ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານໄທປະກາດ ໃຫ້ເງິນຊົດເຊີຍແກ່ຄອບຄົວ ຂອງພວກໄດ້ຮັບເຄາະ ຈາກການກໍ່ຄວາມຮຸນແຮງ ໃນເຂດພາກໃຕ້


ທະຫານໄທຍາມຮັກສາຄວາມປອດໄພຄົນນຶ່ງ ແນມເບິ່ງແມ່ຍິງມຸສລິມ ຢູ່ເມືອງ Bacho ໃນພາກໃຕ້ຂອງໄທ. (AP Photo/David Longstreath)
ທະຫານໄທຍາມຮັກສາຄວາມປອດໄພຄົນນຶ່ງ ແນມເບິ່ງແມ່ຍິງມຸສລິມ ຢູ່ເມືອງ Bacho ໃນພາກໃຕ້ຂອງໄທ. (AP Photo/David Longstreath)

ລັດຖະບານ​ໄທ​​ໄດ້ປະກາດ​ ກ່ຽວ​ກັບແຜນ​ການນຶ່ງ ​ທີ່​ຈະຈ່າຍ​ເງິນ​ຊົດ​ເຊີຍ​ ແກ່ພວກ​ເຄາະ​ຮ້າຍ ​ຈາກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​​ໄທ​ ໃນ​ເຂດ​ພາກ​ໃຕ້​ສຸດ​ຂອງ​ປະ​ເທດ​ ບ່ອນ​ທີ່​ການ​ກໍ່​ກະບົດ​ແບບ​ຄ່ອຍໆ​ທີ່ພວມ​ດຳ​ເນີນ​ຢູ່ນັ້ນ​ ໄດ້ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ​ຫລາຍ​ພັນຄົນ. ພວກກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ຊົມ​ເຊີຍ​ແຜນການ​ດັ່ງກ່າວ​ນີ້ວ່າ ເປັນ​ບາດກ້າວ​ໃນ ທາງ​ບວກ​​ໄປ​ສູ່​ ການ​ສ້າງຄວາມ​ປອງ​ດອງ​ຊາດ ແຕ່​ກໍ​ເວົ້າ​ວ່າ ​ຂົງ​ເຂດ​ພາກ​ໃຕ້ສຸດ​ຂອງ​ໄທ ຍັງ​ຂາດ​ເຂີນ​ຄວາມ​ຍຸຕິ​ທໍາ​ ແລະ​ຄວາມ​ຮັບຜິດຊອບ​ທີ່​ຈໍາເປັນນັ້ນ​ຢູ່. Daniel Schearf ມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ ດັ່ງທອງ​ປານຈະ​ນຳມ​າສ​ະ​ເໜີ​ທ່ານ​.

ກໍາມະການ​ຄະນະ​ນຶ່ງ​ທີ່​ແຕ່ງ​ຕັ້ງ​ໂດຍ​ລັດຖະບານ​ໄທ​ ​ໄດ້ອະນຸມັດການ​ຈ່າຍ​ເງິນ​ຊົດ​ເຊີຍ​ໃນຈໍານວນ​ຫລາຍ​ເຖິງ 2 ​ແສນ​ຫ້າ​ໝື່ນ​ບາດ​ ໃຫ້​ແຕ່ລະ​ຄົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ເຫດ ການ​ກໍ່​ຄວາມ​ຮຸນ​ແຮງ​ໃນ​ເຂດ​ພາກ​ໃຕ້​ສຸດ​ຂອງ​ໄທ. ໃນ​ນັ້ນ​ແມ່ນ​ມີ​ໂຮມ​ທັງ​ພວກ​ຍາດ​ພີ່ນ້ອງ​ຂອງ​ຜູ້​ທີ່​ຖືກ​ຂ້າ​ຕາຍ ​ໂດຍ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງໄທໃນ​ເຫດຮ້າຍ​ທີ່​ພວກ​ນັກວິ ​ເຄາະ​ກ່າວ​ວ່າ ຊ່ວຍ​ເປັນ​ເຊື້ອ​ໄຟ​ໃຫ້​ແກ່​ການ​ກໍ່​ກະບົດ ທີ່​ໄດ້​ເຂັ່ນຂ້າ​ປະຊາຊົນ​ໄປ​ຫລາຍ​ກວ່າ 5,000 ຄົນ ນັບ​ຕັ້ງ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ.

