ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໄພນໍ້າຖ້ວມໃນໄທ ເຮັດໃຫ້ຢ່າງນ້ອຍ 59 ຄົນເສຍຊີວິດ


ຊາວນະຄອນຣາດຊະສີມາ ພາກັນອົບພະຍົບໜີ ຈາກບ້ານເຮືອນ ທີ່ຖືກນໍ້າຖ້ວມ
ຊາວນະຄອນຣາດຊະສີມາ ພາກັນອົບພະຍົບໜີ ຈາກບ້ານເຮືອນ ທີ່ຖືກນໍ້າຖ້ວມ

ເຈົ້າໜ້າທີ່ໄທກ່າວວ່າ ປັດຈຸບັນມີຢ່າງນ້ອຍ 59 ຄົນເສຍ
ຊີວິດ ຍ້ອນໄພນໍ້າຖ້ວມທີ່ມີມາເປັນເວລາ 2 ອາທິດ ໃນ
ທົ່ວປະເທດໄທ.

ໄພທຳມະຊາດໃນຄັ້ງນີ້ ມີຜົນກະທົບຕໍ່ປະຊາຊົນ 3 ລ້ານ
ຄົນຢູ່ໃນ 36 ຈັງຫວັດ ຢູ່ໃນພາກເໜືອ ພາກຕາເວັນອອກ
ສຽງເໜືອ ພາກຕາເວັນອອກ ແລະພາກກາງ ຂອງໄທ.
ເຈົ້າໜ້າທີ່ຊ່ອຍເຫຼືອສຸກເສີນໄດ້ໃຊ້ຖົງຊາຍ ຫຼາຍກວ່າ 4
ລ້ານຖົງ ເພື່ອສ້າງຄູກັ້ນນໍ້າເຈົ້າພະຍາໃນເຂດບາງກອກ
ຊຶ່ງໃກ້ຈະລົ້ນຄູຂຶ້ນຖ້ວມ ຍ້ອນນໍ້າທີ່ໄຫລມາຈາກທາງເໜືອ ໃນປະລິມານເພີ່ມຂຶ້ນ.

ໄພນໍ້າຖ້ວມທີ່ວ່ານີ້ ໄດ້ເບົາບາງລົງ ຢູ່ໃນຢ່າງນ້ອຍ 11
ຈັງຫວັດ.

ນາຍົກລັດຖະມົນຕີໄທ ທ່ານອະພິຊິດ ເວດຊາຊີວະກ່າວວ່າ ໄພນໍ້າຖ້ວມຄັ້ງນີ້ ແມ່ນຮ້າຍ
ແຮງສຸດໃນຮອບ 50 ປີ. ທ່ານໃຫ້ຄຳໝັ້ນສັນຍາວ່າ ແຕ່ລະຄອບຄົວທີ່ໄດ້ຮັບຜົນກະທົບ
ຈາກໄພນໍ້າຖ້ວມ ຈະໄດ້ຮັບເງິນຊ່ອຍເຫຼືອ 170 ໂດລາ.

XS
SM
MD
LG