ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນໍ້າເລີ່ມຮົ່ວໄຫຼ ເຂົ້າຖ້ວມບາງກອກ (ເບິ່ງວີດີໂອ)


ຜູ້ຊາຍຄົນນຶ່ງພວມຍູ້ລູກຂອງລາວທີ່ນັ່ງຢູ່ໃນຊາມອ່າງໃຫຍ່ ໄປຕາມນໍ້າທີ່ຖ້ວມຂຶ້ນມາ ໃນເຂດບາງກອກ (21 ຕຸລາ 2011)
ຜູ້ຊາຍຄົນນຶ່ງພວມຍູ້ລູກຂອງລາວທີ່ນັ່ງຢູ່ໃນຊາມອ່າງໃຫຍ່ ໄປຕາມນໍ້າທີ່ຖ້ວມຂຶ້ນມາ ໃນເຂດບາງກອກ (21 ຕຸລາ 2011)

ເຈົ້າໜ້າທີ່ໄທເຕືອນປະຊາຊົນຈຳນວນຫຼາຍລ້ານຄົນໃນເຂດບາງກອກ ໃນວັນສຸກມື້ນີ້ໃຫ້
ຍົກຍ້າຍເຄື່ອງຂອງພວກເຂົາເຈົ້າ ໄປໄວ້ຢູ່ບ່ອນທີ່ມີດິນສູງ ຂະນະທີ່ລະດັບນໍ້າເລີ່ມສູງຂຶ້ນ
ຖ້ວມເປັນບາງແຫ່ງຢູ່ໃນເຂດຊານເມືອງຂອງນະຄອນຫຼວງໄທແລ້ວ.

ເຈົ້າໜ້າທີ່ແລະພວກທີ່ເຫັນເຫດການ ກ່າວໃນວັນສຸກມື້ນີ້ວ່າ ລະດັບນໍ້າໄດ້ສູງຂຶ້ນພຽງຫົວ
ເຂົ່າ ຫຼັງຈາກໄດ້ໄຫຼຊຶມເຂົ້າມາຈາກຄອງຕ່າງໆໃນເຂດຫຼັກ 4 ທີ່ຢູ່ທາງກໍ້າເໜືອຂອງບາງ
ກອກ ປະມານ 16 ຫຼັກກິໂລແມັດຫ່າງຈາກໃຈກາງເມືອງ.

ໃນວັນພະຫັດວານນີ້ ລັດຖະບານໄທໄດ້ສັ່ງໃຫ້ເປີດປະຕູນໍ້າໃນເຂດບາງກອກ ເພື່ອປ່ອຍ
ນໍ້າໃຫ້ໄຫຼອອກໄປຕາມຄອງຕ່າງໆ ແລະຊ່ອຍບັນເທົາການກົດດັນຕໍ່ຄູກັ້ນນໍ້າທີ່ປ້ອງກັນບໍ່
ໃຫ້ນໍ້າໄຫຼເຂົ້າຖ້ວມນະຄອນຫຼວງຂອງໄທມາໄດ້ຫຼາຍມື້ແລ້ວນັ້ນ.

ນາຍົກລັດຖະມົນຕີໄທ ທ່ານນາງຍິ່ງລັກ ຊິນນະວັດໄດ້ເຕືອນປະຊາຊົນໃນເຂດບາງກອກ ໃຫ້ກຽມຮັບມືກັບໄພນໍ້າຖ້ວມໂດຍເວົ້າວ່າລັດຖະບານບໍ່ສາມາດສະກັດກັ້ນນໍ້າໄດ້ຕະຫຼອດ
ໄປແລະຄອງຕ່າງໆ ທີ່ໄຫຼຜ່ານບາງກອກລົງສູ່ອ່າວໄທນັ້ນ ອາດລົ້ນຂຶ້ນຖ້ວມ ຖະໜົນຫົນ
ທາງກໍເປັນໄດ້.

ປະຊາຊົນເປັນຈຳນວນຫຼວງຫຼາຍ ໃນເຂດບາງກອກ ໄດ້ພາກັນຫຼັ່ງໄປຊື້ອາຫານການກິນ
ແລະນໍ້າດື່ມມາເກັບສະສົມໄວ້ຂະນະທີ່ປະຊາຊົນໃນເຂດຊານເມືອງກໍ້າເໜືອທີ່ຖືກນໍ້າຖ້ວມ
ແລ້ວນັ້ນກໍໄດ້ພາກັນຫຼົບໜີອອກຈາກເຮືອນຊານບ້ານຊ່ອງ ຂອງພວກເຂົາເຈົ້າ.

ໃນວັນສຸກມື້ນີ້ ລັດຖະບານໄທເວົ້າວ່າ ມີຜູ້ເສຍຊີວິດຍ້ອນໄພນໍ້າຖ້ວມໄປແລ້ວ 342 ຄົນ ຊຶ່ງນັບວ່າເປັນອຸທົກກະໄທທີ່ຮ້າຍແຮງສຸດໃນຮອບຫຼາຍໆທົດສະວັດ.

ຝົນຕົກໜັກໃນລະດູລົມມໍລະສຸມເປັນເວລາຫຼາຍໆເດືອນ ໄດ້ເຮັດໃຫ້ບໍລິເວນສ່ວນໃຫຍ່ ຂອງເຂດເອເຊຍຕາເວັນອອກສຽງໃຕ້ ຖືກນໍ້າຖ້ວມ ຊຶ່ງໄດ້ບັງຄັບໃຫ້ປະຊາຊົນຈຳນວນ
ຫຼາຍໆລ້ານຄົນຕ້ອງໄດ້ຫຼົບໜີ ຈາກເຮືອນຊານບ້ານຊອ່ງຂອງພວກເຂົາເຈົ້າ. ນອກນັ້ນ ແລ້ວຍັງມີຜູ້ເສຍຊີວິດຫຼາຍຮ້ອຍຄົນຢູ່ກຳປູເຈຍ ສປປ ລາວແລະໃນປະເທດຫວຽດນາມ.

ເບິ່ງວີດີໂອລາຍງານທີ່ນັກຂ່າວວີໂອເອ ສົ່ງມາຈາກບາງກອກ, ວັນສຸກ ທີ 21 ຕຸລານີ້:

XS
SM
MD
LG