ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ຄາດວ່າ ຈະໄດ້ປຽບ ດຸນການຄ້າຕໍ່ ລາວ ໃນປີ 2015


ການເຊັນສັນຍາການຄ້າ ລະຫວ່າງ ລາວ ແລະ ໄທ
ການເຊັນສັນຍາການຄ້າ ລະຫວ່າງ ລາວ ແລະ ໄທ

ທາງການ ໄທ ຄາດໝາຍວ່າຈະໄດ້ປຽບດຸນການຄ້າຕໍ່ ລາວ ຄິດເປັນມູນຄ່າລວມເກີນກວ່າ 3000 ລ້ານໂດລາໃນປີ 2015 ເພາະວ່າ ລາວ ນຳເຂົ້າສິນຄ້າຈາກໄທເພີ່ມຂຶ້ນ ຫາກແຕ່ກັບ ສົ່ງສິນຄ້າມາ ໄທ ຫຼຸດລົງ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງພານິດຂອງ ໄທ ເປີດເຜີຍວ່າໃນ
ຕະຫຼອດປີ 2015 ນີ້ຄາດໝາຍ ວ່າການຄ້າລະຫວ່າງ ໄທ ກັບ
ລາວ ຈະມີມູນຄ່າລວມຫຼາຍກວ່າ 5,770 ລ້ານໂດລາ ຊຶ່ງໃນນີ້ ຈະເປັນການສົ່ງສິນຄ້າ ໄທ
ໄປລາວ ໃນມູນຄ່າລວມຫຼາຍກວ່າ 4,460 ລ້ານໂດລາ ໂດຍເພີ່ມ ຂຶ້ນເຖິງ 10.6 ເປີເຊັນ
ເມື່ອທຽບກັບປິ 2014 ແລະ ໄທ ກໍຈະນຳເຂົ້າສິນຄ້າຈາກ ລາວ ໃນມູນຄ່າລວມ 1,310 ລ້ານ ໂດລາ ຊຶ່ງຫຼຸດລົງເຖິງຫຼາຍກວ່າ 7 ເປີເຊັນ ເມື່ອທຽບກັບປີ 2014 ທີ່ຜ່ານມາ ຊຶ່ງຈະເຮັດໃຫ້ ໄທ ໄດ້ປຽບດຸນການຄ້າຕໍ່ ລາວ ຫຼາຍກວ່າ 3,150 ລ້ານ ໂດລາ.

ຍິ່ງໄປກວ່ານັ້ນທາງການ ໄທ ກໍຍັງຄາດໝາຍດ້ວຍວ່າຈະໄດ້ປຽບດຸນການຄ້າຕໍ່ ລາວ ເພີ່ມຂຶ້ນ
ເປັນ 5000 ລ້ານໂດລາໃນປີ 2017 ຊຶ່ງເປັນຜົນຈາກການຕົກລົງລະຫວ່າງ ກະຊວງພານິດ
ຂອງໄທ ກັບກະຊວງອຸດສະຫະກຳ ແລະ ການຄ້າຂອງ ລາວ ທີ່ຈະເພີ່ມມູນຄ່າ ການຄ້າ
ລະຫວ່າງກັນໃຫ້ເຖິງ 8000 ລ້ານໂດລາ ໃນປີ 2017 ດັ່ງກ່າວໂດຍໃນນີ້ກໍຄາດໝາຍ ວ່າ
ຈະເປັນການສົ່ງສິນຄ້າ ໄທ ໄປລາວ ໃນມູນຄ່າລວມເຖິງ 6,500 ລ້ານໂດລາ ໃນຂະນະທີ່
ໄທ ກໍຈະນຳເຂົ້າສິນຄ້າຈາກ ລາວ ໃນມູນຄ່າລວມ 1,500 ລ້ານນັ້ນເອງ.

ພິທີເຊັນສັນຍາການຮ່ວມມື ລະຫວ່າງບໍລິສັດ Petrotrade ຂອງ ລາວ ກັບ ໄທ
ພິທີເຊັນສັນຍາການຮ່ວມມື ລະຫວ່າງບໍລິສັດ Petrotrade ຂອງ ລາວ ກັບ ໄທ

ທາງດ້ານທ່ານ ທົນໂຊດ ໂຊດບຸນສັກ ຮອງປະທານຫໍການຄ້າ
ຈັງຫວັດ ມຸກດາຫານ ກໍເຊື່ອ ໝັ້ນວ່າມີຄວາມເປັນໄປໄດ້ສູງທີ່
ມູນຄ່າການຄ້າລະຫວ່າງ ໄທ ກັບ ລາວ ຈະເພີ່ມຂຶ້ນໄດ້ຕາມ ການຕົກລົງດັ່ງກ່າວທີ່ທ່ານໄດ້ອະທິບາຍເຖິງສະພາວະການຄ້າ
ລະຫວ່າງແຂວງ ສະຫວັນນະເຂດ ກັບ ຈັງຫວັດ ມຸກດາຫານວ່າ:

