ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລະດັບນໍ້າຢູ່ເຂດເໜືອ ແລະຕາເວັນຕົກ ຂອງບາງກອກ ຍັງສູງຂຶ້ນຢູ່ (ເບິ່ງວີດີໂອ)


ພວກທະຫານກໍາລັງຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມໃນເຂດບາງກອກ
ພວກທະຫານກໍາລັງຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມໃນເຂດບາງກອກ

ພວກຊາວເມືອງບາງກອກທີ່ເປັນເປັນຫ່ວງເປັນໃຍທັງຫຼາຍກ່າວວ່າ ລະດັບນໍ້າທີ່ຖ້ວມ ຍັງ
ສືບ ຕໍ່ສູງຂຶ້ນຢູ່ໃນບາງເຂດທາງກໍ້າເໜືອແລະກໍ້າຕາເວັນຕົກຂອງໃຈກາງບາງກອກ ຢູ່ນອກ
ຕາໜ່າງຄູກັ້ນນໍ້າ ທີ່ຍັງສາມາດປົກປ້ອງພື້ນ ທີ່ສ່ວນໃຫຍ່ໃນເຂດໃຈກາງບາງກອກ ບໍ່ໃຫ້
ຖືກນໍ້າຖ້ວມນັ້ນ.

ໃນເຂດນຶ່ງ ທາງກໍ້າຕາເວັນຕົກຂອງບາງກອກນັ້ນ ພວກທະຫານໄດ້ຊ່ວຍເຫລືອປະຊາຊົນ ຢູ່ໃນເຂດດັ່ງກ່າວຫອບເຄຶ່ອງຢູ່ຂອງໃຊ້ຂອງພວກເຂົາເຈົ້າ ລຸຍນໍ້າທີ່ເລິກພຽງແອວໄປຍັງພື້ນ
ທີ່ສູງທີ່ນໍ້າບໍ່ຖ້ວມ.

ຊາວເມືອງຄົນນຶ່ງກ່າວວ່າ ຕົນໄດ້ພະຍາຍາມລໍຄອຍ ບໍ່ຍອມຍົກຍ້າຍອອກໜີດົນເທົ່າທີ່ຈະ
ດົນໄດ້ ແຕ່ແລ້ວກໍຕັດສິນໃຈວ່າ ບັດນີ້ຊີວິດລາວແມ່ນຕົກຢູ່ໃນຄວາມສ່ຽງທີ່ເປັນອັນຕະ
ລາຍແລ້ວ.

ຄວາມແຕກຕ່າງກັນ ລະຫວ່າງເຂດໃຈກາງບາງກອກທີ່ນໍ້າບໍ່ຖ້ວມ ແລະ ພວກທີ່ຢູ່ຊານ ເມືອງທີ່ທຸກຈົນທັງຫລາຍກໍາລັງເພີ່ມຄວາມໂກດແຄ້ນໃຫ້ແກ່ ລັດຖະບານ ທີ່ໃຊ້ຕາໜ່າງ ຄູກັ້ນນໍ້າຫັນປ່ຽນທິດທາງນໍ້າບໍ່ໃຫ້ຖ້ວມເຂດສູນ ກາງການຄ້າຂອງບາງກອກ.

ຢູ່ເຂດນຶ່ງທາງພາກເໜືອຂອງບາງກອກ ພວກທະຫານໄດ້ຖືກສົ່ງໄປຄຸ້ມ ຄອງພວກຄົນ ງານໃນຂະນະທີ່ພວກເຂົາເຈົ້າສ້ອມແປງປະຕູນໍ້າທີ່ຖືກທຳ ລາຍໂດຍພວກຊາວເມືອງ ທີ່ບໍ່ ພໍໃຈເພື່ອລະບາຍນໍ້າອອກຈາກເຂດຄຸ້ມຂອງພວກເຂົາເຈົ້ານັ້ນ.

ໃນຂະນະດຽວກັນ ພວກເຈົ້າໜ້າທີ່ກໍກໍາລັງຕໍ່ສູ້ດິ້ນຮົນນໍາເອົາອາຫານການກິນແລະປັດໄຈ ທີ່ຈຳເປັນອື່ນໆໄປແຈກໃຫ້ພວກຢູ່ໃນເຂດໃກ້ຄຽງທີ່ຖືກນໍ້າຖ້ວມ ບ່ອນທີ່ພວກຊາວເມືອງ ຖືກບັງຄັບໃຫ້ລຸຍນໍ້າທີ່ມີກິ່ນສາບເໝັນຂຶ້ນນັບມື້ເພື່ອທີ່ຈະໄປເຖິງລົດສົ່ງເຄື່ອງຊ່ອຍເຫຼືອນັ້ນ

ພວກເຈົ້າໜ້າທີ່ໄທ ກ່າວວ່າ ພວກເຂົາເຈົ້າເກີດທໍ້ແທ້ໃຈຫລາຍ ທີ່ພວກຊາວບ້ານຊາວທີ່ພາ ກັນລໍຄອຍຖ້າເບິ່ງສະຖານະການກ່ອນວ່າຈະເກີດນໍ້າ ຖ້ວມແທ້ຈິງບໍ່ ແທນທີ່ຈະພາກັນຍ້າຍ ໜີໄປຢູ່ທີ່ພັກສຸກເສີນຊົ່ວຄາວນັ້ນ ກ່ອນ.

ບາງຄົນໄດ້ພາກັນສະແດງຄວາມໂກດແຄ້ນຕໍ່ນາຍົກລັດຖະມົນຕີ ທ່ານນາງຢິ່ງລັກ ຊິນນະ
ວັດ ທີ່ໄດ້ຮັບການສະໜັບສະໜຸນສ່ວນຫລາຍ ຈາກພວກຢູ່ໃນເຂດຊານເມືອງທີ່ຍາກຈົນ ບ່ອນທີ່ຖືກນໍ້າຖ້ວມຢ່າງຮ້າຍແຮງ ທີ່ສຸດນັ້ນ.

XS
SM
MD
LG