ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໘ ທັນວາ ໒໐໒໕

ມື້ສຸດທ້າຍ ໃນການໂຄສະນາ ຫາສຽງ ຢູ່ໄທ


ນາຍົກລັດຖະມົນຕີໄທ ທ່ານອະພິຊິດ ເວດຊາຊີວະ ກ່າວຕໍ່ພວກສະໜັບສະໜຸນທ່າມກາງສາຍຝົນ ໃນການໂຄ ສະນາຫາສຽງມື້ສຸດທ້າຍ ຢູ່ທີ່ບາງອກ (1 ກໍລະກົດ 2011)
ນາຍົກລັດຖະມົນຕີໄທ ທ່ານອະພິຊິດ ເວດຊາຊີວະ ກ່າວຕໍ່ພວກສະໜັບສະໜຸນທ່າມກາງສາຍຝົນ ໃນການໂຄ ສະນາຫາສຽງມື້ສຸດທ້າຍ ຢູ່ທີ່ບາງອກ (1 ກໍລະກົດ 2011)

ບັນດາຜູ້ສະມັກເປັນສະມາຊິກສະພາແຫ່ງຊາດຂອງໄທໄດ້ທຳການໂຄສະນາຫາສຽງຮອບສຸດ
ທ້າຍໃນວັນສຸກມື້ນີ້ ກ່ອນການເລືອກຕັ້ງທົ່ວໄປ ຊຶ່ງຈະມີຂຶ້ນໃນມື້ວັນອາທິດມື້ຮື.

ການຢັ່ງຫາງສຽງປະຊາຊົນສະແດງໃຫ້ເຫັນວ່າ ຜູ້ນຳພັກຝ່າຍຄ້ານຂອງໄທ ທ່ານນາງຍິ່ງຣັກ
ຊິນນະວັດນ້ອງສາວຂອງອະດີດນາຍົກລັດຖະມົນຕີທັກສິນ ຊິນນະວັດມີຄະແນນນຳໜ້າທ່ານ
ອະພິຊິດ ເວດຊາຊີວະ ນາຍົກລັດຖະມົນຕີທີ່ສະມັກເຂົ້າແຂ່່ງຂັນເອົາຕຳແໜ່ງຕື່ມອີກຂອງໄທ.
ແຕ່ແນວໃດກໍຕາມ ບໍ່ມີການຄໍ້າປະກັນວ່າ ທ່ານນາງຍິ່ງຣັກຈະໄດ້ຮັບຄະແນນສຽງສ່ວນຫຼາຍ
ຢູ່ໃນສະພາແຫ່ງຊາດ.

ພວກຕຳໜິຕິຕຽນກ່າວວ່າ ທ່ານທັກສິນ ຊິນນະວັດ ທີ່ລີ້ໄພຢູ່ປະເທດດູໄບໃນເວລານີ້ຈະໃຊ້
ນ້ອງສາວຂອງທ່ານ ເປັນເຄື່ອງບັງໜ້າເພື່ອດຳເນີນໂຄງການຕ່າງໆ ທີ່ໄດ້ຮັບຄວາມສະໜັບ ສະໜຸນຈາກປະຊາຊົນຂອງທ່ານ ແລະທ່ານຈະຊອກຫາທາງກັບຄືນປະເທດໄທຖ້ານ້ອງສາວ
ຂອງທ່ານຊະນະ ແລະໃຫ້ອະໄພຍະໂທດແກ່ທ່ານຈາກການຖືກຕັດສິນໂທດຈຳຄຸກເປັນເວລາ
6 ປີ ໃນຂໍ້ຫາສໍ້ລາດບັງຫຼວງນັ້ນ.

XS
SM
MD
LG