“ເມື່ອກ່ອນເຮົາບໍມີຂົວ ມູນຄ່າການຄ້າຊາຍແດນເຮົາແຕ່​
20 ພັນກວ່າລ້ານ ແຕ່ພໍເຮົາມີຂົວ ມູນຄ່າການຄ້າຊາຍ
ແດນເຮົາເຕີບໂຕ ເຖິງແສນລ້ານບາດ ສະແດງວ່າ ຈິກຊໍ
ທີ່ສຳຄັນທີ່ສຸດ ກໍຄືອົງປະກອບຂອງໂຄງສ້າງພື້ນຖານ
ຕ່າງໆ ຢ່າງເຊັ່ນສະໜາມບິນ ຫຼື ສະຖານີລົດໄຟ ກໍມີແຜນການຢູ່ແລ້ວ ສິ່ງທີ່ເຮົາມີ
ຄວາມຈຳເປັນຈະຕ້ອງສ້າງແທ້ໆ ກໍຄືເລື່ອງຂອງສະຖານີ ຂົນສົ່ງສິນຄ້າຂະໜາດ
ໃຫຍ່ແລ້ວ ກໍແລ້ວເລື່ອງ ຂອງສະຖານີຂົນສົ່ງ ຜູ້ໂດຍສານນານາຊາດ ແຫ່ງທີ 2.”

ການຕົກລົງທີ່ຈະເພີ່ມມູນຄ່າການຄ້າໃຫ້ເຖິງ 8,000 ລ້ານໂດລາ ພາຍໃນປີ 2017 ໄດ້ມີຂຶ້ນ ໃນໂອກາດການປະຊຸມແຜນຄວາມຮ່ວມມືລະຫວ່າງກະຊວງອຸດສະຫະກຳ ແລະ ການຄ້າ ຂອງ ລາວ ກັບກະຊວງພານິດຂອງ ໄທ ຄັ້ງທີ 6 ຢູ່ບາງກອກ ເມື່ອບໍ່ດົນມານີ້ ໂດຍການເປັນ ປະທານຮ່ວມກັນລະຫວ່າງທ່ານນາງ ເຂັມມະນີ ພົນເສນາ ກັບ ພົນເອກ ສັດໄຊ ສາຣິກັນຍະ ລັດຖະມົນຕີຂອງທັງສອງປະເທດ.

ໂດຍການຕົກລົງດັ່ງກ່າວນີ້ຖືເປັນມູນຄ່າການຄ້າທີ່ເພີ່ມຂຶ້ນເຖິງ 150 ເປີເຊັນຈາກປີ 2014 ທີ່ລາວ-ໄທມີມູນຄ່າການຄ້າລະຫວ່າງກັນຫຼາຍກວ່າ 5,443 ລ້ານໂດລາ ຊຶ່ງແບ່ງເປັນ
ການນຳເຂົ້າສິນຄ້າ ໄທ ໂດຍ ລາວ ໃນມູນຄ່າລວມ 4,032.55 ລ້ານໂດລາ ແລະ ລາວ
ສົ່ງສິນຄ້າໄປ ໄທ ໃນມູນຄ້າລວມ 1,410.56 ລ້ານໂດລາ ຊື່ງເຮັດໃຫ້ ລາວ ເປັນຝ່າຍເສຍ
ປຽບດຸນການຄ້າຕໍ່ ໄທ ໃນມູນຄ່າລວມເຖິງ 2,621.99 ລ້ານໂດລາ.

ສຳລັບໃນໄລຍະແຜນການປະຈຳປີ 2014-2015 ນີ້ທາງການ ລາວ ໄດ້ວ່າຄາດໝາຍ ການຄ້າຕ່າງປະເທດໄວ້ໃນມູນຄ່າລວມເຖິງ 8,868 ລ້ານໂດລາ ຊຶ່ງແບ່ງເປັນການສົ່ງອອກ
ສິນຄ້າໄປຕ່າງປະເທດໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍກວ່າ 4,168 ລ້ານໂດລາ ແລະ ຄວບຄຸມ ການນຳເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 4,700 ລ້ານໂດລາ ເພື່ອເຮັດໃຫ້ ລາວ ຂາດດຸນການຄ້າຕ່າງປະເທດບໍ່ເກີນ 532 ລ້ານໂດລາ.

ແຕ່ຢ່າງໃດກໍ່ຕາມ ການທີ່ທາງການ ລາວ ຈະສາມາດຄວບຄຸນການຂາດດຸນ ການຄ້າ ຕ່າງປະເທດໃຫ້ໄດ້ຕາມແຜນການດັ່ງກ່າວກໍບໍ່ແມ່ນເລື່ອງງ່າຍ ດັ່ງຈະເຫັນໄດ້ຈາກການ ຂາດດຸນການຄ້າຕໍ່ ໄທ ໃນຊ່ວງປີ 2014 ທີ່ຜ່ານມານັ້ນກໍມີມູນຄ່າລວມເກີນກວ່າ 2,621 ລ້ານແລ້ວ ພ້ອມກັນນີ້ ລາວ ກໍຍັງຂາດດຸນການຄ້າຕ່າງປະເທດມາໂດຍຕະຫຼອດ ກໍຄືການ ນຳເຂົ້າສິນຄ້າຟຸມເຟືອຍຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນຍານພາຫະນະ ແລະ ນ້ຳມັນເຊື້ອໄປນັ້ນ.

XS
SM
MD
LG