ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ໄທ​ ເກືອບ 5000 ຄົນ​ ​​ສ້າງ​ສະ​ຖິຕິ​ໂລກ ​ໃນ​ການ​​ຫລິ້ນ ຮູ​ລາ ຮູປສ໌


ຊາວ​ໄທ​ເກືອບ 5000 ຄົນ​ ​ໄດ້​ສ້າງ​ສະ​ຖິຕິ​ໂລກ ​ໃນ​ການ​ເປັນ​
ກຸ່ມ​ຄົນ​ທີ່​ໃຫຍ່​ທີ່​ສຸດ ທີ່​ຫລິ້ນ Hula hoops
ຊາວ​ໄທ​ເກືອບ 5000 ຄົນ​ ​ໄດ້​ສ້າງ​ສະ​ຖິຕິ​ໂລກ ​ໃນ​ການ​ເປັນ​ ກຸ່ມ​ຄົນ​ທີ່​ໃຫຍ່​ທີ່​ສຸດ ທີ່​ຫລິ້ນ Hula hoops
ຊາວ​ໄທ​ເກືອບ 5000 ຄົນ​ ​ໄດ້​ສ້າງ​ສະ​ຖິຕິ​ໂລກ ​ໃນ​ການ​ເປັນ​
ກຸ່ມ​ຄົນ​ທີ່​ໃຫຍ່​ທີ່​ສຸດ ທີ່​ຫລິ້ນ Hula hoops ຫລື​ແກ່ວ​ງແອວ
ໂດຍ​ມີ​ບ້ວງ ຮູ​ລາ ຮູປສ໌ ຄ້ອງ​ຢູ່​ແອວ​ຂອງ​ເຂົາ​ເຈົ້າ ​ພ້ອມ​ກັນ ​
ແລະ​ຢູ່​ບ່ອນ​ດຽວກັນ.

​ໃນ​ວັນ​ອັງຄານວານ​ນີ້ ​ເຈົ້າ​ໜ້າ​ທີ່​ຂອງ ບັນທຶກ​ຂອງ​ໂລກ ກິນ​ແນ​ສບຸກ ຫລື Guiness World Records ​ໃຫ້ການ​ຢືນຢັນວ່າ​ ມີຄົນ​ໄທ 4,483 ຄົນ ​ພາກັນ​ແກ່ວ​ງ​ແອວ​ໃສ່ຈັງ​ວະ​ຂອງ​ດົນ​ຕີ ພ້ອມ​ກັບມີ​ບ້ວງ ຮູ​ລາ ອ້ອມ​ແອ​ວຂອງ​ເຂົາ​ເຈົ້າ ​ເປັນ​ເວລາ 7 ນາທີ ​ໂດຍ​ບໍ່​ຢຸດ ຢູ່ທີ່ ມະຫາວິທະຍາ​ໄລ ທໍາ​ມະ​ສາດ ​ນ​ອກນະຄອນຫລວງ​ບາງກອກ.

ຈໍ​ານວນ​ດັ່ງກ່າວແມ່ນ​ເກືອບ​ 2.000 ຄົນ​ ຫລາຍ​ກວ່າໂຕ​ເລກ​ສູງ​ເປັນ​ປະຫວັດ​ການຄັ້ງ​ກ່ອນ ຢູ່ທີ່​ໄຕ້​ຫວັນ ​ເມື່ອ​ສອງ​ປີ​ກ່ອນ.

ກະຊວງ​ສາທາລະນະ​ສຸກ ປະ​ເທດ​ໄທ ​ເປັນ​ຜູ້​ຈັດ​ລາຍການ​ດັ່ງກ່າວຂຶ້ນ ​ເພື່ອ​ສົ່ງ​ເສີມການ​ຫລີ້ນ hula hoop ​ໃຫ້​ເປັນ​ວິທີ​ການ​ອອກ​ກໍາລັງ​ກາຍ​ທີ່ມ່ວນ​ຊື່ນ ​ເພື່ອ​ຮັກສາ​ສຸຂະພາບ.

ກ່ຽວຂ້ອງກັນ

XS
SM
MD
LG