ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ຕໍ່​ເວ​ລາ​ການ​ຢ້ຽມ​ຢາມ​ໂດຍ​ປາ​ສະ​ຈາກ ວີ​ຊາ ​ໃຫ້​ນັກ​ທ່ອງ​ທ່ຽວ ຊາວຣັດ​ເຊຍ


ນັກ​ທ່ອງ​ທ່ຽວ ຣັດ​ເຊຍ ຢູ່​ຫາດ​ຊາຍ​ໃນ ພູ​ເກດ, ໄທ, 12 ມີ​ນາ 2022.
ນັກ​ທ່ອງ​ທ່ຽວ ຣັດ​ເຊຍ ຢູ່​ຫາດ​ຊາຍ​ໃນ ພູ​ເກດ, ໄທ, 12 ມີ​ນາ 2022.

ເລີ່ມ​ຕົ້ນ​ເດືອນ​ໜ້າ, ໃນ​ວັນ​ທີ 1 ພະ​ຈິກ, ປະ​ເທດ ໄທ ຈະ​ອະ​ນຸ​ຍາດ​ໃຫ້​ພວກ​ນັກ​ທ່ອງ​ທ່ຽວ ຣັດ​ເຊຍ ຢູ່​ໂດຍບໍ່​ມີ​ວີ​ຊາ​ດົນ​ເຖິງ 90 ວັນ. ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ພວກ​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ດັ່ງ​ກ່າວ​ ມີ​ທາງ​ເລືອກ​ໜ້ອຍ​ລົງ​ກວ່າ​ເກົ່າ​ທີ່​ຈະ​ເດີນ​ທາງ​, ຍ້ອນ​ສົງ​ຄາມ​ຂອງ ມົ​ສ​ກູ ໃນ ຢູ​ເຄ​ຣນ.

ຂ່າວ​ທີ່​ວ່າ​ປະ​ເທດ ໄທ ໄດ້​ຕໍ່​ເວ​ລາ​ການ​ອາ​ໄສ​ຢູ່​ໂດຍ​ປາ​ສະ​ຈາກວີ​ຊາ​ ຈາກ 30 ວັນ​ເປັນ 90 ວັນ ​ໄດ້​ມີ​ຂຶ້ນ​ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ ກ່ອນ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ ໄທ ທ່ານ ເສດ​ຖາ ທະ​ວີ​ສິນ ແລະ ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ພົບ​ປະ​ກັນ ​ຢູ່ນອກກອງ​ປະ​ຊຸມ​ນຶ່ງ​ເສັ້ນ​ທາງ​ນຶ່ງ​ແລວ​ທາງ ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ ເມື່ອ​ອາ​ທິດ​ແລ້ວນີ້.

ໄທ ແມ່ນ​ໄດ້​ເຫັນ​ນັກ​ທ່ອງ​ທ່ຽວ​ເກືອບ​ນຶ່ງ​ລ້ານ​ຄົນ​ຈາກ ຣັດ​ເຊຍ ໃນ​ປີນີ້ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ທ່ອງ​ທ່ຽວ​ຫວັງ​ວ່າ ການ​ຕໍ່​ສະ​ຖາ​ນະ​ປາ​ສະ​ຈາ​ວີ​ຊາດັ່ງ​ກ່າວ ຈະ​ຊ່ວຍ​ຂະ​ຫຍາຍ​ຈຳ​ນວນ​ຜູ້​ທີ່ເຂົາ​ເຈົ້າ​ມາ​ໃນ​ປະ​ເທດ ​ທີ່​ແດດ​ກ້າ​ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ນັ້ນ ​ໃນ​ລະ​ຫວ່າງ​ຈຸດ​ສູງ​ສຸດ​ຂອງ​ລະ​ດູ​ການ ຈາກ​ເດືອນ​ພະ​ຈິກ​ຫາ​ມີ​ນາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG