ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສັງເກດການ ໃນປະເທດໄທ ກ່າວວ່າ ​ຂັ້ນ​ຕອນການເລືອກຕັ້ງ ໄດ້​ຮັບ​ການປັບປຸງ​ໃຫ້​ດີ​ຂຶ້ນ


ຊ່າວໄທຫລາຍລ້ານຄົນ ພາກັນປ່ອນບັດລົງຄະແນນສຽງ ພິຈາລະນາການປ່ຽນແປງລັດຖະບານຂອງປະເທດ ໃນບາງກອກ ປະເທດໄທ ວັນທີ 14, ພຶດສະພາ 2023
ຊ່າວໄທຫລາຍລ້ານຄົນ ພາກັນປ່ອນບັດລົງຄະແນນສຽງ ພິຈາລະນາການປ່ຽນແປງລັດຖະບານຂອງປະເທດ ໃນບາງກອກ ປະເທດໄທ ວັນທີ 14, ພຶດສະພາ 2023

ກຸ່ມຜູ້ສັງເກດການການເລືອກຕັ້ງສາກົນ ກ່າວວ່າ ການປ່ອນບັດເລືອຕັ້ງລົງຄະ ແນນສຽງທົ່ວໄປຂອງປະເທດໄທ ໄດ້ຮັບ​ການ “ປັບປຸງຂຶ້ນຫລາຍ” ປຽບທຽບໃສ່ການປ່ອນບັດເທື່ອແລ້ວ ທີ່ປະເທດ​ດັ່ງ​ກ່າວໄດ້ຈັດໃນປີ 2019.

ໃນວັນອາທິດທີ່ຜ່ານມາ ຊາວໄທຫລາຍລ້ານຄົນ ໄດ້ໄປລົງຄະແນນສຽງເລືອກຕັ້ງທົ່ວໄປ ເພື່ອເລືອກເອົາພັກການເມືອງ ແລະນາຍົກລັດຖະມົນຕີ ທີ່ເຂົາເຈົ້າຕ້ອງການເພື່ອນຳພາລັດຖະບານຊຸດຕໍ່ໄປ. ບັນດາພັັກຝ່າຍຄ້ານຂອງປະເທດໄທ ໄດ້ຮັບຄະແນນສຽງ​ເພີ້ມ​ຂຶ້ນຢ່າງຫລວງຫລາຍ ໂດຍ​ທີ່ພັກກ້າວໄກ ຊຶ່ງ​ເປັນ​ພັກ​ຫົວ​ກ້າວ​ໜ້າ ທີ່ໄດ້ຊະນະບ່ອນນັ່ງ​ສ່ວນ​ຫຼາຍ.

ຕາ​ໜ່າງ​ການເລືອກຕັ້ງເສລີ​ເຂດ​ເອ​ເຊຍ (ANFREL) ເປັນອົງການສັງເກດການ
ການເລືອກຕັ້ງອິດສະຫລະ ມີຫ້ອງການຢູ່ໃນບາງກອກ ໄດ້ຈັດກອງປະຊຸມນັກຂ່າວ ຢູ່ສະ​ໂມ​ສອນນັກຂ່າວຕ່າງປະເທດຂອງປະເທດໄທ ໃນວັນພຸດວານນີ້ໃຫ້ຂໍ້ສັງເກດວ່າ ​ຄວາມ​ໂປ່ງ​ໃສ​ໃນການເລືອກຕັ້ງຂອງປະເທດໄທ ໄດ້ຮັບ​ການປັບ ປຸງໃຫ້ດີຂຶ້ນ.

ທ່ານນາງໂຣຮານາ ເຮັຕຕີອາຣັກ​ຈີ ຫົວໜ້າກຳ​ມາ​ທິ​ການ ANFREL ໄດ້ກ່າວວ່າ ການເລືອກຕັ້ງໄດ້ມີຂຶ້ນ​ດ້ວຍ​ຄວາມສະຫງົບ.

“ຂ້າພະເຈົ້າຂໍສັນລະເສີນປະຊາຊົນໄທ ໃນການເຂົ້າຮ່ວມຢ່າງຫລວງຫລາຍ ​ໃນການເລືອກຕັ້ງທົ່ວໄປປີ 2023 ການອອກມາປ່ອນບັດແມ່ນ​ສູງກວ່າ​ປົກ​ກະ​ຕິ ຢູ່ປະມານ 75 ເປີເຊັນ. ຂ້າພະເຈົ້າຍັງຢາກຂໍສັນລະເສີນ ຄະນະກຳມາທິການໆເລືອກຕັ້ງຂອງປະເທດໄທ ເພາະວ່າເຂົາເຈົ້າໄດ້ຈັດການເລືອກຕັ້ງເປັນລະບຽບ ຮຽບຮ້ອຍ ແລະສະຫງົບ ແລະສ່ວນໃຫຍ່ເປັນທີ່ຍອມຮັບໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG