ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ສະເໜີກົດຂໍ້ບັງຄັບໃໝ່ ສໍາລັບການເດີນທາງເຂົ້າປະເທດ ໃນລະຫວ່າງທີ່ຈີນ ເປີດຊາຍແດນ ຂອງປະເທດຄືນອີກ


ບັນດານັກທ່ອງທ່ຽວ ເດີນທາງໄປຢ້ຽມຢາມພະລາດຊະວັງໃນນະຄອນຫຼວງບາງກອກ, ປະເທດໄທ, ວັນທີ 7 ມັງກອນ 2023.
ບັນດານັກທ່ອງທ່ຽວ ເດີນທາງໄປຢ້ຽມຢາມພະລາດຊະວັງໃນນະຄອນຫຼວງບາງກອກ, ປະເທດໄທ, ວັນທີ 7 ມັງກອນ 2023.

ປະເທດໄທ ຈະບັງ​ຄັບໃຫ້ນັກທ່ອງທ່ຽວຕ່າງປະເທດສະແດງຫຼັກຖານວ່າ ພວກເຂົາເຈົ້າໄດ້ຮັບການສັກຢາວັກຊີນ​ກັນໂຄວິດແລ້ວ ກ່ອນເດີນທາງມາປະເທດໄທ, ອີງຕາມອົງ​ການ​ຄວບ​ຄຸມສາຍການບິນຂອງປະເທດ, ໃນລະຫວ່າງທີ່ມີການກະ ກຽມສໍາລັບນັກທ່ອງທ່ຽວໃນຈໍານວນເພີ້ມ​ຂຶ້ນ ລຸນຫຼັງທີ່ຈີນ ເປີດຊາຍແດນຂອງພວກເຂົາຄືນອີກຄັ້ງ ໃນວັນອາທິດວານນີ້, ອີງຕາມອົງການຂ່າວ Reuters.

ເຈົ້າໜ້າທີ່ອົງການ ການບິນພົນລະເຮືອນຂອງປະເທດໄທ ຫຼື CAAT ກ່າວຢູ່ໃນຖະແຫຼງການໃນມື້ວັນເສົາແລ້ວນີ້ວ່າ ເລີ້ມຕົ້ນແຕ່ວັນຈັນມື້ນີ້ເປັນຕົ້ນໄປ ຄົນຕ່າງປະເທດທັງໝົດທີ່ເດີນທາງມາປະເທດໄທນັບແຕ່ຕອນເຊົ້າວັນຈັນມື້ນີ້ ຕ້ອງຢັ້ງຢືນຫຼັກຖານການສັກຢາວັກຊີນ​ຢ່າງຄົບຖ້ວນ ຫຼື ສະແດງໜັງສືຮັບຮອງວ່າ ພວກເຂົາເຈົ້າ​ໄດ້ຫາຍ​ດີ ຈາກພະຍາດໂຄວິດມາແລ້ວ ພາຍໃນໄລຍະເວລາ 6 ເດືອນ.

ສໍາລັບຜູ້ເດີນທາງທີ່ບໍ່ໄດ້ຮັບການສັກຢາວັກຊີນ ຈະຕ້ອງສະແດງໃບຢັ້ງຢືນສຸຂະ ພາບທາງການແພດ ທີ່ໄດ້ອະທິບາຍວ່າ ຍ້ອນຫຍັງພວກເຂົາເຈົ້າຈຶ່ງບໍ່ຮັບການສັກຢາວັກຊີນ.

ອົງ​ການ CAAT ກ່າວວ່າ ສາຍການບິນຕ່າງໆຈະຕ້ອງຮັບຜິດຊອບການກວດ ກາເອກະສານຕ່າງໆກ່ອນທີ່ຜູ້ໂດຍສານທັງຫຼາຍຈະຂຶ້ນເຮືອບິນ, ແລະຈະຕ້ອງໄດ້ຮັບການເປີດເຜີຍລາຍຊື່ຂອງຈໍານວນຜູ້ທີ່ຈໍາເປັນຕ້ອງຮັບການສັກຢາວັກຊີນກັນໂຄວິດ-19 ຊະນິດຕ່າງໆ ຢູ່ໃນເວັບໄຊທ໌ຂອງພວກເຂົາເຈົ້າ.

ເຈົ້າໜ້າທີ່ຂອງ​ອົງ​ການ CAAT ກ່າວວ່າ ມາດຕະການໃໝ່ນີ້ ຈະຍັງຄົງມີຜົນບັງຄັບໃຊ້ຢ່າງໜ້ອຍຈົນເຖິງທ້າຍເດືອນມັງກອນນີ້.

​ການ​ບັງ​ຄັບ​ໃຫ້ສັກຢາວັກຊີນ ໄດ້ຖືກ​ຍົກ​ເລີກໂດຍລັດຖະບານໄທໃນເດືອນຕຸລາທີ່ຜ່ານມາ ແຕ່ກັບຄືນມານໍາໃຊ້ອີກຄັ້ງ ເນື່ອງຈາກຈີນໄດ້ເປີດຊາຍແດນປະເທດ ຂອງພວກເຂົາ ລຸນຫຼັງການຫຼຸດຜ່ອນນະໂຍບາຍສູນໂຄວິດຂອງປະເທດດັ່ງ​ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG