ຜູ້ເຂົ້າລົບກວນເວບໄຊ້ຄົນນຶ່ງ ຫລືແຮັກເກີ້ ໄດ້ເຂົ້າຍຶດໜ້າ Twitter ຂອງທ່ານນາງຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທທີ່ຫາກໍຖືກເລືອກໃໝ່ໆນັ້ນ ໃນວັນອາທິດມື້ນີ້ ແລະຂຽນຂໍ້ຄວາມກ່າວຫາລັດຖະບານຂອງທ່ານນາງ ວ່າ ຂາດສະມັດຖະພາບແລະຫລິ້ນພັກຫລິ້ນພວກ.
ໃນຂໍ້ຄວາມ 8 ບົດທີ່ຂຽນລົງໃນໜ້າ Twitter ຂອງນາຍົກລັດຖະມົນຕີໄທນັ້ນ ແຮັກເກີ້ຄົນນີ້ທີ່ບໍ່ຮູ້ວ່າແມ່ນໃຜນັ້ນ ໄດ້ຕໍາໜິຕິຕຽນລັດຖະບານ ຂອງທ່ານນາງຍິ່ງລັກ ໃນຫລາຍເລື້ອງ ຮວມທັງການຮັບມືຂອງທ່ານນາງກັບໄພນໍ້າຖ້ວມທີ່ຮ້າຍແຮງທີ່ສຸດໃນປະເທດຫວ່າງໄວໆ ມານີ້ ແລະນະໂຍບາຍທີ່ສໍາຄັນໆຂອງລັດຖະບານຈໍານວນນຶ່ງ.
ໃນຂໍ້ຄວາມບົດສຸດທ້າຍນັ້ນ ຜູ້ກ່ຽວຂຽນວ່າ “ທ່ານນາງຍິ່ງລັກຈະປົກ ປັກຮັກສາປະເທດຊາດໄດ້ແນວໃດ ຖ້າຫາກທ່ານນາງບໍ່ສາມາດປົກປ້ອງໜ້າ Twitter ຂອງຕົນເອງໄດ້? ທ່ານລອງຄິດເບິ່ງ.”
ບັນດາເຈົ້າໜ້າທີ່ໄທກ່າວວ່າ ກະຊວງເທັກໂນໂລຈີດ້ານຂໍ້ມູນແລະການສື່ສານຄົມມະນາຄົມ ກໍາລັງທໍາການສືບສວບກ່ຽວກັບເຫດການນີ້ຢູ່.