ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທຈັດການເລືອກຕັ້ງ ລະດັບຈັງຫວັດ ໃນທົ່ວປະເທດ ໂດຍຖືວ່າເປັນການທົດສອບປະຊາທິປະໄຕ


ແມ່ຍິງຄົນນຶ່ງທີ່ໃສ່ແຜ່ນບັງໜ້າກັນໂຄວິດ-19 ໃນຂະນະທີ່ໄປປ່ອນບັດລະດັບຈັງຫວັດ ຢູ່ນົນທະບູຣີ ໃນເຂດຊານເມືອງ, ຂອງບາງກອກ
ແມ່ຍິງຄົນນຶ່ງທີ່ໃສ່ແຜ່ນບັງໜ້າກັນໂຄວິດ-19 ໃນຂະນະທີ່ໄປປ່ອນບັດລະດັບຈັງຫວັດ ຢູ່ນົນທະບູຣີ ໃນເຂດຊານເມືອງ, ຂອງບາງກອກ

ຊາວໄທໄດ້ລົງຄະແນນສຽງໃນທົ່ວປະເທດໃນວັນອາທິດວານນີ້ໃນການເລືອກຕັ້ງຂັ້ນຈັງຫວັດເຊິ່ງເປັນຂີດໝາຍຂອງການທົດສອບປະຊາທິປະໄຕຄັ້ງທຳອິດ ນັບຕັ້ງແຕ່ມີການເລືອກຕັ້ງທົ່ວໄປ ໃນປີກາຍນີ້ ທີ່ມີຂໍ້ກ່າວຫາກ່ຽວກັບການສວຍໃຊ້ ແລະຊ່ວຍກະຕຸ້ນການປະທ້ວງຂອງຊາວໜຸ່ມເປັນເວລາຫຼາຍເດືອນ, ອີງຕາມອົງ ການຂ່າວຣອຍເຕີສ໌.

ການເລືອກຕັ້ງຢູ່ໃນ 76 ຈັງຫວັດຂອງໄທ ທີ່ຢູ່ນອກນະຄອນຫລວງບາງກອກແມ່ນເປັນຄັ້ງທຳອິດນັບຕັ້ງແຕ່ນາຍົກລັດຖະມົນຕີປຣະຢຸດ ຈັນໂອຊາ ຜູ້ທີ່ຮັກສາອຳນາດໄວ້ໄດ້ຫຼັງຈາກການປ່ອນບັດລົງຄະແນນສຽງໃນປີກາຍນີ້, ທີ່ໄດ້ໂຄ່ນລົ້ມລັດຖະບານທີ່ໄດ້ຮັບການເລືອກຕັ້ງ ຢູ່ໃນການກໍ່ລັດຖະປະຫານຄັ້ງນຶ່ງ.

ພະນັກງານທະນາຄານອາຍຸ 27 ປີ, ທ້າວ ກໍຣະກຽດ ອາກະຣະພັນ (Korkiet Akaraparn), ທີ່ລົງຄະແນນສຽງໃນການເລືອກຕັ້ງຂັ້ນຈັງຫວັດເປັນຄັ້ງທຳອິດຢູ່ທີ່ນົນທະບູຣີ, ໃນເຂດຊານເມືອງ, ຂອງບາງກອກເວົ້າວ່າ “ການປ່ອນບັດລົງຄະແນນສຽງເປັນໜ້າທີ່ຂອງຂ້ອຍ.” ລາວກ່າວຕໍ່ໄປວ່າ "ຂ້ອຍຫວັງວ່າຈະມີຄົນ
ໃໝ່ຈາກການເລືອກຕັ້ງຄັ້ງນີ້ ທີ່ນຳເອົາການປ່ຽນແປງມາ."

ບັນດາເຈົ້າໜ້າທີ່ດູແລບ່ອນລົງຄະແນນສຽງລາຍງານວ່າ ມີຄົນໄປປ່ອນບັດຢ່າງສະໝໍ່າສະເໝີເຖິງແມ່ນວ່າໄທຈະມີຈຳນວນຄົນຕິດໄວຣັສໂຄໂຣນາ ປະຈໍາວັນສູງທີ່ສຸດຢູ່ໃນແຂວງ ທີ່ຢູ່ນອກນະຄອນຫຼວງບາງກອກ ໃນວັນເສົາຜ່ານມີນີ້ກໍຕາມ. ສະຖານທີ່ປ່ອນບັດປິດລົງໃນເວລາ 5 ໂມງແລງຂອງວັນດຽວກັນ, ໂດຍຄາດວ່າ ຈະມີຜົນອອກມາຕອນແລງຂອງມື້ຕໍ່ມາ.

ໃນບັນດາພັກທີ່ສົ່ງຜູ້ສະໝັກເຂົ້າຮ່ວມການແຂ່ງຂັນກໍມີພັກຂະບວນການກ້າວໜ້າເຊິ່ງມີຮາກເຫງົ້າມາຈາກຂອງພັກອະນາຄົດໃໝ່ ຂອງທ່ານ ທະນະທອນ ຈວງ-ຣຸ້ງເຮື້ອງກິດ (Thanathorn Juangroongruangkit).

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG