ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການລັກລອບຄ້າມະນຸດ ໃນໄທ ຍັງຄົງເປັນບັນຫາ ໜັກໜ່ວງຢູ່ຕໍ່ມາ


ການລັກລອບຄ້າມະນຸດໃນໄທຍັງໜັກໜ່ວງຕໍ່ໄປ
ການລັກລອບຄ້າມະນຸດໃນໄທຍັງໜັກໜ່ວງຕໍ່ໄປ

ພວກ​ເຈົ້າໜ້າ​ທີ່​ໄທ​ກໍາລັງ​ກຽມ​ຕົວ​ກຽມ​ໃຈ ຕໍ່ຄວາມ​ສາມ​າດເປັນ​ໄປ​ໄດ້​​ທີ່​ຈະ​ຖືກ​ລົດ​ລະດັບລົງ ຢູ່​ໃນ​ບັນຊີ​ສິ້ງ​ຊອມ​​ເບິ່ງຂອງ​ກະຊວງ​ການຕ່າງປະ​ເທດ​ສະຫະລັດ​ ສໍາລັບພວກ​ປະ​ເທດ​ທີ່​ມີ​ປະວັດ​ຂີ້ຮ້າຍ​ທີ່​ສຸດ​ໃນ​ການ​ປາບ​ປາມ​ການ​ລັກລອບ​ຄ້າມະນຸດ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Luke Hunt ມີ​ລາຍ​ງານ​ມາ​ຈາກ​ບາງ​ກອກ ດັ່ງທອງ​ປານຈະ​ນໍາ​ລາຍ​ລະ​ອຽດມາສ​ະ​ເໜີ​ທ່ານ​.

ທໍາ​ອິດນັ້ນ ​ໄທ​ຖືກ​ຈັດ​ເຂົ້າ​ໃນລະດັບ​ສອງ ຫລື Tier ສອງ ​ຢູ່​ໃນ​ບັນຊີ ປີ 2010 ​ສໍາ​ລັບ​
ພວກປະ​ເທດທີ່​ມີ​ການ​ລັກລອບ​ຄ້າ​ມະນຸດ​ ທີ່​ບໍ່ປະຕິບັດຕາມ ມາດຕະຖານ​ຕໍ່າ​ສຸດ​ທີ່ໄດ້
​ລະບຸ​ໄວ້ ​ເພື່ອ​ແກ້​ໄຂ​ການ​ລັກ​ລອບ​ຄ້າ​ມະນຸດ​ນັ້ນ. ຖ້າຫາກ​ວ່າ​ປະ​ເທດ​ໃດ​ບໍ່​ໄດ້​ສະ​ແດງ
​ໃຫ້​ເຫັນ​ຮ່ອງຮອຍ​ໃດໆ​ວ່າ​ໄດ້​ມີ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ ຫລັງ​ຈາກ​ຢູ່​ໃນ​ລະດັບ​ນັ້ນ​ມາ​ໄດ້
​ສອງ​ປີ​ແລ້ວນັ້ນ ກໍ​ຈະ​ຖືກ​ລົດໄປ​ສູ່ລະດັບ​ຕໍ່າ​ສຸດ ຫລື ​ເທຍສາມ ໂດຍ​ອັດຕະ​ໂນ​ມັດແລະ
ຢູ່​ໃນ​ລະດັບ​ດຽວກັນ​ກັບ ​ເກົາຫລີ​ເໜືອ ຄິວ​ບາ ​ແລະ​ມຽນມາ.

ຈາກ​ສະຖານະ​ພາບ​ນີ້ ປ​ະ​ເທດ​ດັ່ງກ່າວ​ກໍອາດຖືກລົງ​ໂທດໃນ​ດ້ານ​ທີ່​ບໍ່​ກ່ຽວ​ກັບ​ມະນຸດສະ​ທໍາ​ໄດ້.

