ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

24 ຄົນໄດ້ຮັບບາດເຈັບ ຈາກເຫດລະເບີດແຕກ ໃນ ໄທ


ເຈົ້າໜ້າທີ່ຕຳຫຼວດ ແລະຄົນອື່ນໆເຕົ້າໂຮມກັນຢູ່ຕໍ່ໜ້າທາງ
ເຂົ້າໂຮງໝໍພະມົງກຸດເກົ້າ, ເປັນໂຮງໝໍທະຫານ ທີ່ເປີດໃຫ້
ບໍລິການສຳລັບພົນລະເຮືອນ. ບາງກອກ, ໄທ. 22 ພຶດສະພາ 2017.
ເຈົ້າໜ້າທີ່ຕຳຫຼວດ ແລະຄົນອື່ນໆເຕົ້າໂຮມກັນຢູ່ຕໍ່ໜ້າທາງ ເຂົ້າໂຮງໝໍພະມົງກຸດເກົ້າ, ເປັນໂຮງໝໍທະຫານ ທີ່ເປີດໃຫ້ ບໍລິການສຳລັບພົນລະເຮືອນ. ບາງກອກ, ໄທ. 22 ພຶດສະພາ 2017.

ບັນດາເຈົ້າໜ້າທີ່ໄທກ່າວວ່າ ລະເບີດແຕກໃນນະຄອນຫຼວງຂອງປະເທດ ໄດ້ເຮັດໃຫ້ມີ ຄົນບາດເຈັບຢ່າງໜ້ອຍ 24 ຄົນ.

ເຈົ້າໜ້າທີ່ກ່າວວ່າ ລະເບີດທີ່ແຕກຢູ່ໂຮງໝໍທະຫານໃນ ບາງກອກ ໃນວັນຈັນມື້ນີ້ໄດ້ເກີດ ຂຶ້ນໃນວັນຄົບຮອບສາມປີ ຂອງການກໍ່ລັດຖະປະ ຫານ.

ຊາກເສດເຫຼືອຂອງໝໍ້ໄຟ ແລະ ເສັ້ນລວດ ໄດ້ຖືກພົບເຫັນຢູ່ກັບສະຖານທີ່ລະເບີດແຕກ.

ບໍ່ມີການອ້າງເອົາຄວາມຮັບຜິດຊອບໃນທັນທີທັນໃດ ສຳລັບການລະເບີດດັ່ງກ່າວ, ແລະ ກໍບໍ່ມີຄວາມກະຈ່າງແຈ້ງວ່າ ການລະເບີດນັ້ນແມ່ນເຊື່ອມໂຍງກັບການກໍ່ລັດຖະປະຫານ
ໃນປີ 2014 ທີ່ໄດ້ໂຄ່ນລົ້ມລັດຖະບານທີ່ຖືກເລືອກຢ່າງເປັນປະຊາທິປະໄຕນັ້ນ ຫຼື ບໍ່.

ໂຄສົກລັດຖະບານໄດ້ກ່າວວ່າ “ກະລຸນາຢ່າເຊື່ອມໂຍງເຫດການນີ້ໃສ່ກັບເຫດການ
ອື່ນໆ ເພາະວ່າມັນອາດ ຫຼື ອາດຈະບໍ່ເຊື່ອມໂຍງກັນ ກໍເປັນໄດ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG