ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນໍ້າຖ້ວມລົດລົງໃນພາກເໜືອ ແຕ່ຍັງຄຸກຄາມ ໃຈກາງບາງກອກ


ປະຊາຊົນບາງຄົນໃຊ້ລົດ "tuk-tuk,"ເປັນພາຫະນະແລ່ນຜ່ານນໍ້າຖ້ວມຖະ
ໜົນສາຍນຶ່ງທີ່ຖືກນໍ້າຖ້ວມໃນບາງກອກ
ວັນທີ 7 ພະຈິກ 2011.
ປະຊາຊົນບາງຄົນໃຊ້ລົດ "tuk-tuk,"ເປັນພາຫະນະແລ່ນຜ່ານນໍ້າຖ້ວມຖະ ໜົນສາຍນຶ່ງທີ່ຖືກນໍ້າຖ້ວມໃນບາງກອກ ວັນທີ 7 ພະຈິກ 2011.

ນໍ້າ​ຖ້ວມ​ສືບ​ຕໍ່​ເປັນ​ໄພ​ຄຸກ​ຄາມ​ໃຈ​ກາງ​ບາງກອກ​ໃນ​ວັນ​ຈັນ​ມື້​ນີ້ ​ແມ່ນ​ແຕ່ໃນ​ຂະນະ​ທີ່
ຄວາມ​ພະຍາຍາມ​ອະນາ​ໄມ​ໃນ​ບາງ​ຂົງ​ເຂດ ​ໄດ້​ເລີ້ມ​ຂຶ້ນ​ທາງ​ກໍ້າ​ເໜືອຂອງ​ນະຄອນ
ຫລວງ ​ບ່ອນ​ທີ່​ນໍ້າ​ໄດ້​ບົກ​ລົງ​ແລ້ວ​ກໍ​ຕາມ.

ທາງ​ການ​ໄທ​ກ່າວ​ວ່າ ຈໍານວນ​ຄົນ​ເສຍ​ຊີວິດ​ຍ້ອນ​ໄພ​ນໍ້າ​ຖ້ວມ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ
ເຄິ່ງສັດຕະວັດແມ່ນ​ໄດ້​ເພີ່ມ​ຂຶ້ນ​ເປັນ​ຫລາຍ​ກວ່າ 500 ຄົນ​ແລ້ວ ຊຶ່ງ​ພວກ​ທີ່​ເສຍ​ຊີວິດ​ນັ້ນ
ສ່ວນ​ຫລາຍ​ແມ່ນຕາຍ​ດຶກ​ນໍ້າ. ນາຍົກລັດຖະມົນຕີ ຍິ່ງລັກຊິນນະ​ວັດ​ກ່າວ​ວ່າ ຄະນະ​ລັດ
ຖະບານ​ຂອງ​ທ່ານ​ນາງ​ຈະປະຊຸມກັນ​ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້​ເພື່ອ​ເລີ້ມພິຈາລະນາ​ແຜນ
ການ​ບູລະນະ​ສ້າງສາ​ປະ​ເທດ​ຄືນ​ໃໝ່​ທີ່ຕີ​ລາຄາ​ວ່າ​ຈະ​ມີ​ມູນ​ຄ່າ​ຫລາຍ​ກວ່າ 3 ຕື້​ໂດ​ລາ​ນັ້ນ.

ສໍາລັບ​ພວກ​ປະຊາຊົນ​ທີ່​ອາ​ໄສ​ຢູ່​ໃນ​ບາງກອກ​ຫລາຍ​ຄົນ ການ​ຂົນ​ສົ່ງ​ຍັງ​ຄົງ​ເປັນ​ບັນຫາ​
ໃຫຍ່​ທີ່​ສຸດ ຊຶ່ງເຂົາ​ເຈົ້າໄດ້​ພາກັນ​ຫັນ​ໄປ​ໃຊ້​ເຮືອ ລົດເມ​ແລະ​ລົດ​ກອງທັບ​ເປັນ​ພາຫະ​ນະ
ເພື່ອເດີນທາງ​ຜ່ານເຂດຕ່າງໆ​ທີ່ຖືກນໍ້າ​ຖ້ວມ​ນັ້ນ.

ແມ່ຍິງຄົນ​ນຶ່ງທີ່​ອາ​ໄສ​ຢູ່ໃນ​ບາງກອກ​ກ່າວ​ວ່າ ລາວໃຊ້​ເວລາ​ເຖິງ 6 ຊົ່ວ​ໂມງ​ເພື່ອ​ເດີນທາງ
ໄປ​ຫາ​ບ້ານ​ລູກ​ຊາຍ​ຂອງ​ລາວ ຈາກ​ນະວະ​ນະຄອນ​ໄປ​ຫາ​ໝໍ​ຊິດ​ ຊຶ່ງ​ຕາມ​ທໍາ​ມະ​ດາ​ໃຊ້​ເວ
ລາ​ພຽງ​ແຕ່​ຊົ່ວ​ໂມງ​ດຽວ​ເທົ່າ​ນັ້ນ.

ທ່ານ​ນາງ Maureen Birmingham ຫົວໜ້າ​ອົງກາ​ນອະນາ​ໄມ​ໂລກ​ຫລື WHO ປະ​ຈໍາ
ບາງກອກກ່າວ​ວ່າ ຄວາມ​ພະຍາຍາມໃນການ​ບັນ​ເທົາ​ທຸກ​ແມ່ນໄດ້​ຮັບ​ຄວາມຫຍຸ້ງຍາກ​ສັບ
ສົນ ​ເພາະວ່າ​ເຂດ​ຕ່າງໆຂອງໄທ​ແມ່ນ​ຢູ່​ໃນ​ຂັ້ນ​ແຕກ​ຕ່າງ​ກັນ​ຫລາຍ​ກ່ຽວ​ກັບ​ໄພ​ຄຸກ​ຄາມ
ນໍ້າ​ຖ້ວມ​ແລະ​ການ​ຮື້​ຟື້ນ​ຄືນ​ນັ້ນ.

XS
SM
MD
LG