ພວກກຸ່ມ​ຕ່າງໆ​ເຊັ່ນກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch ແລະ​ມູນ​ນິທິ
ກະຈົກ​ ຫລື Mirror Foundation ກ່າວ​ວ່າ ​ໄທໄດ້​ປະສົບກັບກາ​ນລັກລອບຄ້າ​ມະນຸດ
ເພີ່ມ​ຂຶ້ນ ​ໂດຍ​ສະ​ເພາະໃນ​ພວກເດັກສາວ ​ເມື່ອບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ທີ່​ເຮັດ​ໃຫ້​ປະ​ເທດໄທ
ຕົກຢູ່​ໃນ​ອັນຕະລາຍທີ່​ຈະ​ຖືກ​ຈັດ​ວ່າ ເປັນ​ປະ​ເທດ​ຝ່າຝືນ​ສິດທິ​ມະນຸດ​ຂັ້ນ​ຮ້າຍແຮງທີ່​ສຸດ
ຂອງ​ໂລກ​ ຮ່ວມ​ກັບອີກ​ສາມປະ​ເທດ​ທີ່​ກ່າວ​ຊື່​ມາ​ນັ້ນ.

ທ່ານ Phil Robertson ຮອງ​ຜູ້​ອໍານວຍ​ການ​ປະ​ຈໍາ​ຫ້ອງການ​ເອ​ເຊຍ​ຂອງກຸ່ມ​ສິ້ງ​ຊອມ
ສິດທິ​ມະນຸດ Human Rights Watch ກ່າວ​ຕໍ່​ຄະນະ​ກໍາມະການສົນທະນາ​ຫາລື​ກັນ​
ຄະນະ​ນຶ່ງ ຢູ່ສະ​ໂມສອນ​ພວກ​ນັກ​ຂ່າວ​ຕ່າງປະ​ເທດແຫ່ງ​ປະ​ເທດ​ໄທ​ວ່າ ທາງ​ການ​ໄທ​ໄດ້
ຮັບ​ຜ່ານ​ກົດໝາຍຫລາຍ​ສະບັບ ​ທີ່​ໜ້າ​ຈະ​ພຽງພໍ​ເພື່ອ​ກໍາຈັດ​ຄື້ນຟອງ​ການ​ລັກ​ລອບ​ຄ້າ
ມະນຸດນັ້ນ ​ຫາກແຕ່​ວ່າໄດ້​ມີ​ຄວາມລັງ​ເລ​ບໍ່​ເອົາ​ຈິງ​ເອົາ​ຈັງ​ ​ໃນ​ການປ້ອງກັນ​ສິດທິຂອງ
ຜູ້​ຕົກ​ເປັນ​ເຫຍື່ອ.

ທ່ານ​ໂຣ​ເບີດ​ສັນ​ກ່າວ​ວ່າ “​ເຮົາ​ຕ້ອງ​ເຂົ້າ​ໃຈ ​ກ່ຽວ​ກັບບັນຫາ​ການ​ລັກລອບ​
ຄ້າ​ມະນຸດນີ້​ວ່າ ມັນເກີດຂຶ້ນ​ຢູ່​ນໍາ​ການເຂົ້າເມືອງມາ​ຂອງ​ພວກ​ຄົນ​ງານ​
ຕ່າງ​ດ້າວ​ ຈາກ​ລາວ​ ກໍາປູ​ເຈຍ ​ແລະ​ມຽນມາ ຫລາຍ​ເຖິງສອງຫາ​ສາມ
ລ້ານຄົນ ທີ່​ມາຢູ່​ໃນ​ປະ​ເທດ​ໄທ ຊຶ່ງ​ຫລາຍໆ​ຄົນ​ບໍ່​ມີ​ໜັງສື​ເຂົ້າ​ເມືອງຢ່າງ​
ຖືກຕ້ອງ​ຕາມ​ກົດໝາຍ ​ແລະ​ບໍ່ສາມາດເຂົ​າ​ເຖິງ​ລະບົບການ​ໃດ​ໆ​ທີ່​
ສາມາດ​ຊ່ວຍ​ເຫລືອ​ພວກ​ເຂົາ​ເຈົ້າ​ໄດ້​.”

