ໃນອາທິດທີ່ຜ່ານມາ, ໄທໄດ້ຊ່ວຍອຳນວຍຄວາມສະດວກໃຫ້ແກ່ການຍົກຍ້າຍຊາວຈີນ ປະມານ 900 ຄົນ ທີ່ຕິດຢູ່ໃນສູນກາງຂອງການຫຼອກລວງຕ່າງໆ ໃນເມືອງເຂດຊາຍແດນມຽນມາ ກັບຄືນສູ່ຈີນ, ທ່ານນາຍົກລັດຖະມົນຕີ ເສດຖາ ທະວີສິນ ກ່າວໃນວັນອາທິດວານນີ້, ອີງຕາມອົງການຂ່າວຣອຍເຕີສ໌.
ເອເຊຍຕາເວັນອອກສຽງໃຕ້, ລວມທັງມຽນມາ, ໄດ້ກາຍເປັນສູນກາງຂອງການສໍ້ໂກງທາງໂທລະຄົມ ແລະ ອອນໄລນ໌ອື່ນໆ, ອີງຕາມອົງການສະຫະປະຊາຊາດ, ໂດຍມີປະຊາຊົນຫຼາຍແສນຄົນຖືກຄ້າມະນຸດໂດຍກຸ່ມແກ່ງອາຊະຍາກໍາ ແລະຖືກບັງຄັບໃຫ້ເຮັດວຽກຢູ່ໃນສູນກາງຫລອກລວງ ແລະປະຕິບັດການທີ່ຜິດກົດຫມາຍອື່ນໆ.
ການປະຕິບັດການດັ່ງກ່າວ ຊຶ່ງຕຳຫຼວດໄທ ກ່າວວ່າ ໄດ້ເລີ້ມຂຶ້ນໃນວັນພະຫັດທີ່ຜ່ານມາ ແລະໄດ້ສຳເລັດໃນວັນເສົາ ທີ່ກ່ຽວຂ້ອງເຖິງການຂົນສົ່ງຊາວຈີນຈາກເມືອງ ມຽວວັດດີ (Myawaddy) ເມືອງແຫ່ງຄວາມຜູກພັນຂອງມຽນມາ ໄປທີ່ສະໜາມບິນແຫ່ງນຶ່ງໃນເຂດຊາຍແດນຂອງໄທ ຄືເມືອງແມ່ສອດ ບ່ອນທີ່ພວກເຂົາເຈົ້າໄດ້ຖືກເຄື່ອນຍ້າຍຂຶ້ນເຮືອບິນຂອງຈີນ.
ນາຍົກລັດຖະມົນຕີ ເສດຖາ ກ່າວວ່າ ນີ້ແມ່ນປະຕິບັດການຮ່ວມກັນແບບສະໝັກໃຈ ລະຫວ່າງສາມປະເທດ ຄື ຈີນ, ມຽນມາ ແລະ ໄທ.
ທ່ານ ເສດຖາ ກ່າວວ່າ "ຂະບວນການນີ້ ໄດ້ດຳເນີນໄປດ້ວຍຄວາມສະໝັກໃຈ, ໂດຍອີງໃສ່ຫຼັກການມະນຸດສະທຳ, ບໍ່ມີການບີບບັງຄັບ," ແລະ ໄດ້ກ່າວຕື່ມວ່າ ໄທ ໄດ້ອຳນວຍຄວາມສະດວກໃນການຕໍ່ເຮືອບິນ ໄປຫາຖ້ຽວບິນຢູ່ທີ່ ແມ່ສອດ.
ຮອງຜູ້ບັນຊາການຕຳຫຼວດຂອງໄທ ທ່ານສຸຣະເຊດ ຫັກພາລ ກ່າວວ່າ ການປະຕິບັດການດັ່ງກ່າວ ລວມມີຖ້ຽວບິນ 15 ຖ້ຽວ ໃນໄລຍະເວລາສາມມື້ ເພື່ອສົ່ງຜູ້ເຄາະຮ້າຍທີ່ຖືກຫຼອກລວງຈາກຈີນກັບຄືນໄປຈີນ.
ຟໍຣັມສະແດງຄວາມຄິດເຫັນ