ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວໄທ ຖວາຍການອາລຳ ເປັນຄັ້ງສຸດທ້າຍ ຕໍ່ກະສັດ ພູມີພົນ


​ພະລາດຊະພິທີນຳພະ​ບໍ​ຣົມມະໂກດ​ ທີ່ເປັນ​ສັນຍາ​ລັກ ຂອງ​
ພະ​ອົງ​ທ່ານ ​ທີ່​ເກັບ​ບຳ​ເພັນ​ກຸສົນ​ໄວ້ ​ທີ່​ພະລາດ​ຊະ​ວັງ ​ໄປ​ຍັງ​ລານ​ພະ​ລາດ​ຊະ​ພິທີ ທີ່​ໄດ້​ຈັດສ້າງ​ຂຶ້ນ ຢ່າງ​ວິຈິດ​ບັນຈົງ ທີ່​ເອີ້ນ​ວ່າ “ພະ​ເມ​ຣຸ​ມາດ,” 26 ຕຸລາ 2017.
​ພະລາດຊະພິທີນຳພະ​ບໍ​ຣົມມະໂກດ​ ທີ່ເປັນ​ສັນຍາ​ລັກ ຂອງ​ ພະ​ອົງ​ທ່ານ ​ທີ່​ເກັບ​ບຳ​ເພັນ​ກຸສົນ​ໄວ້ ​ທີ່​ພະລາດ​ຊະ​ວັງ ​ໄປ​ຍັງ​ລານ​ພະ​ລາດ​ຊະ​ພິທີ ທີ່​ໄດ້​ຈັດສ້າງ​ຂຶ້ນ ຢ່າງ​ວິຈິດ​ບັນຈົງ ທີ່​ເອີ້ນ​ວ່າ “ພະ​ເມ​ຣຸ​ມາດ,” 26 ຕຸລາ 2017.

ພວກ​ໄວ້​ທຸກ ​ທີ່​ນຸ່ງຊຸດ​ດຳ​ພາກັນ​ຢືນ​ເຂົ້າ​ແຖວ​ຍາວ​ຢຽດ ​ຢູ່ທີ່ບາງກອກ ນະຄອນຫຼວງ
ຂອງປະ​ເທດໄທ ໃນວັນພະຫັດ ​ເພື່ອ​ເປັນ​ສັກຂີ​ພິຍານໃນພິທີຖະຫວາຍພະເພີງ
ພະ​ບໍ​ຣົມມະສົບຂອງມື້​ລາງກະສັດພູມີ​ພົນ ອະ​ດຸນຍະ​ເດດ.

ພິທີອັນ​ສະງ່າ​ຜ່າ​ເຜີຍ​ທີ່ໄດ້​ດຳ​ເນີນ​ໄປ​ທັງ​ວັນ ທີ່​ໃຊ້​ເງິນຈຳນວນ 90 ລ້ານ​ໂດ​ລາ
ທີ່ປະກອບດ້ວຍຂະບວນແຫ່ ​ເພື່ອ​ທີ່​ຈະ​ນຳພະ​ບໍ​ຣົມມະໂກດ​ ທີ່ເປັນ​ສັນຍາ​ລັກ ຂອງ​
ພະ​ອົງ​ທ່ານ​ທີ່​ເກັບ​ບຳ​ເພັນ​ກຸສົນ​ໄວ້​ທີ່​ພະລາດ​ຊະ​ວັງ ​ໄປ​ຍັງ​ລານ​ພະ​ລາດ​ຊະ​ພິທີ
ທີ່​ໄດ້​ຈັດສ້າງ​ຂຶ້ນ ຢ່າງ​ວິຈິດ​ບັນຈົງ ທີ່​ເອີ້ນ​ວ່າ “ພະ​ເມ​ຣຸ​ມາດ” ​ໃຫ້ເປັນຕົວແທນ
ທຽບ​ເທົ່າກັບ​ພູ Meru ທີ່​ຖື​ວ່າ​ເປັນ​ບ່ອນ​ສັກສິດ​ທາງສາສະໜາພຸດ ແລະສາສະໜາ
ຮິນ​ດູ​ ສຳລັບຜູ້ທີ່ເສຍຊີວິດໄປແລ້ວ ໃນ​ນິທານປະ​ລຳ​ປະລາ. ບັນດາ​ຜູ້​ໄວ້​ທຸກທັງຫຼາຍ
ພາກັນ​ຖື​ພະ​ສັນຍາ​ລັກ​ຂອງ​ກະສັດພູມິ​ພົນ ອະ​ດຸນຍະ​ເດດ ​ເຂົ້າ​ໄປຍັງ​ສະຖານ​ທີ່
ຫຼາຍໆ​ຊົ່ວ​ໂມງ ​ເພື່ອ​ໃຫ້​ເປັນທີ່ແນ່ນອນວ່າພວກ​ເຂົາ​ເຈົ້າ​ມີ​ບ່ອນນັ່ງຕາມ​ເສັ້ນທາງ
ພະລາດ​ຊະ​ພິທີ ​ເພື່ອ​ໃຫ້​ໄດ້​ເປັນ​ສັກຂີ​ພິຍານ​ໃນ​ພະລາດ​ຊະ​ພິທີ ອັນ​ເຊີນພະ​ບໍ​ຣົມ
ມະໂກດ​ ອັນ​ສູງ​ສົ່ງ​ຄັ້ງນີ້.