ພວກ​ຄອບຄົວ​ທີ່​ຈະ​ໄດ້​ຮັບ​ເງິນ​ຊົດ​ເຊີຍນັ້ນ​ແມ່ນ​ໂຮມ​ທັງ​ພວກ​ຍາດ​ພີ່​ນ້ອງ ຂອງ​ພວກ​ທີ່​ຖືກ​ ຂ້າ​ຕາຍ​ໃນ​ປີ 2004 ​ເວລາ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພຂອງໄທ​ ບຸກເຂົ້າ​ໂຈມ​ຕີ​ພວກ​ຫົວ
ຮຸນ​ແຮງ​ມຸສລິ​ມ ທີ່ເຂົ້າໄປ​ຫລົບ​ໄພ​ທີ່​ວັດມຸສລິມ Krue Se ​ໃນຈັງຫວັດ​ປັດ​ຕາ​ນີນັ້ນ

ສອງ​ສາມ​ເດືອນ​ຕໍ່​ມາ ພວກ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ 78 ຄົນ​ໄດ້​ເສຍ​ຊີວິດຍ້ອນ​ຂາດ​ອາກາດ​ຫາຍ​ໃຈບໍ່​ໄດ້ ຫລັງ​ຈາກ​ພວກ​ເຂົາ​ເຈົ້າຖືກ​ຈັບແລະຍັດ​ບຽດ​ກັນ​ຢູ່​ໃນ​ລົດ​ບັນທຸກ.

ພາຍ​ໃຕ້​ແຜນການ​ໃໝ່​ດັ່ງກ່າວ​ນີ້ ພວກ​ຍາດ​ພີ່ນ້ອງ​ຂອງ​ພວກ​ທີ່​ເສຍ​ຊີວິດ ຈະ​ໄດ້​ຮັບ​ເງິນ​ຄ່າຊົດ​ເຊີຍ.

ຄອບຄົວ​ໃດ​ທີ່​ເຊື່ອ​ວ່າ​ຍາດ​ພີ່ນ້ອງ​ຂອງ​ຕົນ​ໄດ້ຫາຍ​ສາບ​ສູນ​ໄປ ​ໂດຍ​ກໍາລັງ​ຮັກສາ​ຄວາມ
ປອດ​ໄພ​ຂອງປະ​ເທດ​ນັ້ນກໍ​ຈະ​ໄດ້​ຮັບ​ເງິນ​ຊົດ​ເຊີຍ​ເຊັ່ນ​ດຽວ​ກັນ.

ພວກຜູ້ຊາຍມຸສລິມຫາມຊາຍຄົນນຶ່ງ ທີ່ໄດ້ຮັບບາດ ເຈັບໃນເຫດການຍິງຕໍ່ສູ້ກັນກັບທະຫານໄທ ຢູ່ໃກ້ໆ ເມືອງປັດຕານີ ໃນພາກໃຕ້ຂອງໄທ, ວັນທີ 13 ເມສາ 2007.
ພວກຜູ້ຊາຍມຸສລິມຫາມຊາຍຄົນນຶ່ງ ທີ່ໄດ້ຮັບບາດ ເຈັບໃນເຫດການຍິງຕໍ່ສູ້ກັນກັບທະຫານໄທ ຢູ່ໃກ້ໆ ເມືອງປັດຕານີ ໃນພາກໃຕ້ຂອງໄທ, ວັນທີ 13 ເມສາ 2007.

