ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ທ່ານອະພິສິດ ເວດຊາຊີວະ ຖືກກ່າວຫາ ໃນຂໍ້ຫາ ຄາດຕະກຳ ພວກປະທ້ວງ


ທ່ານອະພິສິດ ອະດີດນາຍົກລັດຖະມົນຕີໄທ ເດີນທາງໄປຮອດ ສານອາຍາ ທີ່ບາງກອກ ໃນວັນພະຫັດ ທີ່ 12 ທັນວາ 2013 ມື້ນີ້ ເພື່ອຮັບຟັງຂໍ້ກ່າວຫາ.
ອະດີດ​ນາຍົກລັດຖະມຸນຕີ ອະພິສິດ ​ເວດ​ຊາ​ຊີວະ ​ໄດ້ຖືກ​ກ່າວ​
ຫາ​ຢ່າງ​ເປັນ​ທາງ​ການໃນຂໍ້​ຫາ​ຄາດ​ຕະກໍາ​ພວກ​ປະ​ທ້ວງ 2 ຄົນ
​ໃນ​ລະຫວ່າງ​ການ​ປາບ​ປາມ​ຂອງ​ພວກທະຫານ​ ໃນ​ປີ 2010
ນັ້ນ.

ບັນດາ​ໄອ​ຍະ​ການ​ກ່າວ​ວ່າ ທ່ານ​ອະພິສິດ​ໄດ້​ສັ່ງ​ໃຫ້​ພວກ​ກຳລັງ
​ຮັກສາ​ຄວາມ​ປອດ​ໄພ ​ຍິງ​ໃສ່​ຝູງ​ພວກ​ຊຸມນຸມ​ປະ​ທ້ວງ​ເສື້ອ​ແດງ​
ຊຶ່ງສ່ວນຫຼາຍທີ່​ບໍ່ມີ​ອາວຸດ. ມີ 90 ຄົນເສຍ​ຊີວິດ​ໄປໃນ​ລະຫວ່າງ
ການ​ປາບ​ປາມ​ນັ້ນ.

​ໃນ​ເວລາ​ນັ້ນ ພວກ​ປະ​ທ້ວງ​ໄດ້​ພາກັນ​ໄປ​ປັກ​ຫຼັກ​ນອນ​ແຮມ​ຄືນ​ຢູ່​
ໃນ​ໃຈກາງ​ນະຄອນຫຼວງ​ບາງກອກ ​ເພື່ອສະໜັບສະໜຸນ​ອະດີດ​ນາຍົກລັດຖະມຸນຕີທັກສິນຊິນ ນະ​ວັດ ທີ່​ໄດ້​ຖືກ​ໂຄ່ນ​ລົ້ມ​ອອກ​ຈາກອຳນາດ​ໄປ​ໃນການ​ກໍ່​ລັດຖະປະຫານ​ຂອງ​ພວກ​ທະຫານ​ໃນ​ປີ2006.

ຄອບຄົວ​ຂອງ​ພວກ​ທີ່​ໄດ້​ເສຍ​ຊີວິດ​ໄປ ຈໍານວນ​ນຶ່ງ ​ພາກັນ​ຮ້ອງ​ໃສ່​ທ່ານ​ອະພິສິດ​ວ່າ “ຄາດ
​ຕະກອນ” ​ໃນ​ຂະນະ​ທີ່​ທ່ານ​ຍ່າ​ງອອກ​ຈາກ​ສານ​ຫຼັງ​ຈາກ​ວາງ​ເງິນ​ປະກັນ​ຕົວ​ ​ໃນ​ວັນ​ພະຫັດ
​ມື້​ນີ້. ມີ​ບຸກຄົນ​ອື່ນໆໄປສະ​ແດງ​ໃຫ້ການ​ສະໜັບສະໜຸນ​ທ່ານ​ອະພິສິດ​ເຊັ່ນ​ກັນ. ສ່ວນທ່ານ​
ອະພິ​ສິດ​ໄດ້ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາເຫລົ່າ​ນັ້ນ ​ແລະ​ເວົ້າ​ວ່າ ​ມັນເປັນ​ຂໍ້​ກ່າວ​ຫາ​ທີ່​ພົວພັນ​
ກັບ​ການ​ເມືອງ.

ທ່ານ​ອະພິສິດ​ເປັນ​ຫົວໜ້າ​ພັກ​ປະຊາທິປັດຝ່າຍ​ຄ້ານ ທີ່​ກໍາລັງນໍາພາການ​ປະ​ທ້ວງ​ຕໍ່ຕ້ານ
​ລັດຖະບານ​ຂອງ​ທ່ານ​ນາງ​ຍິ່ງ​ລັກ ນາຍົກລັດຖະມຸນຕີ ​ທີ່​ເປັນ​ນ້ອງ​ສາວຂອງ​ທ່ານທັກສິນ.
ອີກ​ຄົນ​ນຶ່ງ​ທີ່​ກຳລັງ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ທີ່​ພົວພັນ​ກັບ​ການ​ປາບ​ປາມ​ຂອງ​ພວກ​ທະຫານ
ໃນ​ປີ 2010 ນັ້ນ ​ແມ່ນ​ທ່ານ​ສຸ​ເທບ ​ເທືອ​ກສຸບັນ ອະດີດ​ຮອງ​ນາຍົກລັດຖະມຸນຕີ ທີ່ໄດ້ລາ​
ອອກ​ຈາກ​ພັກ​ປະຊາທິປັດ ມາ​ເປັນ​ແກນ​ນຳ​ຂອງ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໃນ​ປັດຈຸບັນ.

ທ່ານ​ນາງ​ຍິ່ງ​ລັກ ບໍ່​ຍອມຮັບ​ເອົາ​ຄຳ​ຮຽກຮ້ອງ​ຂອງ​ພວກ​ຊຸມນຸມ​ປະ​ທ້ວງ​ທີ່​ໃຫ້​ທ່ານ​ນາງລາ​
ອອກຈາກ​ຕຳ​ແໜ່​ງ​ ແລະ​ມອບ​ອຳນາດ​ໃຫ້​ສະພາ​ປະຊາຊົນ​ທີ່​ຈະ​ຖືກແຕ່ງ​ຕັ້ງ​ຂຶ້ນ​ມາ​ນັ້ນ. ​
ແຕ່​ທ່ານ​ນາງ​ໄດ້​ປະກາດ​ຍຸບ​ສະພາ​ ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດໃນ ​
ເດືອນ​ກຸມພາ​ປີໜ້າ​ນີ້.
XS
SM
MD
LG