ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີໄທ ​ຢ້ຽມຢາມ ​​​ອິນໂດເນເຊຍ


ທ່ານນາງ ຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ກວດແຖວທະຫານກອງກຽດຕິຍົດ ເວລາເດີນທາງໄປຮອດ ນະຄອນຫລວງຈາກາຕາ, ວັນທີ 12 ກັນຍາ 2011.
ທ່ານນາງ ຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ກວດແຖວທະຫານກອງກຽດຕິຍົດ ເວລາເດີນທາງໄປຮອດ ນະຄອນຫລວງຈາກາຕາ, ວັນທີ 12 ກັນຍາ 2011.

ບັນດາ​ຜູ້​ນໍາ​ຂອງ​ໄທ​ແລະ​ອິນ​ໂດ​ເນ​ເຊຍ​ ໄດ້ໃຫ້ຄໍາ​ໝັ້ນ​ສັນຍາ ທີ່​ຈະ​ຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ຄວາມ​ໝັ້ນຄົງ​ລະຫວ່າງ​ກັນໃຫ້​ສູງຂຶ້ນ.

ການ​ໃຫ້ຄໍາ​ໝັ້ນ​ສັນຍາດັ່ງກ່າວ​ໄດ້​ມີ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ລະຫ​ວ່າງການ​ຢ້ຽມຢາມ​ນະ​ຄອນ​ຫລວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ ຂອງ​ນາຍົກລັດຖະມົນຕີໄທ ທ່ານ​ນາງ​ຢິ່ງ​ລັກ ຊິນນະ​ວັດ ຊຶ່ງ​ການ​ຢ້ຽມຢາມ​ໃນ​ມື້​ນີ້​ແມ່ນຄັ້ງ​ທີ່ 2 ຂອງການເດີນທາງ​ໄປ​ພົບ​ປະ​ແລະທໍາ​ຄວາມ​ຮູ້ຈັກລື້​ງ​ແກ່ນກັບ​ບັນດາ​ຜູ້​ນໍາ​ຂອງ​ປະ​ເທດ​ເພື່ອນ​ບ້ານ ຂອງນາຍົກລັດຖະມົນຕີ​ໄທຄົນ​ໃໝ່​ ທີ່​ໄດ້ໄປຢ້ຽ​ມຢາມ Brunei ​ ໃນວັນ​ເສົາ​ແລ້ວ​ນີ້ ​ແລະ​ມີ​ກໍານົດ​ຈະ​ເດີນທາງ​ໄປ​ຍັງກໍາ​ປູເຈຍ​ໃນ​ວັນ​ພະຫັດ​ ຈະ​ມານີ້ ບ່ອນ​ທີ່​ຄາດ​ກັນ​ວ່າ ທ່ານ​ນາງ​ຈະ​ຮ້ອງ​ຂໍໃຫ້ປ່ອຍ​ນັກ​ເຄື່ອນ​ໄຫວ​ໄທ 2 ຄົນ​ທີ່​ຖືກ​ກັກ​ຂັງ​ຢູ່​ທີ່ນັ້ນ ແລະ​ໃນ​ມື້​ວັນ​ສຸກ ທ່ານ​ນາງ​ຢິ່ງລັກຈະ​ໄປ​ຢ້ຽມຢາມ​ລາວ.

ທ່ານ​ນາງ​ຢິ່ງ​ລັກກ່າວ​ວ່າ ທ່ານ​ນາງ​ກັບ​ປະ​ທ່ນາ​ທິນໍ​ດີອິນ​ໂດ​ເນ​ເຊຍ ທ່ານ Susilo Bambang Yudhoyono ຕ່າງ​ກໍ​ມີ​ຄວາມ​ພໍ​ໃຈ​ນໍາ​ການ​ຄ້າ​ທີ່​ເຕີບ​ໃຫຍ່​ຂຶ້ນ​ຢ່່າງ​ໄວ ລະຫວ່າງ​ປະ​ເທດ​ຂອງ​ພວກ​ທ່ານ ​ແລະ​ພວກ​ທ່ານ​ໄດ້​ສົນ ທະນາ​ກັນ ກ່ຽວ​ກັບ​ຊ່ອງ​ທາງ​ອື່ນໆ​ໃນ​ການ​ເສີມ​ຂະຫບາຍ​ການ​ຮ່ວມ​ມື​ກັນ​ທາງ​ດ້ານ​ເສດຖະກິດ.

XS
SM
MD
LG