ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

45 ຄົນແລ້ວເສຍຊີວິດ ຍ້ອນໄພນໍ້າຖ້ວມ ໃນພາກໃຕ້ໄທຍ


ນາຍົກລັດຖະມົນຕີໄທທ່ານ ອະພິສິດ ເວດຊາຊິວະ
ນາຍົກລັດຖະມົນຕີໄທທ່ານ ອະພິສິດ ເວດຊາຊິວະ

Thailand-Floods

ພວກເຈົ້າໜ້າທີ່ທາງການໃນພາກໃຕ້ໄທຍກ່າວວ່າ ນໍ້າຖ້ວມ
ແລະດິນເຈື່ອນອັນເນື່ອງມາຈາກ ຝົນຕົກໜັກນັ້ນ ພາໃຫ້ມີ
ຜູ້ເສຍຊີວິດ 45 ຄົນແລ້ວ.

ມີປະຊາຊົນຈໍານວນປະມານ 1 ລ້ານຄົນທີ່ໄດ້ຮັບຜົນກະທົບ
ຈາກຝົນຕົກໜັກ ທີ່ພາໃຫ້ເກີດ ໄພນໍ້າຖ້ວມຢູ່ໃນ 10 ຂອງ
ຈຳນວນທັງໝົດ 77 ຈັງຫວັດຂອງໄທ.

ນາຍົກລັດຖະມົນຕີໄທທ່ານ ອະພິສິດ ເວດຊາຊິວະ
ກ່າວວ່າ ໃນກອງປະຊຸມຄະນະລັດຖະບານໃນວັນຈັນມື້ນີ້
ຈະໄດ້ປຶກສາຫາລືກັນກ່ຽວກັບການໃຫ້ຄວາມຊ່ອຍເຫຼືອແກ່
ພວກຜູ້ທີ່ປະສົບໄພດັ່ງກ່າວ.

ທັງເຮືອແລະເຮືອບິນ Helicopters ທະຫານຂອງໄທຍ ໄດ້ລໍາລຽງປັດໄຈບັນເທົາທຸກ ໄປໃຫ້ເຂດຕ່າງໆທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມນີ້ ແລະຍັງໄດ້ຂົນຍ້າຍພວກທີ່ຕົກ|
ຄ້າງຫຼາຍພັນຄົນອອກມາ.

XS
SM
MD
LG