ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລັດຖະມົນຕີໄທ ປະກາດ ຂັ້ນຕອນ 3 ຂັ້ນ ເພື່ອຊ່ອຍໄທຟື້ນໂຕຄືນ


ນາຍົກລັດຖະມົນຕີໄທ ປະກາດແຜນການ 3 ຂັ້ນ ເພື່ອຊ່ວຍຟື້ນຟູປະເທດຊາດ ຂະນະທີ່ຊາວໄທກໍາລັງສູ້ຊົນ ກັບໄພນໍ້າຖ້ວມຢູ່ຕໍ່ໄປ, ວັນທີ 8 ພະຈິກ 2011.
ນາຍົກລັດຖະມົນຕີໄທ ປະກາດແຜນການ 3 ຂັ້ນ ເພື່ອຊ່ວຍຟື້ນຟູປະເທດຊາດ ຂະນະທີ່ຊາວໄທກໍາລັງສູ້ຊົນ ກັບໄພນໍ້າຖ້ວມຢູ່ຕໍ່ໄປ, ວັນທີ 8 ພະຈິກ 2011.

ນາຍົກລັດຖະມົນຕີ​ໄທ ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ​ ​ໄດ້ປະກາດ​ໂຄງການ 3 ຂັ້ນ​ເພື່ອ
ຊ່ອຍ​ປະ​ເທດ​ຂອງ​ທ່ານນາງ ​ໃຫ້​ຟື້ນໂຕ​ຄືນຈາກ​ໄພ​ນໍ້າ​ຖ້ວມ​ຄັ້ງຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ
50 ປີຜ່ານມາ.

ໃນ​ການ​ຖະ​ແຫລ​ງ​ທາງ​ໂທລະພາບໄປ​ຍັງ​ທົ່ວ​ປະ​ເທດ​ໃນ​ວັນອັງຄານ​ມື້​ນີ້ ທ່ານ​ນາງ​ຍິ່ງ
ລັກໄດ້​ບັນ​ລະ​ຍາຍ 3 ຂັ້ນ​ຕອນ​ຂອງ​ໂຄງການດັ່ງກ່າວ​ວ່າ ຂັ້ນ​ຕອນ ຊ່ອຍກູ້ ຟື້ນ​ຟູ ​ແລະ
ສ້າງສາ​ຄືນ​ໃໝ່. ທ່ານ​ນາງກ່າວ​ວ່າ ປະ​ເທດ​ໄທ​ຈະເນ້ນ​ໜັກ​ໃສ່ຄວາມ​ພະຍາຍາມ​ ເພື່ອ
ຟື້ນ​ຟູ​ຄວາມໝັ້ນ​ໃຈ​ໃຫ້​ພວກ​ນັກ​ລົງທຶນ​ຕ່າງປະ​ເທດ​ຄືນ​ໃໝ່ ​ແລະ​ຊ່ອຍພວກ​ຊາວໄທ​ທີ່
ໄດ້​ຮັບຄວາມ​ເສຍຫາຍ ທີ່​ຮວມທັງ​ພວກ​ບໍລິສັດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ​ອັນ ​ທີ່​
ເອີ້ນ​ກັນ​ວ່າ SMEs ນັ້ນ.

ນອກ​ນັ້ນ​ທ່ ານ​ນາງ​ຍິ່ງ​ລັກ​ຍັງ​ໄດ້​ປະກາດ​ໃຫ້​ຮູ້​ເຊ່ນ​ກັນ​ວ່າ​ທ່ານ​ນາງ​ໄດ້​ລົບລ້າງ​ແຜນການ​
ທີ່ຈະ​ໄປ​ຮ່ວມ​ກອງ​ປະຊຸມຂອງ​ກຸ່ມ APEC ທີ່ຈະມີ​ຂຶ້ນທີ່​ລັດ​ຮາ​ວາຍໃນ​ສະຫະລັດ​ໃນ​ສັບ
ປະດານີ້ ​ເພື່ອ​ໃຊ້​ເວລາຢູ່​ໃນ​ປະ​ເທດ​ແລະ​ແກ້​ໄຂ​ວິ​ກິດ​ການ​ນໍ້າ​ຖ້ວມ​ນີ້.

ຄວາມ​ພະຍາຍາມ​ຟື້ນ​ໂຕ​ຄືນ​ໄດ້​ເລີ້ມຂຶ້ນ​ແລ້ວ​ໃນ​ຫລາຍ​ໆ​ເຂດ​ໃນ​ພາກກາງ​ແລະ​ພາກ​
ເໜືອຂອງ​ໄທ ບ່ອນ​ທີ່​ນໍ້າ​ຖ້ວມໄດ້​ບົກ​ລົງ​ແລ້ວ​ຫລັງ​ຈາກໄດ້ຖ້ວມມາ​ໃນ​ຂົງ​ເຂດ​ທີ່​ກວ້າງ​
ໃຫຍ່ເປັນເວລາ​ຫລາຍ​ເດືອນ​. ແຕ່ນໍ້າ​ກໍຍັງ​ສືບ​ຕໍ່​ຄຸກ​ຄາມ​ໃນ​ເຂດ​ຕ່າງໆ​ທາງນອກ​ຄູ​ກັ້ນ​
ນໍ້າອ້ອມນະຄອນຫລວງບາງກອກ ບ່ອນ​ທີ່​ພວກ​ຊາວ​ເມືອງ​ຫລາຍ​ຄົນ​ກໍາລັງຈະ​ໝົດເຂົ້າ
ປາ​ອາ​ຫານກິນແລ້ວນັ້ນ.

XS
SM
MD
LG