ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລະດັບນໍ້າໃນເຂດ ໃຈກາງບາງກອກ ກໍາລັງລົດລົງເລື້ອຍໆ


ພວກຊາວເມືອງບາງກອກ ແລະທີມງານອາສາສະໝັກ ກໍາລັງຂຸ້ນຂ້ຽວທໍາ
ຄວາມສະອາດຄັ້ງໃຫຍ່ຕາມຖະນົນຫົນທາງ
ພວກຊາວເມືອງບາງກອກ ແລະທີມງານອາສາສະໝັກ ກໍາລັງຂຸ້ນຂ້ຽວທໍາ ຄວາມສະອາດຄັ້ງໃຫຍ່ຕາມຖະນົນຫົນທາງ

ທີ່ບາງກອກປະ​ເທດ​ໄທ ພວກ​ຊາວ​ເມືອງກໍາລັງພາກັນ​ຂຸ້ນຂ້ຽວ​ທໍາ​ງານ​ຢ່າງ​ໜັກ ​ເພື່ອ​ມ້ຽນ
ມັດ ທໍາ​ຄວາ​ມສະອາດ​ເມືອງ​ບາງກອກ​ ໃນ​ວັນ​ອາທິດ​ນີ້ ​ໃນ​ລະຫວ່າງ​ການ​ປຸກ​ລະດົມ​ວັນ
​ທໍາຄວາມ​ສະອາດ​ຄັ້ງ​ໃຫຍ່ ທີ່ອໍານາດ​ປົກຄອງ​ເມືອງບາງກອກ​ ຈັດຕັ້ງ​ປະຕິບັດນັ້ນ.

ເມື່ອ​ວັນ​ອາທິດ​ມື້​ນີ້ ​ອາ​ກາດ​ແມ່ນ​ແຈ່ມ​ໃສ ​ທ້ອງ​ຟ້າເປັນສີ​ນໍ້າ​ເງິນ ບໍ່​ມືດ​ຄື້ມ ຫລື​ມີຝົນຕົກ
ແລະ​ປະຊາຊົນຫລາຍ​ຮ້ອຍ​ຄົນ ຖື​ໄມ້​ກວາດ ພາກັນກວາດ​ຂີ້ຕົມ ​ແລະ​ສິ່ງ​ເສດ​ເຫລືອ​ຕ່າງໆ
ອອກຈາກ​ບ້ານ​ເຮືອນ ​ໃນ​ຂະນະ​ພວກ​ທີ​ມ ງານ​ອາສາ​ສະໝັກ​ພາກັນ​ເກັບ​ກອງຂີ້​ເຫຍື້ອ​ທີ່
ເໜົ່າ​ເໝັນ​ອອກຈາກ​ຖະໜົນ​ຫົນທາງ ​ໃນ​ຂະນະ​ທີ່​ລະດັບ​ນໍ້າ​ກໍາລັງ​ລົດ​ລົງ​ໃນ​ເຂດ​ໃຈກາງ​
ເມືອງຫລວງ​ບາງກອກ​ນັ້ນ.

ພວກ​ເຈົ້າໜ້າ​ທີ່​ລັດຖະບານ​ໄທ​ກ່າວ​ວ່າ ລະດັບ​ນໍ້າ​ຖ້ວມ​ກໍາລັງ​ລົດ​ລົງ​ເລື້ອຍໆ​ ​ແລະ​ຖະໜົນ
ຫົນທາງ​ສ່ວນ​ໃຫຍ່​ໃນ​ບາງກອກ​ກໍໜ້າຈະ​ແຫ້ງ​ລົງ​ ໃນ​ສອງ​ອາທິດ​ນີ້.

XS
SM
MD
LG