ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບໄທຮຽກຮ້ອງໃຫ້ ປະຊາຊົນເລືອກເອົາ "ຄົນດີ" ມາບໍລິຫານປະເທດ


ພົນເອກປຣະຢຸດ ຈັນໂອຊາ ຜູ້ບັນຊາການກອງທັບໄທ
ພົນເອກປຣະຢຸດ ຈັນໂອຊາ ຜູ້ບັນຊາການກອງທັບໄທ

ຜູ້ບັນຊາການກອງທັບບົກໄທ ໄດ້ຮຽກຮ້ອງໃຫ້ປະຊາຊົນຈົ່ງເລືອກເອົາ “ຄົນດີ” ແລະຈົ່ງ ປົກປ້ອງຄຸ້ມຄອງກະສັດໃນການເລືອກຕັ້ງທົ່ວແຫ່ງຊາດ ໃນເດືອນໜ້ານີ້ ໃນອັນທີ່ເບິ່ງກັນວ່າ ເປັນການຮັບຮອງແບບບໍ່ເປີດແປນ ຕໍ່ພັກປະຊາທິປັດ ທີ່ນິຍົມກະສັດ ຊຶ່ງກໍາລັງປົກຄອງ ປະເທດຢູ່ໃນເວລານີ້.

ໃນລາຍການທີ່ອອກທາງສະຖານີໂທລະພາບຂອງກອງທັບໄທໃນຕອນເດິກຂອງວັນອັງຄານມື້ວານນີ້ ພົນເອກ ປຣະຢຸດ ຈັນໂອຊາ ກ່າວວ່າ ກຳລັງ ຮັກສາຄວາມປອດໄພໄດ້ພົບເຫັນ ຫລັກຖານຢ່າງແຜ່ກວ້າງທີ່ສໍ້ສະແດງໃຫ້ ເຫັນເຖິງຄວາມບໍ່ເຄົາລົບນັບຖືກະສັດຂອງໄທນັ້ນ ຊຶ່ງທ່ານພົນເອກປຣະຢຸດ ໄດ້ຮຽກຮ້ອງໃຫ້ປະຊາຊົນຈົ່ງໃຊ້ການຕັດສິນໃຈທີ່ດີທີ່ສຸດຂອງພວກ ເຂົາເຈົ້າ ເພື່ອປົກປ້ອງສະຖາບັນພະມະຫາກະສັດເອົາໄວ້ ແລະຈົ່ງເລືອກເອົາບຸກຄົນຜູ້ທີ່ຈະ ເຂົ້າ ມາບໍລິຫານປະເທດໄດ້ຢ່າງມີປະສິດທິຜົນ.

ນອກນີ້ແລ້ວ ພົນເອກ ປຣະຢຸດ ຍັງໄດ້ເວົ້າອີກວ່າ ຖ້າຫາກວ່າປະຊາຊົນ ຈະເລືອກເອົາແຕ່ ພວກນັກການເມືອງໜ້າເກົ່າຢູ່ຕໍ່ໄປນັ້ນພວກ ເຂົາເຈົ້າຈະບໍ່ເຫັນການປັບປຸງ ຫລືການປ່ຽນ ແປງທີ່ດີຂື້ນຂອງປະເທດຊາດແຕ່ຢ່າງໃດ.

ພັກເພື່ອໄທ ຊຶ່ງເປັນພັກຝ່າຍຄ້ານ ທີ່ກໍາລັງມີຄະແນນສຽງນຳໜ້າໃນການຢັ່ງຫາງສຽງນັ້ນ ເຄີຍໄດ້ຄະແນນສຽງຫລາຍທີ່ສຸດໃນການເລືອກຕັ້ງຄັ້ງລ່າສຸດສີ່ຄັ້ງຜ່ານມາ ແຕ່ກໍໄດ້ຖືກຂັບໄລ່ ອອກຈາກອໍານາດໄປຊໍ້າແລ້ວຊໍ້າອີກ ໂດຍຜ່ານກະບວນການຕຸລາການ ແລະແຜນການ ຂອງສະພາແຫ່ງ ຊາດ.

ຝ່າຍທະຫານຂອງໄທ ມີປະວັດມາເປັນເວລາດົນນານແລ້ວໃນການແຊກແຊງທາງການ ເມືອງ ໂດຍມີການກໍ່ລັດຖະປະຫານ ຫລືພະຍາຍາມກໍ່ລັດ ຖະປະຫານມາແລ້ວ 18 ຄັ້ງ ນັບຕັ້ງແຕ່ປີ 1932 ເປັນຕົ້ນມາ ພົນເອກ ປຣະຢຸດກ່າວໃນທີ່ສຸດວ່າ ຝ່າຍທະຫານຈະຕັ້ງ ໝັ້ນຢູ່ໃນແນວທາງສາຍກາງ ໃນການປ່ອນບັດເລືອກຕັ້ງວັນທີ່ 3 ເດືອນກໍລະກົດນີ້.

XS
SM
MD
LG