ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຂດພາກໃຕ້ຂອງໄທ ຍັງປະເຊີນກັບໄພນໍ້າຖ້ວມຢູ່


ສະພາບນໍ້າຖ້ວມທີ່ໄທ
ສະພາບນໍ້າຖ້ວມທີ່ໄທ

ກອງທັບບົກ ກອງທັບເຮືອແລະກອງທັບອາກາດຂອງໄທໄດ້
ຮັບຄຳສັ່ງໃຫ້ທຳ ການຊ່ອຍເຫຼືອກູ້ໄພປະຊາຊົນ ຈຳນວນ
ຫຼາຍພັນຄົນ ທີ່ຕົກຄ້າງຍ້ອນໄພນໍ້າຖ້ວມ ຢູ່ຕາມຫົວເມືອງ
ຕ່າງໆໃ ນພາກໃຕ້ຂອງປະເທດ.

ເມືອງຫາດໃຫຍ່ຊຶ່ງເປັນແຫຼ່ງທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມ
ສູງຈາກພວກນັກ ທ່ອງທ່ຽວ ​ແລະມີປະຊາກອນ 150,000
ຄົນນັ້ນ ໄດ້ຖືກນໍ້າຖ້ວມສູງເຖິງ 3 ແມັດ ຍ້ອນມີຝົນຕົກໜັກ
ເປັນເວລາ 3 ມື້.

ປະຊາຊົນໄດ້ພາກັນຂຶ້ນໄປຢູ່ຊັ້ນເທິງຂອງເຮືອນເຂົາເຈົ້າ
ຂະນະທີ່ໂຮງພະຍາບານແລະຕຶກອາຄານຂອງລັດຖະບານແຫ່ງຕ່າງໆ ໄດ້ມີການຍົກຍ້າຍ
ຜູ້ຄົນອອກຈາກຊັ້ນລຸ່ມ.

ການປະຕິບັດງານກູ້ໄພໄດ້ປະສົບກັບຄວາມຍຸ່ງຍາກ ຍ້ອນບໍ່ມີໄຟຟ້າໃຊ້ແລະໂທລະສັບ
ຖືກຕັດຂາດ.

ແຕ່ແນວໃດກໍຕາມນາຍົກລັດຖະມົນຕີອະພິຊິດ ເວດຊາຊີວະກ່າວຕໍ່ອົງການຂ່າວຝຣັ່ງ
ໃນວັນພຸດມື້ນີ້ວ່າ ໄພນໍ້າຖ້ວມເລີ້ມຫຼຸດລົງແລ້ວແລະເຊື່ອວ່າທຸກໆຄົນຈະໄດ້ ຮັບການຊ່ອຍ
ເຫຼືອກູ້ໄພ.

ມີ​ຫລາຍ​ກ່ວາ 100 ຄົນ​ເສຍ​ຊີວິດ ຍ້ອນ​ໄພ​ນໍ້າ​ຖ້ວມ​ໃນ​ທົ່ວ​ປະ​ເທດ​ໄທ ຕັ້ງ​ແຕ່​ວັນ​ທີ
10 ຕຸລາ​ເປັນ​ຕົ້ນ​ມາ.

XS
SM
MD
LG