ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ໄທແລະອິນໂດເນເຊຍ ຂັດແຍ່ງກັນ ເລື້ອງລາຄາເຂົ້າ


ທ່ານນາງຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ.
ທ່ານນາງຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ.

ບັນ​ຫາ​ຂັດ​ແຍ່ງ​ທາງດ້ານການທູດກໍາລັງ​ເກີດ​ຂຶ້ນ​ລະຫວ່າງ​ໄທ​ແລະ​ອິນ​ໂດ​ເນ​ເຊຍ ໃນ​
ຂະນະ​ທີ່​ລັດຖະບານ​ບາງກອກ​ກະກຽມ​ທີ່​ຈະ​ຂຶ້ນ​ລາຄາ​ເຂົ້າ​ສໍາລັບ​ຊາວ​ກະສິກອນ​ປູກ
​ເຂົ້າ​ໄທ.

ທ່ານ​ກິດ​ຕິຣັດ ນະ​ ຣະນອງ ລັດຖະມົນຕີ​ການ​ຄ້າ​ໄທ​ກ່າວ​ຕໍ່​ບັນດານັກ​ຂ່າວໃນ​ສັບປະ
ດາ​ນີ້ວ່າ​ ທ່ານ​ຈະ​ບໍ່​ລົງນາມໃນຂໍ້​ຕົກລົງ​ຊົ່ວຄາວ​ທີ່​ຈະ​ຂາຍ​ເຂົ້າ 3​ ແສນ​ໂຕນ​ໃຫ້​ອິນ​ໂດ
​ເນ​ເຊຍ ​ເພາະວ່າລາຄາ​ເຂົ້າ​ຕໍ່າ​ໂພດ. ຂໍ້​ຕົກລົງ​ກັນ​ດັ່ງກ່າວ ​ແມ່ນ​ໄດ້ເຈລະຈາ​ກັນ​ກັບ​ລັດ
ຖະບານ​ຊຸດ​ກ່ອນໃນເວລາ​ບໍ່​ດົນ​ກ່ອນ​ທ່ານ​ກິດ​ຕິຣັດ ທີ່ສັງກັດ​ພັກ​ເພື່ອ​ໄທ​ ເຂົ້າ​ມາ​ດໍາລົງ
​ຕໍາ​ແໜ່​ງ​ໃນ​ເດືອນ​ສິງຫາຜ່ານ​ມາ​ນີ້.

ທ່ານ​ກິດ​ຕິຣັດກ່າວ​ວ່າ ທ່ານ​ຄາດຫວັງ​ວ່າ​ອິນ​ໂດ​ເນ​ເຊຍ​ຈະ​ເຂົ້າ​ໃຈ​ການ​ຕັດສິນ​ໃຈ​ຂອງ
​ທ່ານ​ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ຝ່າຍ​ລັດຖະບານ​ກຸງ Jakarta ກ່າວ​ວ່າ ບໍ່ໄດ້ມີການແຈ້ງໃຫ້
​ເຂົາ​ເຈົ້າ​ຊາບ​ວ່າຂໍ້​ຕົກລົງ​ກັນ​ດັ່ງກ່າວ​ໄດ້​ຖື​ບລົບ​ລ້າງໄປ​ແລ້ວ​ ແລະ​ພວກ​ເຂົາ​ເຈົ້າ​ຍັງ​ຄາດ
​ວ່າ ໄທ​ຈະ​ສົ່ງ​ເຂົ້າ​ໃຫ້​ຕົນ​ຕາມ​ທີ່​ໄດ້ຕົກລົງ​ກັນ​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້​ກ່າວ​ວ່າ ​ເວລາ​ນີ້​ເຂົາ​ເຈົ້າ​ກໍາລັງ​ລໍຖ້າ​ໃຫ້​ໄທ​ຕອບສານ​ສະບັບ​ນຶ່ງ
​ທີ່​ໄດ້ຊັກ​ຖາມ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ຂໍ້​ຕົກລົງ​ຊື້​ຂາຍ​ກັນ​ນັ້ນ.

ບັນຫາ​ຂັດ​ແຍ່ງ​ກັນ​ນີ້​ສາມາດ​ເປັນ​ຮ່ອງຮອຍ​ອັນ​ນຶ່ງ​ຂອງອັນ​ທີ່​ຄາດ​ກັນ​ວ່າ​ຈະເກີດຂຶ້ນ
ຂະນະທີ່ໄທ​ຈັດ​ຕັ້ງ​ປະຕິບັດ​ການຂຶ້ນ​ລາຄາ​ເຂົ້າຕື່ມອີກ 50 ​ເປີ​ເຊັນ​ທີ່ລັດຖະບານໄດ້ໃຫ້
ການຄໍ້າ​ປະກັນ​ໄວ້​ວ່າ ຕົນ​ຈະ​ຈ່າຍ​ໃຫ້ພວກ​ກະສິກອນ​ປູກ​ເຂົ້າ​ໄທ​ນັ້ນ. ການ​ຂຶ້ນ​ລາຄາ
​ເຂົ້າ​ນີ້​ແມ່ນ​ນຶ່ງ​ໃນຄໍາ​ໝັ້ນສັນຍາ​ທີ່​ໄດ້ຮັບຄວາມນິຍົມຫລາຍ​ຢ່າງທີ່​ໄດ້ໃຫ້​ໄວ້ ຊຶ່ງ​ຊອ່ຍ
ເຮັດໃຫ້ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດ ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ໃນ
​ເດືອນ​ກໍລະກົດ​ຜ່ານ​ມາ​ນັ້ນ.

XS
SM
MD
LG