ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ໄທຈັບບັນນາທິການອິນເຕີແນັດ


ແຜນທີ່ປະເທດໄທ
ແຜນທີ່ປະເທດໄທ

ບັນດາກຸ່ມປົກປ້ອງສິດທິມະນຸດ ຂອງນາໆຊາດ ໄດ້ຕຳໜິຕິຕຽນ ປະເທດໄທ ທີ່ໄດ້ຈັບ ບັນນາທິ ການເວັບໄຊທ໌ຄົນນຶ່ງ ໃນຂໍ້ຫາ ໝິ່ນປະໝາດກະສັດ ແລະ ລະ ເມີດກົດໝາຍ ວ່າດ້ວຍອາດຊະ ຍາກຳ ທາງຄອມພິວເຕີ້ຂອງໄທ.

ຕຳຫຼວດໄທ ໄດ້ຈັບນາງຈີຣະນຸດ ເປຣມໄຊພອນ ຊຶ່ງເປັນບັນນາທິການຂອງເວັບໄຊທ໌ປຣະ ຊາໄທ ໃນມື້ວັນສຸກວານນີ້ ທີ່ສະໜາມບິນນາໆຊາດບາງກອກ ຂະນະທີ່ນາງພວມເດີນທາງ ກັບຄືນມາ ແຕ່ໄປຮ່ວມປະຊຸມ ກ່ຽວກັບອິດສະຫຼາບ ທາງອິນເຕີແນັດ ທີ່ປະເທດຮັງກາຣີ.

ເຈົ້າໜ້າທີ່ໄດ້ນຳໂຕນາງ ໄປສອບປາກຄຳທີ່ຂອນແກ່ນ ໃນພາກຕາເວັນອອກສຽງເໜືອຂອງ ໄທ ກ່ອນທີ່ຈະອະນຸຍາດ ໃຫ້ມີການປະກັນໂຕນາງ.

ອົງການນິລະໂທດກຳສາກົນ ອົງການນັກຂ່າວບໍ່ມີພົມແດນ ແລະຄະນະກຳມະການປົກປ້ອງ ນັກຂ່າວ ໃນວັນເສົາມື້ນີ້ ໄດ້ຮຽກຮ້ອງໃຫ້ພວກເຈົ້າໜ້າທີ່ໄທ ຍົກເລີກຂໍ້ຫາຕໍ່ນາງ ໃນທັນທີ ຊຶ່ງນາງເອງກໍໄດ້ປະຕິເສດ ຕໍ່ຂໍ້ຫາເຫຼົ່ານີ້ຢູ່ແລ້ວ.

ນາງຈີຣະນຸດ ເຄີຍຖືກຈັບກ່ອນໜ້ານີ້ ແລະຖືກປ່ອຍຫຼັງຈາກມີການປະກັນໂຕໃນຂໍ້ຫາທີ່ຄ້າຍ ຄືກັນ ໃນເດືອນມີນາຜ່ານມາ ແລະນາງກຳລັງລໍຖ້າຂຶ້ນສານ ກ່ຽວກັບຂໍ້ຫາເຫຼົ່ານີ້.

XS
SM
MD
LG