ທ່ານ ສຸ​ໄນ ຜາ​ສຸກ ນັກວິ​ໄຈ​ປະ​ຈໍາກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທີ່​ມີສຳນັກງານ​ຢູ່​ນະຄອນນີວຢ໊ອກ ກ່າວວ່າ ພວກ​ເຂົ​າ​ເຈົ້າມີ​ບັນທຶກ 39 ກໍ​ລະ​ນີ ທີ່​ຖືກ​ບັງຄັບ​ໃຫ້ຫາ​ຍສາບ​ສູນ. ທ່ານ ສຸ​ໄນ ກ່າວ​ຕໍ່​ໄປ​ວ່າ ຜົນ​ເສຍ​ຫາຍ​ຕ່າງໆ ​ສໍາລັບ​ພວກ​ເຄາະ​ຮ້າຍ​ ຢູ່ໃນ​ເຂດ​ພາກ​ໃຕ້​ສຸດ​ຂອງໄທ ນັບ​ວ່າ​ສູງ​ທີ່​ສຸດ​ທີ່​ລັດຖະ​ບານ​ໄດ້​ສະ​ເໜີຈ່າຍ​ໃຫ້ ແລະ​ມັນ​ເປັນ​ການ​ສໍາ ຄັນ​ຫຼາຍ ​ໃນ​ການ​ຮັບ​ຮູ້​ພວກ​ເຄາະ​ຮ້າຍ​ຂອງກໍາລັງ​ຮັກສາ​ຄວາມປອດ​ໄພຂອງ​ປະ​ເທດ.

ທີ່​ທ່ານ​ສຸ​ໄນ​ເວົ້າວ່າ “ສໍາຄັນ​ໄປ​ກວ່າ​ການ​ໃຫ້​ເງິນ​ຊົດ​ເຊີຍ​ນັ້ນ ກໍ​ຄື​ຕ້ອງ​ໃຫ້​ມີ​ການ​ສືບສວນ​ສອບສວນ ຕ້ອງ​ໃຫ້​ມີ​ຄວາມ​ຮັບຜິດຊອບ. ແລະ​ພວກ​ເຮົາ​ຫວັງ​ວ່າ ນີ້​ເປັນບາດກ້າວ​ທີ່​ສໍາຄັນ​ທີ່​ສຸດ​ບາດກ້າວ​ນຶ່ງ ທີ່​ຈະ​ນໍາ​ໄປ​ສູ່​ການ​ສືບສວນ​ສອບ​ສວນ ຢ່າງກວ້າງຂວາງ ຕໍ່ເຫດການ​ກໍ່​ຄວາມ​ຮຸນ​ແຮງໂດຍ​ລັດຖະບານ ​ໃນ​ເຂດ​ພາກ​ໃຕ້​ສຸດ​ຂອງ​ໄທ ທີ່​ໄດ້​ດໍາ​ເນີນ​ມາ​ໄດ້​ຫລາຍໆ​ປີ​ແລ້ວ​ນັ້ນ.”

ການ​ຕັດສິນ​ໃຈ​ໃນ​ການ​ຈ່າຍ​ເງິນ​ຊົດ​ເຊີຍ​ໃຫ້​ແກ່​ພວກ​ເຄາະ​ຮ້າຍ​ເຂດ​ພາກ​ໃຕ້ໄດ້​ມີ​ຂຶ້ນລຸນ​ຫຼັງການຕົກລົງ​ກັນ​ໃນທໍານອງ​ດຽວ​ກັນ​ນີ້ໃນ​ເດືອນ​ມັງກອນ​ຜ່ານ​ມາ ​ເພື່ອ​ຈ່າຍ​ເງິ​ນຊົດ​ເຊີຍ​ແກ່ພວກ​ເຄາະ​ຮ້າຍຈາກ​ເຫດການ​ຄວາມ​ຮຸນ​ແຮງ​ທາງ​ດ້ານ​ການ​ເມືອງຂອງ​ປະ​ເທດ ທີ່​ໄດ້​ເກີດ​ຂຶ້ນ ​ຢູ່​ທີ່ບາງກອກ​ເປັນ​ບາງ​ຄັ້ງ​ບາງ​ຄາວ​ ມາ​ຕັ້ງ​ແຕ່​ປີ 2005. ພວກ​ນັກວິເຄາະ​ກ່າວ​ວ່າ ​ແຜນການ​ຈ່າຍ​ເງິນ​ຊົດ​ເຊີຍ​ດັ່ງ​ກ່າວນີ້ ​ແມ່ນ​ສ້າງ​ຄວາມ​ກົດ​ດັນໃຫ້ແກ່ລັດຖະບານ​ເພື່ອ
ແກ້​ໄຂ​ບັນ​ຫາຄວາມ​ບໍ່ພໍ​ໃຈ​ມາເປັນ​ເວລາ​ຍາວ​ນານ​ໃນ​ເຂດ​ພາກ​ໃຕ້​ສຸດ​ຂອງ​ໄທ.

