ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Ban ກ່າວຊົມເຊີຍ ການເລືອກຕັ້ງ ຢູ່ໄທ


ຊາວໄທທົ່ວປະເທດເຂົ້າແຖວເພື່ອລໍປ່ອນບັດເລືອກຕັ້ງ.
ຊາວໄທທົ່ວປະເທດເຂົ້າແຖວເພື່ອລໍປ່ອນບັດເລືອກຕັ້ງ.

ເລຂາທິການໃຫຍ່ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ສະ​ແດງ​ຄວາມ​
ຍິນ​ດີ​ຕໍ່​ຄວາມເປັນ​ລະບຽບ​ຮຽບຮ້ອຍ​ໃນ​ການ​ເລືອກ​ຕັ້ງ​ສະພາແຫ່ງຊາດ ຂະນະທີ່ພວກ
ຜູ້ນຳຂອງພັກເພື່ອໄທ ຊຶ່ງເປັນພັກທີ່ໄດ້ຮັບໄຊຊະນະນັ້ນເລີ່ມເຈລະຈາຫາລືກ່ຽວກັບ
ການປະກອບຄະນະລັດຖະບານ.

ທ່ານ Ban ​ໄດ້​ອອກຖະແຫຼງຂ່າວສະບັບນຶ່ງໃນແລງວັນ​ຈັນ​ວານ​ນີ້​ຈາກ New York
ໂດຍເວົ້າວ່າ ທ່ານ​ຫວັງ​ວ່າການ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້ ຈະຊ່ວຍເຮັດໃຫ້ປະຊາທິປະໄຕ
ການສ້າງຄວາມປອງດອງຊາດ ແລະສະຖຽນລະພາບຢູ່ໃນປະເທດໄທ ມີຄວາມເຂັ້ມ
ແຂງຂຶ້ນ. ເປັນທີ່ຄາດກັນວ່າ ຕາໜ່າງເພື່ອການເລືອກຕັ້ງເສລີ ຊຶ່ງເປັນກຸ່ມຕິດຕາມຊີ້ງ
ຊອມເບິ່ງການເລືອກຕັ້ງຈາກເຂດເອເຊຍ ຈະປະກາດໃຫ້ຊາບກ່ຽວກັບຜົນການສັງເກດ
ການຂອງຕົນຢູ່ທີ່ບາງກອກໃນວັນອັງຄານມື້ນີ້.

ນອກນີ້ແລ້ວຢູ່ທີ່ບາງກອກ ຜູ້​ນໍາ​ຂອງ​ພັກ​ເພື່ອ​ໄທ ທ່ານ​ນາງຍິ່ງ​ລັກ ຊິນນະ​ວັດ ​ກໍ​
ໄດ້ພົບ​ປະ​ກັບ​ບັນດາ​ຜູ້​ນໍາ​ຂອງ​ພັກ​ອື່ນໆ​ເພື່ອເຈລະຈາຫາລື ທີ່ຄາດວ່າຈະຮວມທັງ
ການສົນທະນາຫາລືກັນໃນຂັ້ນຕົ້ນກ່ຽວກັບຕຳແໜ່ງຕ່າງໆໃນຄະນະລັດຖະບານ.

ທ່ານ​ນາງ ຍິ່ງ​ລັກ ຜູ້​ຊຶ່ງ​ຄາດ​ຫວັງ​ທີ່​ຈະ​ໄດ້ເປັນ​ນາຍົກລັດຖະມົນຕີຄົນທໍາ​ອິດ​ຂອງ
ໄທ​ ເວລາສະພາແຫ່ງຊາດເລີ່ມປະຊຸມກັນນັ້ນ ໄດ້​ປະກາດ​ໃນ​ວັນ​ຈັນ​ວານ​ນີ້​ວ່າ
ຈະ​ມີການ​ສ້າງຕັ້ງ​ລັດຖະບານ​ປະສົມ​ກັບ​ອີກ 4 ພັກ​ນ້ອຍໆ ຊຶ່ງ​ຈະ​ເຮັດ​ໃຫ້​ພັກລັດ
ຖະບານ ມີ​ບ່ອນ​ນັ່ງເກືອບ 3 ສ່ວນ 5 ຂອງ​ຈຳນວນບ່ອນ​ນັ່ງ​ທັງ​ໝົດ​ຢູ່ໃນ​ສະພາ
ຂອງໄທ.

XS
SM
MD
LG