ໃນວັນຈັນມື້ນີ້ ຊາວໄທກຳລັງພາກັນລໍຖ້າຜົນຂອງການເລືອກຕັ້ງທີ່ຮ້ອງວ່າ ການກັບ
ຄືນມາປົກຄອງແບບປະຊາທິປະໄຕ ແຕ່ໄດ້ຖືກຕິຕຽນຢ່າງກວ້າງຂວາງ ວ່າເປັນການ
ອອກແບບໂດຍນາຍົກລັດຖະມົນຕີ ທ່ານປຣະຍຸດ ຈັນໂອຊາ ເພື່ອເພີ້ມຄວາມເຂັ້ມ
ແຂງອຳນາດທາງທະຫານຂອງທ່ານ.
ຜົນການເລືອກຕັ້ງຂັ້ນຕົ້ນທີ່ເປັນທາງການ ໄດ້ເປີດເຜີຍໃນຕອນແລງວັນອາທິດວານ
ນີ້ສະແດງໃຫ້ເຫັນວ່າ 93 ເປີເຊັນຂອງຄະແນນສຽງທີ່ໄດ້ນັບ ແມ່ນພັກພະລັງປະຊາລັດທີ່ທະຫານໜູນຫຼັງເປັນຜູ້ນຳໜ້າດ້ວຍຄະແນນປະມານ 7 ລ້ານ 6 ແສນສຽງ
ຍັງບໍ່ພໍສຳລັບຄວາມຕ້ອງການສິ່ງທີ່ເອີ້ນວ່າສຽງສ່ວນຫຼາຍຢູ່ໃນສະພາ.
ໃນອັນດັບທີສອງໄດ້ແກ່ພັກເພື່ອໄທ ຂອງອະດີດນາຍົກລັດຖະມົນຕີທັກສິນ ຊິນນະ
ວັດ ດ້ວຍຄະແນນ 7 ລ້ານ 1 ແສນຄະແນນ.
ການໂຄສະນາຫາສຽງໄດ້ຮັບຄວາມດ່າງພ້ອຍໂດຍການກ່າວຫາວ່າມີການຊື້ຂາຍບັດ
ກັນ ເຖິງຢ່າງໃດກໍດີ ການຕິຕຽນກໍມີພຽງໜ້ອຍດຽວຢູ່ໃນມື້ປ່ອນບັດ ທີ່ມີບັນດາຜູ້ສັງ
ເກດການຈາກອອສເຕຣເລຍ ການາດາ ສະຫະລັດ ແລະອີກ 10 ປະເທດສະມາຊິກ
ຂອງສະມາຄົມບັນດາປະເທດຊາດ ໃນເຂດເອເຊຍອາຄະເນ ຢູ່ທີ່ນັ້ນ.ການຮັກສາ
ຄວາມປອດໄພໄດ້ມີເປັນທີ່ເຂັ້ມງວດ ແລະແນວຄິດໄດ້ເປັນໄປແບບປະສົມ ໃນຂະນະ
ທີ່ ຊາວໄທ 52 ລ້ານຄົນພາກັນໄປປ່ອນບັດ. ແຕ່ວ່າເງົາອັນຍາວນານຂອງທະຫານ
ຍັງມີຜົນກະທົບຢູ່ ສ່ວນໃຫຍ່ຂອງບັນດາຜູ້ເຕັມໃຈທີ່ຈະລະບາຍອອກມານັ້ນ ໄດ້ປະ
ຕິເສດບໍ່ຢາກໃຫ້ຮູ້ຕົນເອງ
ຈຳນວນນຶ່ງໄດ້ເປັນທີ່ພໍໃຈກ່ຽວກັບຜົນທີ່ອອກມາ ໂດຍສະເພາະຢູ່ໃນການລົງຄະແນນ
ສຽງຂອງພວກຊາວໜຸ່ມ. ຜູ້ຕ້ອນຮັບແຂກຢູ່ໃນໂຮງແຮມຄົນນຶ່ງກ່າວກ່ອນການປ່ອນ
ບັດວ່າ “ຂ້າພະເຈົ້າມີຜູ້ທີ່ຈະເລືອກແລ້ວຢູ່ໃນສະໝອງຂອງຂ້າພະເຈົ້າ ມັນດີແກ່ຂ້າພະ
ເຈົ້າ ຂ້າພະເຈົ້າມັກ.”
ອີກຄົນນຶ່ງກ່າວວ່າ ນາງມີຄວາມເຊື່ອໜັ້ນໃນລະບົບການເມືອງທີ່ນຳພາໂດຍທະຫານ
ແລະລັດຖະທຳມະນູນທີ 20 ຂອງປະເທດໄທ ຂຽນຂຶ້ນຫຼັງຈາກລັດຖະປະຫານຄັ້ງທີ 13
ນັບແຕ່ປີ 1932 “ພວກເຮົາໝັ້ນໃຈທີ່ສຸດດ້ວຍການເລືອກຕັ້ງມື້ນີ້ ມັນຈະເປັນປະຊາທິປະ
ໄຕ ແລະຍຸຕິທຳແກ່ສັງຄົມ.”