ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຈລະຈາ ກ່າວວ່າ ໄທ ຈັດການເຈລະຈາໂດຍກົງ ກັບກຸ່ມຮາມາສ ຢູ່ໃນ ອີຣ່ານ ສໍາລັບໂຕປະກັນຊາວໄທ


ແຟ້ມຮູບ-ຍາດພີ່ນ້ອງ ກອດແຮງງານໄທໃນຕ່າງປະເທດ ຜູ້ທີ່ຖືກຍົກຍ້າຍຈາກ ອິສຣາແອລ, ໃນຂະນະທີ່ຜູ້ກ່ຽວ ແລະຄົນອື່ນໆ ເດີນທາງມາຮອດສະໜາມບິນສາກົນສຸວັນນະພູມ ໃນຈັງຫວັດສະໝຸດປຣາການ, ປະເທດໄທ, ວັນທີ 12 ຕຸລາ 2023.
ແຟ້ມຮູບ-ຍາດພີ່ນ້ອງ ກອດແຮງງານໄທໃນຕ່າງປະເທດ ຜູ້ທີ່ຖືກຍົກຍ້າຍຈາກ ອິສຣາແອລ, ໃນຂະນະທີ່ຜູ້ກ່ຽວ ແລະຄົນອື່ນໆ ເດີນທາງມາຮອດສະໜາມບິນສາກົນສຸວັນນະພູມ ໃນຈັງຫວັດສະໝຸດປຣາການ, ປະເທດໄທ, ວັນທີ 12 ຕຸລາ 2023.

ເຈົ້າ​ໜ້າ​ທີ່​ໄທ​ໄດ້​ເຈ​ລະ​ຈາ​ໂດຍ​ກົງ​ກັບ​ກຸ່ມຮາມາສ ໃນອີຣ່ານ ໃນອາ​ທິດ​ທີ່ຜ່ານ​ມາ ​ກ່ຽວ​ກັບ​ຊະ​ຕາ​ກຳ​ຂອງ​ພົນລະເມືອງ ຣາດຊະ​ອາ​ນາ​ຈັກ 22 ຄົນ ທີ່ຖືກ​ກຸ່ມ​ຫົວ​ຮຸນ​ແຮງ ປາ​ແລັ​ສ​ໄຕ​ນ໌ ຈັບເປັນຕົວປະກັນໃນການໂຈມຕີອິສຣາແອລ, ຫົວໜ້າຄະນະຜູ້ແທນໄທ ໄດ້ກ່າວ.

ບັນດານັກເຈລະຈາໄດ້ພົບປະກັບເຈົ້າໜ້າທີ່ຂອງກຸ່ມຮາມາສ ໃນນະຄອນເຕຫະຣ່ານ ໃນວັນທີ 26 ຕຸລາ ແລະໄດ້ຮັບຄຳໝັ້ນສັນຍາວ່າ ຊາວໄທ ຈະໄດ້ຮັບການປ່ອຍຕົວໃນເວລາທີ່ “ເໝາະສົມ,” ທ່ານ ອາຣີເພັນ ອຸຕຕະຣະສິນ (Areepen Uttarasin) ກ່າວຕໍ່ບັນດານັກຂ່າວຢູ່ບາງກອກໃນວັນພຸດທີ່ຜ່ານມາ.

ເຈົ້າ​ໜ້າ​ທີ່​ອິສຣາ​ແອ​ລ​ກ່າວ​ວ່າ ຜູ້ເສຍຊີວິດ 1,400 ຄົນ, ສ່ວນໃຫຍ່​ເປັນ​ພົນລະ​ເຮືອນ ​ແລະ​ຫຼາຍ​ກວ່າ 230 ຄົນ​ຖືກ​ຈັບເປັນຕົວປະກັນ ​ໃນ​ການ​ໂຈມ​ຕີ ​ໃນ​ວັນ​ທີ 7 ຕຸລາ​ ໂດຍ​ກຸ່ມຮາມາສ ຈາກ​ແຫຼມກາຊາ.

ໃນການຕອບໂຕ້, ທະຫານອິສຣາແອລໄດ້ບຸກໂຈມຕີເຂດກາຊາ, ບ່ອນທີ່ກະຊວງສາທາລະນະສຸກທີ່ບໍລິຫານໂດຍກຸ່ມຮາມາສ ກ່າວວ່າ ມີຊາວກາຊາ ຫຼາຍກວ່າ 8,700 ຄົນໄດ້ຖືກສັງຫານ.

ທ່ານ ອາຣີເພັນ, ເຊິ່ງເປັນຜູ້ນໍາຄະນະຜູ້ແທນທີ່ປະກອບດ້ວຍສາມທ່ານ ທີ່ຖືກແຕ່ງຕັ້ງໂດຍປະທານສະພາຂອງໄທ, ກ່າວວ່າພວກເຂົາໄດ້ຈັດກອງປະຊຸມສອງຊົ່ວໂມງ ກັບເຈົ້າຫນ້າທີ່ຂອງກຸ່ມຮາມາສ ໃນອີຣ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG