ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ກ່າວວ່າ ພັກນິຍົມທະຫານ ໄດ້ຮັບ ຄະ​ແນນສຽງສ່ວນຫຼາຍ ຂອງປະຊາຊົນ


ສະມາຊິກຄະນະກຳມາທິການເລືອກຕັ້ງ ສະແດງໃຫ້ເບິ່ງ
ບັດລົງຄະແນນສຽງ ໃນລະຫວ່າງການນັບຄະແນນໃນການ
ເລືອກຕັ້ງທົ່ວໄປ ຢູ່ບາງກອກ ວັນທີ 24 ມີນາ 2019.
ສະມາຊິກຄະນະກຳມາທິການເລືອກຕັ້ງ ສະແດງໃຫ້ເບິ່ງ ບັດລົງຄະແນນສຽງ ໃນລະຫວ່າງການນັບຄະແນນໃນການ ເລືອກຕັ້ງທົ່ວໄປ ຢູ່ບາງກອກ ວັນທີ 24 ມີນາ 2019.

ຄະນະກຳມາທິການການເລືອກຕັ້ງຂອງໄທ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ພັກ ພະລັງ
ປະຊາຣັດ ທີ່ນິຍົມທະຫານ ໄດ້ຮັບສຽງປະຊາຊົນຫຼາຍກວ່າ​ໝູ່ ໃນການ ເລືອກຕັ້ງທົ່ວ
ໄປເມື່ອວັນອາທິດ ທີ 24 ມີນາ​ຜ່ານ​ມາ ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງ​ທັງ​ໝົດ 8 ລ້ານ 4
ແສນບັດ.

ທ່ານ ກຣິດ ອຸວົງ ຮອງເລຂາທິການໃຫຍ່ ຂອງຄະນະກຳມາທິການເລືອກຕັ້ງ ດັ່ງກ່າວ
ເວົ້າວ່າ ພັກເພື່ອໄທ ທີ່ເປັນພັກຝ່າຍຄ້ານສຳຄັນ ຊຶ່ງຖືກໂຄ່ນລົ້ມໂດຍ ການ​ເຮັດລັດຖະ
ປະຫານຂອງພວກທະຫານ ເມື່ອຫ້າປີກ່ອນ ໄດ້ຮັບຄະແນນທັງໝົດ 7 ລ້ານ 9ແສນ
ສຽງ.

ເຖິງແມ່ນວ່າ ຜົນດັ່ງກ່າວຈະໝາຍເຖິງຈຳ​ນວນບັດທັງໝົດທີ່ໄດ້ນັບແລ້ວກໍຕາມ ແຕ່ຜົນ
ລວມທັງໝົດ ກໍຍັງຖືວ່າບໍ່ເປັນທາງການເທື່ອ ຈົນກວ່າຜົນການ​ນັບ​ຄະ ແນນ​ສຽງ​ຂັ້ນສຸດ
ທ້າຍ ຈະຖືກເປີດເຜີຍໃຫ້ຊາບໃນວັນທີ 9 ພຶດສະພາ.

ຄະນະກຳມາທິການດັ່ງກ່າວຍັງບໍ່ທັນໄດ້ປະກາດເຖິງຈຳນວນບ່ອນນັ່ງຂອງແຕ່ລະພັກ
ເທື່ອຢູ່ໃນຈຳນວນ​ທັງ​ໝົດ 500 ບ່ອນນັ່ງ ໃນສະພາຕ່ຳ.

ທັງພັກພະລັງ ປະຊາຣັດ ທີ່ນິຍົມທະຫານ ໂຄສະນາວ່າ ຈະຮັກສາທ່ານປະຢຸດ ຈັນໂອ
ຊາ ຜູ້ນຳຂອງການລັດຖະປະຫານໄວ້ ໃນຖານະເປັນນາຍົກລັດຖະມົນຕີ ທີ່ຖືກເລືອກ
ຕັ້ງຂຶ້ນມາ ແລະພັກຕໍ່​ຕ້ານທະຫານ ຄືພັກແນວ​ໂຮມປະຊາທິປະໄຕ ຕ່າງກໍໄດ້ອ້າງວ່າ
ຕົນໄດ້​ຮັບ​ມອບ​ໝາຍ ໃຫ້ຈັດຕັ້ງລັດຖະບານໃໝ່ຂຶ້ນມາ ແຕ່ ກໍຍັງບໍ່ເປັນທີ່ຈະແຈ້ງວ່າ ຝ່າຍໃດຈະສາມາດຮິບໂຮມໄດ້ຄະແນນສຽງພໍ ຢູ່ໃນ ສະພາ ທີ່ຈະຈັດຕັ້ງລັດຖະບານທີ່ພໍຈະເປັນໄປໄດ້.

ລັດຖະບານທີ່ນຳພາໂດຍນາຍົກລັດຖະມົນຕີໃນປັດຈຸບັນ ອາດຈະເລີ້ມຕົ້ນໃນຖານະ
ເປັນສຽງສ່ວນນ້ອຍ ແຕ່ກໍມີທ່າທາງວ່າ ຈະຮວບຮວມເອົາສະມາຊິກມາຈາກພັກຝ່າຍ
ຄ້ານໃຫ້ປ່ຽນຝ່າຍ.

ຖ້າປາສະຈາກສຽງສ່ວນຫຼາຍ ໃນສະພາ​ແລ້ວ ກໍໝາຍຄວາມວ່າ ລັດຖະບານ ຂອງ
ທ່ານຈະຕ້ອງໄດ້ສູ້ຊົນ ໃນການຮັບຜ່ານຮ່າງກົດໝາຍໃດໆ​ກໍ​ຕາມ.

ເຊີນອ່ານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG