ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທຫວັງວ່າ ການທ່ອງທ່ຽວ ຈະກັບຄືນມາ ຫລັງຈາກ ການວາງລະເບີດ


ຕຳຫລວດໄທຄົນນຶ່ງພ້ອມດ້ວຍໝາ ກຳລັງກວດກາຢູ່ ຫໍ Erawan ລະຫວ່າງວັນຄົບຮອບນຶ່ງປີຂອງການວາງລະເບີດ ໃນເຂດໃຈກາງ ບາງກອກ.
ຕຳຫລວດໄທຄົນນຶ່ງພ້ອມດ້ວຍໝາ ກຳລັງກວດກາຢູ່ ຫໍ Erawan ລະຫວ່າງວັນຄົບຮອບນຶ່ງປີຂອງການວາງລະເບີດ ໃນເຂດໃຈກາງ ບາງກອກ.

ນຶ່ງ​ອາທິດ​ຫລັງ​ຈາກ​ການວາງ​ລະ​ເບີດ​ທີ່​ຮ້າຍ​ແຮງ ​ໃນ​ພາກໃຕ້ຂອງ​ປະ​ເທດ​ໄທ ບ່ອນ​ທີ່​ໄດ້ ຮັບນິຍົມ ຈາກບັນດາ​ນັກ​ທ່ອງ​ທ່ຽວ ​ໄດ້ເຮັດ​ໃຫ້ 30 ຄົນ​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ ຮວມ​ທັງ​ບັນດາ​ຊາວ​ຕ່າງປະ​ເທດ ​ແຕ່ອຸດສາຫະກຳການ ທ່ອງທ່ຽວ​ຫວັງວ່າ ຈະມີ​ການ​ກັບ ຄືນ​ສູ່​ເຂົ້າສູ່​ສະພາບ​ປົກກະ​ຕິຢ່າງ​ວ່ອງ​ໄວ.

​ແຕ່ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ການ​ໂຈມ​ຕີຕື່ມ​ອີກໃດໆກໍ​ຕາມ ອາດ​ຈະມີ​ຜົນ​ກະທົງຢ່າງ ເລິກເຊິ່ງຕໍ່ອຸດ​ສະຫະກຳ ທີ່​ພິຈາລະ​ນາ​ວ່າ ​ເປັນແຫຼ່ງລາຍ​ໄດ້​ສຳຄັນ​ໃຫ້ແກ່ເສດຖະກິດ ໄທນັ້ນ.

ບັນດາ​ນັກ​ເສ​ດຖະສາດ ທີ່​ມະຫາວິທະຍາ​ໄລ ​ຫ້ອງການໆ​ຄ້າ ກ່າວ​ວ່າ ການ​ໂຈມ​ຕີ​ຢູ່​ໃນ ຫລາຍ​ຈັງ​ວັດ​ທາງ​ພາກ​ໃຕ້ ທີ່​ເພີ່ງ​ພາການ​ທ່ອງ​ທ່ຽວ ​ຈະ​ນຳ​ໄປ​ສູ່​ການ​ຫລຸດ​ລົງເຖິງ 365,000 ຂອງ​ຜູ້ໄປ​ຢ້ຽມຢາມ ​ແລະ​ເສຍ​ລາຍ​ຮັບ​ເຖິງ 170 ລ້ານ​ໂດ​ລາ.

ການ​ໂຈ​ມຕີ​ທີ່​ບ່ອນ​ຕາກ​ອາກາດທີ່​ໄດ້​ຮັບ​ຄວາມ​ນິຍົມ ຮວມ​ທັງ​ຫົວ​ຫີນ ບ່ອນ​ທີ່​ຄອບຄົວ ເຊື້ອພະ​ວົງ​ໄທ​ມີ​ບ້ານ​ພັກ​ຢູ່​ຊາຍ​ຫາດນັ້ນ.

ຫົວຫີນ, ສຸຣາດ ທານີ, ພູເກັດ ແລະຕຣັງ ປະເທດໄທ.
ຫົວຫີນ, ສຸຣາດ ທານີ, ພູເກັດ ແລະຕຣັງ ປະເທດໄທ.

ທ່ານ​ນາງ Lisa Onghang ປະທານ​ສະມາຄົມ ຫົວ​ຫີ​ນ-ຊະ​ອຳ ກ່າວ​ວ່າ ຫລັງ​ຈາກ​ການ ແຕກ​ຕື່ນ​ຍ້ອນ​ລະ​ເບີດ ​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ຄວາມ​ເປັນປົກກະຕິ​ໄດ້​ກັບ​ຄືນ​ມາ​ແລ້ວ.

ທ່ານ​ນາງ Onghang ກ່າວ​ວ່າ “​ເວລາ​ເຫດການ​ເກີດ​ຂຶ້ນ ປະຊາຊົນ​ໄທ​ພາກັນ​ຢ້ານ​ກົວ ເພະ​ສະ​ນັ້ນ​ ໄດ້​ມີ​ການ​ຍົກ​ເລີກ​ຈຳນວນ​ນຶ່ງ ​ຂອງ​ຊາວ​ໄທ ​ແຕ່​ບໍ່ແມ່ນ​ ຊາວ​ຕ່າງປະ​ເທດ. ​ຊາວ​ຕ່າງປະ​ເທດ​ເຂົາ​ເຈົ້າ​ພຽງ​ແຕ່ເຫັນສະພາບ​ການ. ຂ້າພະ​ເຈົ້າ​ມີ​ອີ​ແມ​ລຫຼາຍສະບັບ​ຈາກ​ລູກ​ຄ້າ ຜູ້​ທີ່​ປາກົດ​ວ່າ​ເຂົ້າໃຈ. ບັດ​ນີ້​ສະພາບ​ການ​ທີ່ ຫົວ​ຫີນ​ໄດ້​ກັບ​ຄື​ນສູ່​ປົກກະຕິ​ແລ້ວ.”

ບັນດາໜ່ວຍກູ້ໄພ ແລະເຈົ້າໜ້າທີ່ຕຳຫລວດ ກຳລັງຊ່ວຍເຫລືອຜູ້ໄດ້ຮັບບາດເຈັບ.
ບັນດາໜ່ວຍກູ້ໄພ ແລະເຈົ້າໜ້າທີ່ຕຳຫລວດ ກຳລັງຊ່ວຍເຫລືອຜູ້ໄດ້ຮັບບາດເຈັບ.

ນອກຈາກ​ຫົວ​ຫີນ ​ໄດ້​ເກີດ​ໄຟ​ໄໝ້ ​ແລະ​ການ​ວາງ​ລະ​ເບີດ ​ໂຈມ​ຕີ​ຢູ່ Surat Thani, Phuket ຊຶ່ງ​ມີ​ຜູ້ໄປຢ້ຽມຢາມເກືອບ 30 ລ້ານ​ຄົນ ​ໃນ​ປີ 2015 ທີ່ Phangna, Trang, Chumphon ​ແລະ Nakhon Si Thammarat.

Thailand Bombing
please wait
Embed

No media source currently available

0:00 0:00:43 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG