ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທໝັ້ນໃຈວ່າ ຈະບໍ່ເກີດ ນໍ້າຖ້ວມຮ້າຍແຮງ ຄືໃນປີ 2011


ພາບລວມຂອງນໍ້າຖ້ວມຢູ່ທີ່ສຸໂຂໄທ ຫົວເມືອງເກົ່າແກ່ໃນພາກເໜືອ ຫ່າງຈາກບາງກອກໄປ 400 ກິໂລແມັດ ໃນວັນທີ 12, ກັນຍາ 2012
ພາບລວມຂອງນໍ້າຖ້ວມຢູ່ທີ່ສຸໂຂໄທ ຫົວເມືອງເກົ່າແກ່ໃນພາກເໜືອ ຫ່າງຈາກບາງກອກໄປ 400 ກິໂລແມັດ ໃນວັນທີ 12, ກັນຍາ 2012
ລັດຖະບານໄທກ່າວວ່າ ຕົນມີຄວາມໝັ້ນໃຈວ່າ ຈະບໍ່ມີການ
ເກີດຂຶ້ນຊໍ້າອີກເຫດການໄພນໍ້າຖ້ວມຮ້າຍແຮງ ຄືໃນປີ 2011
ທີ່ໄດ້ເຮັດໃຫ້ຫລາຍກວ່າ 800 ຄົນເສຍຊີວິດ ແລະ ເຮັດໃຫ້ ເສດຖະກິດເສຍຫາຍຢ່າງໜັກນັ້ນ.

ທ່ານ ປລອດປຣະສົບ ສຸຣັສວະດີ ລັດຖະມົນຕີກະຊວງວິທະ
ຍາສາດ ແລະເທັກໂນໂລຈີຂອງໄທກ່າວໃນວັນພຸດວານນີ້ວ່າ
ທ່ານມີຄວາມໝັ້ນໃຈວ່າ ນະຄອນຫລວງບາງກອກຈະສາ ມາດຫລີກລ້ຽງການເກີດໄພນໍ້າຖ້ວມທີ່ຮ້າຍແຮງຊໍ້າອີກ ຄື
ໃນປີ 2011 ນັ້ນໄດ້ ຍ້ອນວ່າ ມີນໍ້າຝົນຕົກໜ້ອຍກວ່າປີກາຍ
ນີ້ຫລາຍ.

ເຂື່ອນໃຫຍ່ທັງຫລາຍຢູ່ໃນເຂດທົ່ງພຽງພາກເໜືອ ແລະ
ພາກກາງຂອງປະເທດໄທແມ່ນມີ ລະດັບນໍ້າໜ້ອຍກວ່າປີກາຍນີ້ 50% ແລະກໍກຽມພ້ອມທີ່ ຈະກັກນໍ້າຈາກລົມມໍລະສຸມປະຈຳປີໄວ້.

ຄໍາເຫັນຂອງທ່ານປລອດປຣະສົບ ໄດ້ມີຂຶ້ນໃນຂະນະທີ່ເກີດໄພນໍ້າຖ້ວມຢູ່ທີ່ສຸໂຂໄທ ຫົວ ເມືອງເກົ່າແກ່ໃນພາກເໜືອ ຫ່າງຈາກບາງກອກໄປ 400 ກິໂລແມັດ ລຸນຫລັງທີ່ນໍ້າໄດ້ ລົ້ນກໍາແພງແລະຄູກັນນໍ້າຕ່າງໆເຂົ້າໄປຖ້ວມ.

ຢູ່ໃນລາຍງານຂອງສື່ມວນຊົນແຫ່ງຊາດນັ້ນ ໄດ້ເຫັນຮູບຊາວບ້ານທີ່ອາໄສຢູ່ໃນທ້ອງຖິ່ນ ພາກັນລຸຍນໍ້າ ທີ່ເປັນສີຂີ້ຕົມເລິກພຽງແອວ ຫອບເອົາເຄື່ອງຂອງທີ່ມີຄ່າສູງສອງສາມຢ່າງ ໄປນໍາ.
XS
SM
MD
LG