ທ່ານ​ໂຣ​ເບີດ​ສັນ​ກ່າວ​ຕໍ່​ໄປ​ວ່າ ​ແມ່ນ​ແຕ່​ພວກ​ທີ່​ຖືກ​ມອບ​ໝາຍ​ໜ້າ​ທີ່​ໃຫ້​ທໍາ​ການ​ທັບ​ມ້າງ​
ກຸ່ມ​ລັກລອບ​ຄ້າ​ມະນຸດ​ນັ້ນ ກໍ​ຍັງ​ພາກັນ​ສົມຮູ້​ຮ່ວມ​ຄິດ​ໃນ​ການຂູດ​ຮີດ​ເອົາ​ຮັດ​ເອົາ​ປຽບ
ພວກ​ຄົນ​ງານ​ທີ່​ເຂົ້າ​ເມືອງຜິດ​ກົດໝາຍ​ນັ້ນ​ຢູ່.

ທ່ານ​ໂຣ​ເບີດ​ສັນ​ເວົ້າ​ວ່າ “​ເວົ້າ​ກົງໆ ພວກ​ຕໍາຫລວດ​ເອງ​ນັ້ນ​ແຫລະ​ເປັນ​
ຕົວ​ການ​ບຽດບຽນຫລອກ​ຕົ້ມ ຄື​ພວກ​ຕໍາຫລວດ​ເຫັນ​ພວກ​ຄົນ​ງານ​
ຕ່າງ​ດ້າວ​ເປັນ​ໂອກາດ​ ທີ່​ພວກ​ຕົນ​ສາມາດ​ຂູດ​ຮີດ ຂູ່ເຂັນ​ເອົາ​ເງິນ​ ​
ແລະ​ພວກ​ເຮົາ​ກໍມີ​ເລຶ່ອງລາວ ​ທີ່​ພວກ​ຕໍາຫລວດ​ພົວພັນ​ນໍາ​ບັນຫາ​
ການ​ລັກລອບ​ຄ້າ​ມະນຸດ.”

ຄໍາ​ຕໍາ​ໜິຕິ​ຕຽນ​ແມ່ນ​ໜັກໜ່ວງເປັນ​ພິ​ເສດ ​ຫລັງ​ຈາກ​ມີ​ການ​ເຜີຍ​ແຜ່​ລາຍ​ງານ​ຂັ້ນຕົ້ນ​
ໂດຍ​ຜູ້​ຂຽນ​ລາຍ​ງານ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ສໍາລັບ​ການ​ລັກ​ລອບ​ຄ້າ​ມະ
ນຸດ. ລາຍ​ງານ​ໂຈມ​ຕີ​ປະ​ເທດ​ໄທ​ວ່າ ມີ​ໂຄງ​ຮ່າງດ້ານ​ກົດໝາຍທີ່ອ່ອນ​ແອ​ແລະ​ແຕກຫັກ​
ສໍາລັບປາຍ​ປາມ​ການ​ລັກລອບຄ້າ​ມະນຸດນັ້ນ ມີການ​ຄໍຣັບຊັ່ນ​ຫລື​ສໍ້ລາດ​ບັງ​ຫລວງຢ່າງ
ຝັງ​ຮາກ​ເລິກ​ ຢູ່ໃນ​ວົງ​ການ​ເຈົ້າໜ້າ​ທີ່​ບັງຄັບ​ກົດໝາຍ ​ແລະ​ມີ​ລະບົບທີ່​ບໍ່​ດີໃນການ​ບົ່ງຊີ້
ໂຕພວກ​ເຄາະ​ຮ້າຍ​.

ຊາວປະມົງຂະເໝນ ຈໍານວນນຶ່ງ ທີ່ຖືກຊ່ວຍອອກມາຈາກການຖືກບັງຄັບ
ໃຫ້ເຮັດວຽກໜັກຢູ່ໃນເຮືອປະມົງຂອງໄທ ເດີນທາງມາຮອດສະໝາມບິນ
ພະນົມເປັນ, ວັນທີ 12 ເດືອນທັນວາ 2012.

