ນາຍົກລັດຖະມົນຕີໄທຍອມຮັບເອົາການປາໄຊ ໃນການເລືອກຕັ້ງທົ່ວໄປໃນວັນອາທິດມື້ນີ້
ທີ່ພັກຝ່າຍຄ້ານ ທີ່ເປັນພັນທະມິດກັບນາຍົກລັດຖະມົນຕີທັກສິນ ຊິນນະວັດ ທີ່ໄດ້ຖືກປົດ
ອອກຈາກຕໍາແໜ່ງໄປນັ້ນ ໄດ້ຮັບໄຊຊະນະ.
ທ່ານອະພິສິດ ເວດຊາຊີວະ ໄດ້ກ່າວຊົມເຊີຍແລະສະແດງຄວາມຍິນດີຕໍ່ທ່ານນາງຍິ່ງລັກ
ຊິນນະວັດ ນ້ອງສາວຂອງອະດີດນາຍົກລັດຖະມົນຕີທັກສິນ ແລະເປັນຫົວໜ້າພັກເພື່ອ
ໄທ ຊຶ່ງນາງຈະຂຶ້ນດໍາລົງຕໍາແໜ່ງ ເປັນນາຍົກລັດຖະມົນຕີແມ່ຍິງຄົນທໍາອິດຂອງໄທ.
ກົງກັນຂ້າມກັບຜົນຂອງການຢັ່ງສຽງແລະການວິເຄາະກ່ອນການເລືອກຕັ້ງທີ່ໄດ້ທໍານາຍໄວ້ວ່າ ການແຂ່ງຂັນຈະເປັນໄປຢ່າງສູສີກັນທີ່ສຸດນັ້ນ ພັກເພື່ອໄທໄດ້ຊະນະບ່ອນນ່ັງເປັນພັກສຽງ
ຂ້າງຫລາຍຢ່າງຂາດລອຍໃນສະພາແຫ່ງຊາດ ໂດຍຊະນະພັກປະຊາທິປັດຂອງທ່ານອະພິສິດ
ຢ່າງຖ້ວມລົ້ນ.
ຜົນຂອງການເລືອກຕັ້ງສະແດງໃຫ້ເຫັນວ່າ ພັກຝ່າຍຄ້ານໄດ້ຊະນະບ່ອນນັ່ງຢ່າງນ້ອຍ 260
ບ່ອນ ໃນຈໍານວນທັງໝົດ 500 ບ່ອນໃນສະພາແຫ່ງຊາດນັ້ນ.
ປະເທດໄທໄດ້ແຕກແຍກກັນຢ່າງເລິກເຊິ່ງ ນັບແຕ່ກອງທັບຂອງປະເທດໄດ້ທໍາການກໍ່ລັດ
ຖະປະຫານຂຶ້ນໂດຍບໍ່ມີການນອງເລືອດ ທີ່ໄດ້ປົດທ່ານທັກສິນ ຊິນນະວັດ ອອກຈາກຕໍາ
ແໜ່ງໃນປີ 2006 ນັ້ນ.
ການເລືອກຕັ້ງຄັ້ງນີ້ ນັບວ່າເປັນເທື່ອທໍາອິດໃນປະເທດ ນັບແຕ່ພວກສະໜັບສະໜຸນອະດີດ
ນາຍົກລັດຖະມົນຕີທັກສິນ ຊິນນະວັດ ທໍາການປະທ້ວງຕໍ່ຕ້ານລັດຖະບານໃນປີແລ້ວນີ້
ຊຶ່ງໄດ້ພາໃຫ້ມີການປະທະກັນຫລາຍບັ້ນເຮັດໃຫ້ປະຊາຊົນຈໍານວນຫລາຍກວ່າ 90 ຄົນ ເສຍຊີວິດໄປນັ້ນ.