນ
​ເວລາອອກໄປຕື່ມອີກ ໃນການ​ໃຫ້​ຄຳ​ໝັ້ນ​ສັນຍາ​ຂອງ​ພວກ
​ທະຫານ ກ່ຽວກັບການຫັນປ່ຽນໄປສູ່​ປະຊາ​ທິປະ​ໄຕ ນັ້ນ.

ຮອງ​ນາຍົກລັດຖະມົນຕີ ປຣະວິດ ວົງ​ສຸວັນ ​ໄດ້​ບອກ​ກັບ​ບັນດາ
​ນັກ​ຂ່າວ​ ໃນ​ວັນ​ພະຫັດ​ມື້ນີ້ວ່າ ການ​ເລືອກ​ຕັ້ງມີທ່າທາງວ່າ
ຈະ​ມີ​ຂຶ້ນ​ປະມານ​ຕົ້ນປີ ​2016 ​ຫລັງຈາກ​ລັດຖະທຳ​ມະນູນ
​ໄດ້ຮ່າງ ຮຽບຮ້ອຍ​ແລ້ວ​.

ທ່ານ ປຣະວິດ ຜູ້​ຊຶ່ງ​ເປັນ​ທັງ ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ນຳນັ້ນ​
ກ່າວ​ວ່າ​ເຫດຜົນ​ນຶ່ງທີ່ພາໃຫ້ ​ຊັກຊ້າ ກໍ​ຄື​ມີກຸ່ມບໍ່ໄດ້ລະບຸຊື່ ທີ່​ຕໍ່ຕ້ານ​ການ​ນຳພາ​ໂດຍ​ພວກ​ທະຫານ.

ພວກ​ທະຫານ​ໄດ້​ຂຶ້ນ​ກຳ​ອຳນາດ ຫຼັງ​ຈາກ​ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະ​ວັດ ໄດ້ລາອອກ ຍ້ອນການບັງຄັບຂອງສານ ລຸນຫລັງທີ່ມີການ​ປະ​ທ້ວງ​ເປັນ​ເວລາຫຼາຍໆ​ເດືອນ ຊຶ່ງ​ບາງ​ຄັ້ງ
ຄາວ ກໍ​ໄດ້​ເກີດ​ຄວາມ​ຮຸນ​ແຮງນັ້ນ.

ກອງທັບໄທ​ກ່າວ​ວ່າ ການ​ເຂົ້າຍຶດອຳນາດ​ຄັ້ງ​ທີ 12 ​ໃນ​ຮອບ 80 ປີຂອງຕົນ ​ແລະການປະ
ກາດ ກົດໄອ​ຍະ​ການ​ເສິກທີ່ຕິດຕາມມາ ແມ່ນມີຄວາມຈຳ​ເປັນ ​ເພື່ອ​ປ້ອງ​ກັນບໍ່ໃຫ້ເກີດຄວາມ
ວຸ້ນວາຍຂຶ້ນ ຕື່ມ ​ແລະ​ການຈັດ​ຕັ້ງປະຕິບັດການ​ປະຕິ​ຮູບ​.

ບັນດາກຸ່ມປົກປ້ອງ​ສິດທິ​ມະນຸດ ​ໄດ້​ຕຳ​ນິຕິ​ຕຽນ​ພວກທະຫານທີ່​ເປັນຜູ້ກຳກັບນຳຄື້ນຟອງ​ຂອງການ ​ຈັບ​ກຸມ​ແລະ​ການ​ຫາຍ​ສາບ​ສູນຂອງ​ຜູ້​ຄົນ ຕະຫລອດທັງ​ການຫ້າມ​ບໍ່​ໃຫ້​ມີການ
ໂຮມຊຸມນຸມ​ກັນ​ແລະ ​ເພີ້​ມການກວດກາຕໍ່ສື່ມວນຊົນນຳດ້ວຍ.

ຜູ້ນຳ​ທາງ​ທະຫານ ທ່ານ ປຣະ​ຍຸດ ຈັນ​ໂອຊາ ຊຶ່ງ​ປະຈຸ​ບັນ​ນີ້ ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນ
ຕີ ຂອງປະເທດນັ້ນ ​ກ່ອນ​ໜ້າ​ນີ້ ​ໄດ້​ໃຫ້​ຄຳໝັ້ນ​ສັນຍາ​ວ່າ​ ຈະ​ຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ ໃນ​ເດືອນ​ຕຸລາ ປີ 2015 ເວລາໃດທີ່ທາງຄະນະກຳມະການທີ່ຖືກແຕ່ງຕັ້ງໂດຍພວກທະຫານ ຮ່າງ​ລັດຖະທຳ​ມະນູນ​ແລ້ວ​ນັ້ນ.

XS
SM
MD
LG