ລັດຖະບານໄທກ່າວວ່າຕົນຈະຍົກເລີກພາວະສຸກເສີນທີ່ໄດ້
ນໍາໃຊ້ມາເປັນເວລາ 8 ເດືອນນັ້ນເລີ້ມແຕ່ວັນພຸດມື້ອື່ນນີ້ໄປ.
ການປະກາດໃນວັນອັງຄານມື້ນີ້ ແມ່ນກວມເອົາເຂດບາງ
ກອກແລະ 3 ຈັງຫວັດອ້ອມແອ້ມ ບ່ອນທີ່ພາວະສຸກເສີນ
ຍັງມີຜົນບັງຄັບໃຊ້ຢູ່ນັ້ນ. ໄທໄດ້ປະກາດພາວະສຸກເສີນຢູ່
ໃນປະມານ 1 ສ່ວນ 4 ຂອງປະເທດໃນຕົ້ນເດືອນເມສາ
ຜ່ານມາ ເພື່ອຮັບມືກັບການປະທ້ວງ ຂອງພວກເສື້ອແດງ
ຫລື ນປຊ ທີ່ໄດ້ທຳການລົບກວນນະຄອນຫຼວງຂອງໄທ
ເປັນເວລາຫຼາຍໆອາທິດ.
ໂຄສົກຄົນນຶ່ງຂອງລັດຖະບານໄທກ່າວວ່າ ຄະນະລັດຖະບານໄດ້ຕັດສິນໃຈວ່າພາວະສຸກເສີນ
ສາມາດຍົກເລີກໄດ້ແລ້ວ ຍ້ອນວ່າພວກຄັດຄ້ານທາງການເມືອງໄດ້ດຳເນີນການປະທ້ວງຢ່າງ
ສັນຕິຫຼາຍຂຶ້ນ.
ພາວະສຸກເສີນໄດ້ຫ້າມບໍ່ໃຫ້ມີການໂຮມຊຸມນຸມທາງການເມືອງຫຼາຍກວ່າ 5 ຄົນຂຶ້ນໄປແລະ
ອະນຸຍາດໃຫ້ ທຳການຈັບກຸມຄຸມຂັງຜູ້ຕ້ອງສົງໄສ ໄດ້ດົນເຖິງ 30 ມື້ ໂດຍບໍ່ຕ້ອງຕັ້ງຂໍ້ຫາ.
ຄຳສັ່ງດັ່ງກ່າວນີ້ ຍັງໄດ້ຖືກນຳໃຊ້ ເພື່ອປິດປາກປິດສຽງສື່ມວນຊົນ ທີ່ຕໍ່ຕ້ານລັດຖະບານນຳ
ດ້ວຍ.