ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາແຫ່ງຊາດໄທ ຈະເປີດປະຊຸມ ໃນວັນຈັນຈະມານີ້


ທ່ານນາງຢິ່ງລັກ ຊິນນະວັດ ຜູ້ນຳພັກເພື່ອໄທ ກ່າວຖະແຫຼງຕໍ່ພວກສະໜັບສະໜຸນ ທີ່ສຳນັກງານຂອງພັກຢູ່ບາງ
ກອກ (19 ກໍລະກົດ 2011)
ທ່ານນາງຢິ່ງລັກ ຊິນນະວັດ ຜູ້ນຳພັກເພື່ອໄທ ກ່າວຖະແຫຼງຕໍ່ພວກສະໜັບສະໜຸນ ທີ່ສຳນັກງານຂອງພັກຢູ່ບາງ ກອກ (19 ກໍລະກົດ 2011)

ຄະນະກຳມາທິການເລືອກຕັ້ງຂອງໄທໄດ້ໃຫ້ການຮັບຮອງເກືອບທັງໝົດແລ້ວຕໍ່ພວກທີ່ໄດ້ຮັບ
ໄຊຊະນະໃນການເລືອກຕັ້ງເມື່ອວັນທີ 3 ກໍລະກົດຜ່ານມາ ຊຶ່ງເປັນການແຜ້ວທາງໃຫ້ສະພາ
ແຫ່ງຊາດຂອງໄທເປີດສະໄໝປະຊຸມຂຶ້ນ​ໄດ້ໃນມື້ວັນຈັນຈະມານີ້.

ເປັນທີ່ຄາດກັນວ່າ ສະພາແຫ່ງຊາດຂອງໄທຈະເລືອກເອົາທ່ານນາງຢິ່ງລັກ ຊິນນະວັດ ຜູ້ສະ
ມັກທີ່ໄດ້ຮັບໄຊຊະນະຂອງພັກເພື່ອໄທ ເປັນນາຍົກລັດຖະມົນຕີ​ແມ່ຍິງຄົນທຳອິດຂອງປະເທດ
ກ່ອນທ້າຍອາທິດນີ້.

ໃນຕອນແລງຂອງວັນພຸດວານນີ້ຄະນະກຳມາທິການເລືອກຕັ້ງໄດ້ຮັບຮອງເອົາໄຊຊະນະຂອງ
ຜູ້ສະມັກ 94 ຄົນເຮັດ​ໃຫ້ຍັງ​ເຫລືອແຕ່ພຽງ 4 ຄົນເທົ່ານັ້ນ​ໃນຈຳນວນຜູ້ຊະນະທັງໝົດ 500
ຄົນທີ່ຍັງບໍ່ສາມາດ​ເຂົ້າ​ນັ່ງ​ໃນ​ສະພາ​ໄດ້. ພາຍໃຕ້ກົດໝາຍການເລືອກຕັ້ງຂອງໄທ ຢ່າງນ້ອຍ
95 ເປີເຊັນຂອງຜູ້ທີ່ຖືກເລືອກ​ຕັ້ງ ຕ້ອງໄດ້ຖືກຮັບຮອງເອົາກ່ອນທີ່ສະພາຈະເປີດການປະຊຸມ
ໄດ້.

ໃນບັນດາຜູ້ຊະນະທີ່ຍັງບໍ່ທັນຖືກຮັບຮອງເອົານັ້ນ ກໍມີທ່ານຈະຕຸພອນ ພຣ້ອມພັນ ຜູ້ນຳຄົນ
ນຶ່ງໃນການປະທ້ວງຂອງພວກເສື້ອແດງ ຫຼື ນປຊ ໃນປີກາຍ ທີ່ປະເຊີນກັບຂໍ້ຫາກໍ່ການຮ້າຍ
ນັ້ນ.

XS
SM
MD
LG