ລາຍ​ງານ​ດັ່ງກ່າວໄດ້​ຮັບ​ການສະໜັບສະໜຸນໂດຍ ທ່ານເອກກະລັກ ລູມຊົມ​ແຄ ຈາກ​ມູນ​ນິທິ
Mirror Foundation ທີ່​ກ່າວ​ຕໍ່ຄະນະກໍ​າມະ​ການ​ຜ່ານ​ນາຍ​ພາສາ​ວ່າ ໄດ້​ມີ​ການເພີ່ມ​ທະວີ
ຂຶ້ນ​ ໃນຈໍານວນ​ພວກເດັກສາວ​ ​ອາຍຸ​ລະຫວ່າງ 11 ຫາ 15 ປີ ທີ່ຖືກ​ລັກ​ລອບ​ໄປ​ຂາຍເປັນ
ໂສ​ເພນີ. ​ເນຶ່ອງຈາກ​ວ່າ​ພວກ​ເຄາະ​ຮ້າຍ​ທີ່​ກ່າວ​ນີ້ ມີອາຍຸ​ຍັງ​ບໍ່​ເຖິງ​ກະສຽນ ພວກ​ເຂົາ​ເຈົ້າຈຶ່ງ
ບໍ່​ຖືກ​ບັງຄັບ​ ໃຫ້​ເຮັດ​ວຽກ​ຢູ່​ຕາມ​ຊ່ອງ​ໂສ​ເພນີ ຫລື​ຕາມ​ບາຄາ​ຣາ​ໂອ​ເກະ ​ແລະ​ກົງກັນຂ້າມ​
ພວກ​ເຂົາ​ເຈົ້າຖືກຈັດ​ສົ່ງ​ໄປ​ໃຫ້​ພວກລູກ​ຄ້າ​ຢູ່​ບ້ານໂດຍ​ກົງ ຊຶ່ງ​ທ່ານ​ເອກ​ກະ​ລັກ​ກ່າວ​ວ່າ ມັນ
ເຮັດ​ໃຫ້ເປັນ​ການ​ລໍາບາກ​ ທີ່ຈະ​ສາມາດ​ຮູ້ເຖິງ​ຂອບ​ເຂດ​ຄວາມ​ຮ້າຍ​ແຮງທີ່​ແທ້​ຈິງຂອງບັນຫາ
ນີ້ໄດ້.

ທ່ານ​ເອກ​ກະ​ລັກເວົ້າວ່າ “ລູກ​ຄ້າ​ຂອງ​ພວກ​ເດັກນ້ອຍ​ເຫລົ່າ​ນີ້​ ສ່ວນ​ຫລາຍ​ເປັນລັດຖະກອນ
ຫລື ພວກ​ມີໜ້າ​ມີ​ຕາ​ຢູ່​ໃນ​ເຂດ​ທ້ອງ​ຖິ່ນ​ຂອງເຂົາ​ເຈົ້າ. ດັ່ງ​ນັ້ນ ​ມັນ​ຈຶ່ງ​ຍາກລໍາ​ບາກ​ຫລາຍ
ທີ່​ຈະ​ຕິດຕາມ​ພວກ​ເຂົາ​ເຈົ້າ ຫລື​ດໍາ​ເນີນ​ການ​ແນວໃດແນວນຶ່ງ ​ຕໍ່​ພວກ​ເຂົາ​ເຈົ້າ.”

ທ່ານ ຊູ​ທິນທອນ ກົງ​ສັກ ຮອງ​ຜູ້​ອໍານວຍ​ການ​ໃຫຍ່ກົມ​ອົງ​ການ​ຈັດ​ຕັ້ງ​ສາກົນ​ຂອງ​ກະຊວງ​
ຕ່າງປະ​ເທດ​ໄທ ​ໄດ້​ກ່າວປ້ອງ​ກັນ​ຄວາມ​ພະຍາຍາມ​ຕໍ່ຕ້ານການ​ລັກລອບ​ຄ້າ​ມະນຸດ​ຂອງ​ລັດ
ຖະບານ ​ໃນ​ຂະນະ​ທີ່​ປະ​ເຊີນ​ກັບ​ສິ່ງ​ທ້າທາຍ​ນາໆປະການ​ໃນ​ລະດັບກວ້າງຂວາງ ​ໃນ​ໄລຍະ​
ບໍ່​ເທົ່າ​ໃດ​ປີຜ່ານມານີ້.

ທ່ານກົງ​ສັກ​ເວົ້າ​ວ່າ:​ “ພວກເຮົາ​ເປັນ​ປະ​ເທດ​ລະດັບ​ລາຍ​ໄດ້​ສູງ​ກວ່າ​ປານ​ກາງ
ອິງ​ຕາມ​ສະມາຊິກຄະນະ​ກໍາມະ​ການກ່ຽວ​ກັບ​ສິດທິ​ຂອງ​ເດັກ ແລະ​ດ້ວຍ​ສະຖາ
ນະພາ​ບດັ່ງກ່າວ​ນັ້ນ ຈຶ່ງ​ມີ​ຄວາມ​ຄາດ​ຫວັງຫລາຍ​ຂຶ້ນ​ຈາກ​ພວກ​ເຮົາ ​ແລະ​
ພວກ​ເຮົາກໍພົບ​ເຫັນ​ວ່າ​ ມັນ​ບໍ່ແມ່ນ​ເລຶ່ອງງ່າຍໆ​ທີ່​ຈະ​ປະຕິບັດ​ໃຫ້​ໄດ້​ຕາມ
ຄວາມຄາດ​ໝາຍເຫລົ່າ​ນັ້ນ. ​ແຕ່​ວ່າ​ພວກ​ເຮົາ​ກໍ​ມີ​ຄວາມເຕັມ​ໃຈ​ແລະຕັ້ງ​ໃຈ
ພວກ​ເຮົາ​ຮູ້​ດີວ່າ​ ພວກ​ເຮົາ​ມີ​ຄວາມ​ຮັບຜິດຊອບເຫລົ່ານັ້ນ​.”

ທ່ານຊູ​ທິນທອນ ກ່າວ​ຕື່ມ​ວ່າ ລັດຖະບານ​ຂອງ​ທ່ານ​ຍັງ​ໄດ້​ຮັບ​ເອົາ​ຄໍາ​ແນ​ະນໍາ ຫລາຍ​ກ່ວາ
130 ຂໍ້ ຈາກ​ລາຍ​ງານຂອງຜູ້​ຂຽນ​ລາຍ​ງານ​ພິ​ເສດຂອງ​ອົງການ​ສະຫະ​ປະຊາ​ຊາດ​ນັ້ນ​. ​ແຕ່
ພວກ​ນັກວິ​ເຄາະ​ກ່າວ​ວ່າ ບາດກ້າວ​ເຫລົ່າ​ນັ້ນ​ອາດ​ຍັງ​ບໍ່​ພຽງພໍ ​ທີ່​ຈະ​ຫັນ​ເຫ​ກະຊວງ​ຕ່າງປະ
ເທດ​ສະຫະລັດ​ອອກ​ຈາກ​ການ​ທີ່​ຈະ​ຈັດ​ໃຫ້​ໄທ​ ຕົກ​ຢູ່​ໃນ​ລະດັບສາມ ຫລື ເທຍສາມ​ ຢູ່ໃນ
ລາຍ​ງານ​ກ່ຽວ​ກັບ​ການ​ຄ້າ​ມະນຸດ​ໃນ​ທົ່ວ​ໂລກ ປະ​ຈໍ​າປີ 2012 ຂອງ​ກະຊວງ​ການ​ຕ່າງປະ
ເທດ​ສະຫະລັດ ຊຶ່ງ​ຄາດ​ວ່າ​ຈະອອກ​ມາ​ໃນ​ເດືອນ​ມິ​ຖຸນາ​ຕໍ່ໜ້າ​ນີ້.

XS
SM
MD
LG