ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນເຮລີຄອບເຕີຕົກອີກ ທີ່ໄທ ເປັນລໍາທີ 3 ໃນເຂດດຽວກັນ


ເຮືອບິນເຮລີຄອບເຕີ Bell 212HP ຂອງກອງທັບໄທ
ວັນທີ 24 ກໍລະກົດ 2011
ເຮືອບິນເຮລີຄອບເຕີ Bell 212HP ຂອງກອງທັບໄທ ວັນທີ 24 ກໍລະກົດ 2011

ບັນດາ​ເຈົ້າ​ໜ້າ​ທີ່​ໄທ​ກ່າວ​ວ່າ ທະຫານ​ໄທ 3 ຄົນ​ເສຍ​ຊີວິດ​ແລະ​ອີກ​ຜູ້ນຶ່ງ​ໄດ້​ຮັບ​ບາດ​ເຈັບ​ໃນ​ວັນ​ອາທິດ​ມື້​ນີ້ ​ເວລາ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ກອງທັບ​ໄທ​ລໍາ​ນຶ່ງ​ເກີດ​ອຸບັດ​ເຫດ​ ຕົກລົງ​ໃກ້​ກັບ​ຊາຍ​ແດນ​ມຽນມາ.

ນັບ​ວ່າ​ເປັນ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ກອງທັບ​ໄທ​ລໍາ​ທີ 3 ທີ່​ຕົກລົງ​ໃນ​ເຂດດຽວ​ກັນ​ໃນ​ເວລາ​ພຽງ​ນຶ່ງ​ສັບປະດາ​ປາຍ​ຜ່ານ​ມາ​ນີ້​. ​ເຮືອບິນ​ຕົກ​ໃນ​ວັນອາທິດ​ມື້​ນີ້​ໄດ້​ເຮັດ​ໃຫ້​ຈໍານວນທະຫານ​ໄທ​ທັງ​ໝົດ ທີ່ເສຍ​ຊີວິດ​ໄປ​ໃນ​ເຫດການ​ເຮືອບິນ​ຕົກ 3 ຄັ້ງ​ຜ່ານ​ມາ​ນີ້ ​ເພີ່ມ​ຂຶ້ນ​ເປັນ 17 ຄົນ​.

ເຮືອບິນ​ເຮ​ລີ​ຄອບ​ເຕີ Bell 212 ລໍາ​ທີ່​ຕົກ​ໃນ​ມື້ນີ້​ ພວມ​ບິ​ນ​ໄປຮັບ​ເອົາ​ສົບ​ພວກ​ທີ່​ເສຍຊີວິດ​ ນໍາ​ເຮືອບິນ​ຕົກ​ໃນວັນ​ອັງຄານຜ່ານ​ມາ ຊຶ່ງເຮືອ ບິນ​ລໍາ​ດັ່ງ​ກ່າວໄດ້​ເກີດ​ອຸບັດ​ເຫດ​ຕົກລົງ​ ໃນ​ຂະນະ​ທີ່​ບິນ​ໄປ​ຍັງ​ເຂດ​ທີ່​ເຮືອບິນ​ເຮ​ລີຄອບ​ເຕີ​ອີກ​ລໍາ​ນຶ່ງ​ຕົກ​ ​ເມື່ອວັນ​ທີ 16 ​ເດືອນ​ນີ້.

ມີ 9 ຄົນ​ເສຍ​ຊີວິດ​ໃນ​ອຸບັ​ດ​ເຫດ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ອັງຄານນັ້ນແລະ​ອີກ 5 ຄົນ ​ເສຍ​ຊີວິດ ​ນໍາເຮືອ​ບິນລໍາ​ອິດ​ທີ່​ຕົກ​.

XS
SM
MD
LG