ກໍາມະການ​ອີກ​ຄະນະ​ນຶ່ງ ຄາດ​ວ່າຈະ​ຕັດສິນ​ໃຈ​ໃນ​ເວລາ​ຕໍ່​ມາ ສໍາ​ລັບ​ເງິນຄ່າ​ຊົດ​ເຊີຍ​ສຳ​ຫຼັບ​ຍາດ​ພີ່ນ້ອງ​ຂອງພວກ​ເຈົ້າໜ້າ​ທີ່ກໍາລັງ​ຮັກສາ​ຄວາມ​ປອດ​ໄພທີ່​ໄດ້​ຖືກ​ຂ້າ​ຕາຍ​ໃນ​ເຫດ​ຮ້າຍ​ຕ່າງໆ​ ຢູ່ໃນ​ເຂດ​ພາກ​ໃຕ້ຂອງ​ໄທ​ນັ້ນ.

ທ່ານ Benjamin Zawacki ຈາກ​ອົງການ​ນີລະ​ໂທດກຳ​ສາກົນ​ປະ​ຈໍາ​ປະ​ເທດ​ໄທ​ກ່າວ​ວ່າ ກໍລະນີຂໍ້​ຂັດ​ແຍ້​ງກັນ​ຢູ່​ໃນ​ເຂດ​ພາກ​ໃຕ້ນັ້ນນັບ​ວ່າ​ເປັນບັນຫາ​ລ່ວງ​ລະ​ເມີດສິດທິ​ມະນຸດ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ໄທ.

ທ່ານ Zawacki ​ເວົ້າວ່າ “ກ່ຽວ​ກັບ​ກໍລະນີ​ນີ້ ບໍ່​ເຫັນ​ມີ​ເຈົ້າໜ້າ​ຈັກຄົນ​ເລີຍ​ທີ່​ຕ້ອງ​
ຮັບຜິດຊອບ ​ໃນ​ການ​ລ່ວງ​ລະ​ເມີດຕ່າງໆ​ດ້ານ​ສິດທິ​ມະນຸດ​ໃນ​ເຂດພາກ​ໃຕ້​
ສຸດ​ຂອງ​ໄທ​ ​ຄື​ໃນ​ລະຫວ່າງ​ເວ​ລາ​ນັ້ນ ​ເຖິງ​ແມ່ນມີ​ມູນຄວາມ​ຈິງຢູ່ວ່າ ມີ​ພວກ
ກະບົດ​ຢ່າງ​ໜ້ອຍປະມານ​ 50 ​ເປີ​ເຊັນ​ທີ່​ຖືກ​ດໍາ​ເນີນ​ຄະດີ ​ໄດ້ຖືກ​ຕັດສິນ​ວ່າ​
ກະທໍາ​ຜິດ ​ແລະ​ດັ່ງ​ນັ້ນກໍ​ເປັນ​ທີ່​ແນ່ນອນ​ວ່າ ມັນຍັງຂາດ​ຄວາມຍຸຕິ​ທໍາຢູ່​ໃນ​
ພາກ​ໃຕ້​ສຸດຂອງ​ໄທ​ນັ້ນ."

ພວກທະຫານໄທພາກັນກູ້ເອົາສົບພະສົງອົງນຶ່ງ ທີ່ຖືກພວກກະບົດ ມຸສລິມຍິງຕາຍ ໃນຈັງວັດຢະລາ ທາງພາກໃຕ້ຂອງໄທ, ວັນທີ 16 ເດືອນພຶດສະພາ 2011.
ພວກທະຫານໄທພາກັນກູ້ເອົາສົບພະສົງອົງນຶ່ງ ທີ່ຖືກພວກກະບົດ ມຸສລິມຍິງຕາຍ ໃນຈັງວັດຢະລາ ທາງພາກໃຕ້ຂອງໄທ, ວັນທີ 16 ເດືອນພຶດສະພາ 2011.

ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຈາກ​ຫາດ​ຊາຍທ່ອງ​ທ່ຽວທີ່​ມີ​ຊື່​ສຽງ​ແຫ່ງ​ຕ່າງໆ​ຂອງ​ໄທ ການ​ກໍ່ກະບົດ​ກໍ​ຍັງ​ຄົງແນ​ໃສ່ ​ແຕ່​ໃນສາມ​ຈັງ ຫວັດ​ພາກ​ໃຕ້​ສຸດ​ຂອງ​ໄທ ຄື​ຈັງຫວັດ ນະຣາທິວາ​ດ ປັດ​ຕາ​ນີ ​ແລະ​ຢະລາ. ​ເຂດພາກ​ໃຕ້​ຂອງ​ໄທ​ເຄີຍ ​ເປັນ​ສຸນ​ລະ​ຕານ​ເອກ​ກະລາດ​ຂອງ​ພວກ​ມຸສລິ​ມມາ​ເລ ກ່ອນ​ລາດ​ຊະ​ອານາຈັກໄທ ​ທີ່​ນັບຖືສາສະໜາ​ພຸດ ​ຍຶດ​ເອົາ​ເຂດ​ດັ່ງກ່າວ ​ເມື່ອ​ນຶ່ງ​ຮ້ອຍ​ປີ ຜ່ານມາ.

ພວກ​ມຸສລິ​ມມາ​ເລ ທີ່ບໍ່ພໍ​ໃຈ​ຈະ​ຢູ່​ພາ​ຍ​ໃຕ້​ການ​ປົກຄອງ​ຂອງ​ໄທ​ທີ່​ນັບ​ຖືສາສນາ​ພຸດນັ້ນ ​ໄດ້ທຳ​ການ​ສູ້​ລົບໃນ​ການ​ກໍ່ກະບົດ​ເປັນ​ໄລຍະໆ ທີ່​ເຊື່ອວ່າແນ​ໃສ່​ເພື່ອ​ຢາກ​ໄດ້​ຮັບ​ປົກຄອງ​ຕົນ​ເອງໃນ​ຮູບ​ໃດ​ ຮູບນຶ່ງ.

ແຕ່​ວັດຖຸ​ປະສົງ​ຂອງ​ພວກ​ກະບົດ​ນັ້ນ ຍັງ​ຄົງບໍ່ເປັນ​ທີ່​ແຈ່ມ​ແຈ້ງ​ເທື່ອ ​ເພາະ​ພວກ​ເຂົາ​ເຈົ້າບໍ່​ມີ​ການ​ຖະ​ແຫຼງ​ໃຫ້​ຜູ້​ຄົນຮູ້​ຈັກ ​ແລະ​ບໍ່​ມີ​ເປົ້າໝາຍ​ທີ່​ຕັ້ງ​ໄວ້​ຢ່າງ​ຈະ​ແຈ້ງ.

ພວກ​ກະບົດ​ແມ່ນ​ແນ​ເປົ້າໝາຍ​ໃສ່​ພວກ​ທະຫານ​ແລະ​ຕໍາຫລວດ​ ​ແຕ່ກໍຍັງເຂັ່ນຂ້າ​ພວກ​ເປົ້າໝາຍ​ທີ່​ງ່າຍ​ໆ​ທັງຫລາຍ​ເຊັ່ນ​ພວກ​ນາຍຄູ ພະສົງ ​ແລະ ພວກ​ຊາວນາ ທີ່​ເຫັນ​ວ່າ​ເປັນ​ຕົວ​ແທນ​ຂອງ​ລັດຖະບານ​ສາສນາ​ພຸດ​ຂອງ​ໄທ ນັ້ນ.

ພວກ​ກຸ່ມປົກ​ປ້ອງ​ສິດທິມະນຸດ​ກ່າວ​ວ່າ ກຸ່ມກໍາ​ລັງ​ຮັກສາ​ຄວາມ​ປອດ​ໄພທີ່ລຶກລັບ ໄດ້​ໃຊ້​ມາດຕະການທໍລະມານ ​ແລະ​ຈັບ​ກຸມ​ຄຸມຂັງ​ຕາມ​ອໍາ​ເພີ​ໃຈ.

XS
SM
MD
LG