ພວກໄວ້ທຸກ ພາກັນລໍຖ້າເບິ່ງພິທີຖະຫວາຍພະເພີງພະບໍຣົມມະສົບ ຂອງມື້ລາງ ກະສັດພູມີພົນ ອະດຸນຍະເດດ ກ່ອນພິມີວາງເພີງ ໃນບາງກອກ, 26 ຕຸລາ 2017.
ພວກໄວ້ທຸກ ພາກັນລໍຖ້າເບິ່ງພິທີຖະຫວາຍພະເພີງພະບໍຣົມມະສົບ ຂອງມື້ລາງ ກະສັດພູມີພົນ ອະດຸນຍະເດດ ກ່ອນພິມີວາງເພີງ ໃນບາງກອກ, 26 ຕຸລາ 2017.

ພະ​ບໍ​ຣົມມະ​ສົບ​ຂອງ​ພະ​ອົງ ​ຍັງ​ຖືກ​ເກັບ​ບຳ​ເພັນ​ໄວ້​ທີ່​ສະຖານ​ທີ່​ຈູດ​ໃນ​ວັນ​ພຸດ​ວານ​ນີ້.
ພະລາດຊະໂອລົດພຽງອົງດຽວ ​ຂອງ​ພະ​ອົງ ​ແລະ​ເປັນ​ຜູ້​ທີ່​ຈະສືບທອດພະ​ລາດ​ຊະ​ບັນລັງ
ກໍ​ຄື ກະສັດ​ມະຫາ​ວະ​ຈິລາ​ລົງ​ກອນ ຈະ​ເປັນ​ຜູ້​ຈຸດ​ເພີງ​ໃນພະລາດ​ຊະ​ພິທີ ຂອງແລງ​ວັນ​
ພະຫັດ​ມື້​ນີ້ ​ເພື່ອ​ເສັດ​ສິ້ນ​ ພະ​ລາດ​ຊະ​ພິທີ.

ກະສັດ ພູມີ​ພົນ ອະ​ດຸນຍະ​ເດດ ສິ້ນ​ພະ​ຊົນ​ລົງ ​ໃນ​ເດືອນ​ຕຸລາ​ປີກາຍ​ນີ້ ທີ່ມີພະຊົນມາຍຸ​
ໄດ້ 88 ພັນ​ສາ ​ເສັດ​ສິ້ນ​ການ​ຄອງ​ບັນລັງ ປົກຄອງ​ປະ​ເທດ​ມາ​ໄດ້ 7 ທົດ​ສະ​ວັດ ທີ່​ໄດ້
ທ້ອນ​ໂຮມ​ປະ​ເທດ​ໃຫ້​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ​ໃນສະພາວະ​ຂອງ​ປະ​ເທດ​ທີ່​ມີ​ຄວາມ​ແຕກ​
ແຍກ​ກັນ​ນັ້ນ. ຄວາມຈົງ​ຮັກ​ພັກດີ​ເຄົາ​ນັບຖື​ຕໍ່ພະ​ອົງ​ທ່ານ ​ແມ່ນ​ຖືກ​ເບິ່ງ​ວ່າ ​ເປັນ​ຍ້ອນ​ການ​ໂຄສະນາ​ຊວນ​ເຊື່ອ​ຢ່າງ​ແຂງ​ຂັນ ແລະ​ກົດ​ລະບຽບ​ທີ່​ເຄັ່ງ​ຄັດ ທີ່​ເອີ້ນ​ວ່າ lese majeste
ທີ່​ຈັດ​ໃຫ້​ມີ​ການ​ຕິດ​ຄຸກ​ເປັນ​ເວລາ​ຍາວ​ນານ ສຳ​ຫຼັບ​ຜູ້​ໃດ​ທີ່​ສົບ​ປະ​ມາດ ​ແລະ​ຕຳ​ນິຕິ​ຕຽນ​
ຕໍ່​ອົງ​ກະສັດ​ຢ່າງ​ເປີດ​ເຜີຍນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ບັນດາອົງຄະລັກທັງຫຼາຍ ສະແດງຄວາມຄຳນັບ ໃນພິທີຖະຫວາຍພະເພີງພະບໍຣົມມະສົບ ຂອງມື້ລາງ ກະສັດພູມີພົນ ອະດຸນຍະເດດ, 26 ຕຸລາ 2017.
ບັນດາອົງຄະລັກທັງຫຼາຍ ສະແດງຄວາມຄຳນັບ ໃນພິທີຖະຫວາຍພະເພີງພະບໍຣົມມະສົບ ຂອງມື້ລາງ ກະສັດພູມີພົນ ອະດຸນຍະເດດ, 26 ຕຸລາ 2017.

XS
SM
MD
LG