ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອຸບັດຕິເຫດ ເຮຣີຄອບເຕີ້ ຕົກຢູ່ໄທ


ອຸບັດຕິເຫດ ເຮຣີຄອບເຕີ້ ຕົກຢູ່ໄທ
ອຸບັດຕິເຫດ ເຮຣີຄອບເຕີ້ ຕົກຢູ່ໄທ

ພວກເຈົ້າໜ້າທີ່ອະວຸໂສ ຈາກກະຊວງສິ່ງແວດລ້ອມຂອງໄທ ແມ່ນຮວມຢູ່ໃນຈຳນວນຜູ້ເສຍຊີວິດ 5 ຄົນ ເວລາເຮືອບິນ ເຮຣີຄອບເຕີ້ລຳນຶ່ງ ປະສົບອຸບັດຕິເຫດຕົກ ຢູ່ໃນພາກເໜືອ ຂອງປະເທດ.

ເຈົ້າໜ້າທີ່ກ່າວວ່າ ຊາກເຮືອບິນເຮຣີຄອບເຕີ້ລຳນີ້ ໄດ້ຖືກ ພົບເຫັນ ທີ່ປ່າແຫ່ງນຶ່ງ ຂອງຈັງຫວັດນ່ານ ໃນມື້ວັນພຸດ ວານນີ້ ແລະວ່າ ສົບຂອງພວກທີ່ເສຍຊີວິດ ໄດ້ຖືກນຳ ອອກມາ ຈາກບ່ອນທີ່ເກີດ ອຸບັດຕິເຫດແລ້ວ.

ຮວມຢູ່ໃນບັນດາ ພວກທີ່ເສຍຊີວິດຄັ້ງນີ້ ກໍມີເອກອະທິບໍດີ ກະຊວງສິ່ງແວດລ້ອມ ຜູ້ກວດກາທົ່ວໄປ ສວນອຸດທະຍານແຫ່ງຊາດ ແລະທີ່ປຶກສາອະວຸໂສ ປະຈໍາຫ້ອງການພະຣາດຊະວັງ ຂອງໄທ.

ຫໍບັງຄັບການບິນຂອງໄທ ໄດ້ຂາດການຕິດຕໍ່ ກັບເຮືອບິນເຮຣີຄອບເຕີ້ລຳນີ້ ໃນມື້ວັນອັງຄານ ວານນີ້.

ເຈົ້າໜ້າທີ່ໄດ້ເລີ້ມທຳການສືບສວນ ເພື່ອຊອກຫາສາເຫດ ທີ່ພາໃຫ້ເຮືອບິນເຮຣີຄອບເຕີ້ຕົກ ຊຶ່ງໃນຂັ້ນຕົ້ນນີ້ ໄດ້ມີການຖິ້ມໂທດໃສ່ ສະພາບດິນຟ້າອາກາດປັ່ນປ່ວນ.

XS
SM
MD
LG