ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຂອງໄທເວົ້າວ່າ ອາດຈະເກີດນໍ້າຖ້ວມ ຢ່າງນ້ອຍນຶ່ງເດືອນ


Південнокорейський танк перетинає понтон в ході навчань, сценарій яких передбачає напад з боку Північної Кореї.
Південнокорейський танк перетинає понтон в ході навчань, сценарій яких передбачає напад з боку Північної Кореї.

ນາຍົກລັດຖະມົນຕີໄທ ທ່ານນາງຍິ່ງລັກ ຊິນນະວັດກ່າວວ່າ ປະເທດໄທຕ້ອງໄດ້ອົດທົນຕື່ມ
ອີກຢ່າງນ້ອຍນຶ່ງເດືອນ ກ່ອນທີ່ລະດັບນໍ້າທີ່ສູງຂຶ້ນຖ້ວມຈະບົກລົງ.

ໃນຄຳປາໄສປະຈຳສັບປະດາຂອງທ່ານນາງ ໃນວັນເສົາມື້ນີ້ ຜູ້ນຳຂອງໄທເວົ້າວ່າ ລະດັບທີ່
ຖ້ວມ ອາດຈະສູງຂຶ້ນເຖິງນຶ່ງແມັດ. ໃນມື້ວານນີ້ທ່ານນາງໄດ້ຮຽກຮ້ອງໃຫ້ປະຊາຊົນໃນເຂດ
ນະຄອນຫຼວງຂອງໄທຍ້າຍສິ່ງຂອງພວກເຂົາເຈົ້າໄປໄວ້ຢູ່ບ່ອນທີ່ມີດິນສູງ.

ໄພນໍ້າຖ້ວມທີ່ຮ້າຍແຮງສຸດ ໃນຮອບ 50 ປີຢູ່ປະເທດໄທເຮັດໃຫ້ມີຜູ້ເສຍຊີວິດແລ້ວ 356
ຄົນແລະອີກ 110,000 ຄົນຕ້ອງໄດ້ຍົກຍ້າຍໜີຈາກເຮືອນຊານຂອງພວກເຂົາເຈົ້າ.

ຢູ່ໃນບາງເຂດລະດັບນໍ້າໄດ້ສູງຂຶ້ນພຽງຫົວເຂົ່າ ຫຼັງຈາກໄດ້ລົ້ນຄູກັ້ນນໍ້າຕາມຄອງຕ່າງໆເຂົ້າ
ຖ້ວມເຂດຫຼັກ 4 ທາງກໍ້າເໜືອຂອງບາງກອກ.

ປະຊາຊົນຈຳນວນຫຼວງຫຼາຍໃນເຂດບາງກອກ ໄດ້ພາກັນຫຼັ່ງໄປຊື້ອາຫານແລະນໍ້າດື່ມຂະນະ ທີ່ພວກທີ່ຖືກນໍ້າຖ້ວມໃນເຂດກໍ້າເໜືອຂອງນະຄອນຫຼວງໄທໄດ້ພາກັນຫຼົບໜີຈາກເຮືອນຊານ ບ້ານຊ່ອງຂອງພວກເຂົາເຈົ້າ.

XS
SM
MD
LG