ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເມືອງ ໃນ ປະເທດໄທ


ນາຍົກລັດຖະມົນຕີໄທ ທ່ານອະພິຊິດ ເວດຊາຊີວະ ໄດ້ ລອດພົ້ນ ຢ່າງງາຍດາຍ ຈາກການລົງມະຕິ ບໍ່ໄວ້ວາງໃຈ ລັດຖະບານ ກ່ຽວກັບ ການຮັບມືຂອງທ່ານ ກັບການປະ ທ້ວງທາງການເມືອງ ທີ່ນອງເລືອດ ໃນເດືອນແລ້ວ.

ມະຕິບໍ່ໄວ້ວາງໃຈລັດຖະບານ ທ່ານອະພິຊິດ ໄດ້ນຳສະເໜີ ໂດຍພັກເພື່ອໄທ ຊຶ່ງເປັນພັກຝ່າຍຄ້ານ ທີ່ໄດ້ກ່າວຫາທ່ານ ວ່າ ລ່ວງລະເມີດ ສິດທິມະນຸດ ໃນການສົ່ງກຳລັງທະຫານ ໄປປະຕິບັດງານ ຊຶ່ງໄດ້ຍິງລູກປືນແທ້ ໃສ່ພວກປະທ້ວງ ຕໍ່ຕ້ານ ລັດຖະບານ ໃນເຂດຍ່ານການຄ້າ ຄຸ້ມຄົນຮັ່ງ ຂອງບາງກອກ.

ແຕ່ນາຍົກລັດຖະມົນຕີໄທ ໄດ້ຊະນະ ການລົງຄະແນນສຽງ ໃນວັນພຸດມື້ນີ້ ເນື່ອງຈາກ ການກຳສຽງສ່ວນຫຼາຍ ຢ່າງແໜ້ນໜາ ຂອງພັກລັດຖະບານປະສົມ ຢູ່ໃນສະພາຕໍ່າຂອງໄທ ແລະ ການລົງຄະແນນສຽງ ຂັ້ນສຸດທ້າຍ ແມ່ນ 246 ຕໍ່ 186 ສຽງ.

ການຕໍ່ສູ້ ລະຫວ່າງກຳລັງ ຮັກສາຄວາມສະຫງົບ ຂອງໄທ ແລະພວກປະທ້ວງ ເສື້ອແດງ ເຮັດໃຫ້ມີ ຜູ້ເສຍຊີວິດ 89 ຄົນ ແລະໄດ້ຮັບບາດເຈັບ ປະມານ 1 ພັນ 800 ຄົນ ໃນ ລະຫວ່າງ ການໂຮມຊຸມນຸມປະທ້ວງ ຕໍ່ຕ້ານລັດຖະບານ ເປັນເວລາ 2 ເດືອນ ຂອງ ພວກເສື້ອແດງ. ການປະທ້ວງ ໄດ້ຖືກທັບມ້າງ ຫຼັງຈາກກຳລັງທະຫານ ໄດ້ບຸກເຂົ້າ ໄປໃນຄ້າຍ ຂອງພວກເສື້ອແດງ ໃນວັນທີ 19 ພຶດສະພາຜ່ານມາ.

XS
SM
MD
LG