ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທປະກາດຈະຈັດ ການເລືອກຕັ້ງທົ່ວປະເທດ ໃນວັນທີ່ 3 ເດືອນກໍລະກົດ ປີນີ້


ນາຍົກລັດຖະມົນຕີໄທ ທ່ານ ອະພິສິດ ເວດຊາຊີວະ
ນາຍົກລັດຖະມົນຕີໄທ ທ່ານ ອະພິສິດ ເວດຊາຊີວະ

ໄທໄດ້ປະກາດແຜນການທີ່ຈະຈັດການເລືອກຕັ້ງທົ່ວປະເທດ ກໍ​ຄື​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ຂຶ້ນໃນເດືອນກໍລະກົດຈະ​ມາ​ເຖິງນີ້ ທີ່ຫລາຍ​ຄົນຫວັງວ່າ ຈະນໍາເອົາສະຖຽນລະພາບ ມາສູ່ສະພາບການ​ທາງການເມືອງຂອງປະເທດ ທີ່ກໍາລັງປັ່ນປ່ວນຢູ່ໃ ນເວລານີ້. ​ແລະ​ກໍ​ຄາດ​ກັນ​ວ່າ​ຈະ​ເປັນການ​ປ່ອນບັດ​ເລືອກ​ຕັ້ງ​ທີ່​ສູ​ສີກັນທີ່​ສຸດ ລະຫວ່າງພວກຊົນ​ຊັ້ນຫົວກະທິຂອງໄທ ທີ່​ນໍ​າ​ໂດຍພັກປະຊາທິປັດຂອງ​ລັດຖະບານ​ນາຍົກລັດຖະມົນຕີ ອະພິສິດ ເວດຊາຊີວະ ແລະ ພັກ ຝ່າຍຄ້ານທີ່ສະໜັບສະໜຸນໂດຍອະດີດນາຍົກລັດຖມົນຕີ ທັກສິນ ຊິນນະວັດ. ຜູ້ສື່ຂ່າວ ວີໂອເອ Daniel Schearf ມີລາຍງານມາຈາກບາງກອກກ່ຽວກັບ​ການ​ເລືອກຕັ້ງ​ດັ່ງກ່າວ ແລະຊ່ອງ​ທາງ​ທີ່​ວ່າ ມັນຈະປົວແປງຄວາມແຕກແຍກອັນລໍ້າເລິກທາງດ້ານການເມືອງຂອງ​​ໄທນັ້ນ​ ໄດ້​ຫລື​ບໍ່ ຊຶ່ງທອງປານມີລາຍ​ລະອຽດມາສະເໜີທ່ານ.

ອາທິດ​ແລ້ວນີ້ ນາຍົກລັດຖະມົນຕີ​ ​ອະພິສິດ ເວດຊາວີວະ ໄດ້ປະກາດຍຸບສະພາຜູ້ແທນ
ລັດຖະດອນ ເພື່ອແຜ້ວທາງໃຫ້ມີການເລືອກຕັ້ງທົ່ວປະເທດ ໃນວັນທີ່ 3 ເດືອນກໍລະກົດ ທີ່ຈະມາເຖິງນີ້.

ໃນຄໍາປະກາດທີ່ບັນທຶກໄວ້ ທີ່ນໍາອອກອາກາດທາງສະຖານີໂທລະພາບແຫ່ງຊາດຂອງ
ໄທນັ້ນ ທ່ານອະພິສິດເວົ້າວ່າ ການຫວນກັບຄືນ​ໄປຍັງບ່ອນປ່ອນບັດເລືອກຕັ້ງນັ້ນ ອາດ
ສາມາດກອບກູ້ເອົາສະຖຽນລະພາບດ້ານການເມືອງຂອງປະເທດຊາດ ຄືນມາອີກໄດ້ ຊຶ່ງ ທ່ານກ່າວຕໍ່ໄປວ່າ:

“ການເລືອກຕັ້ງທົ່ວປະເທດຄັ້ງນີ້ ເປັນການເລີ່ມຕົ້ນໃໝ່ສໍາລັບປະເທດໄທ ເພື່ອ
ທີ່ຈະເຄຶ່ອນໄຫວໄປໜ້າ​ ເພື່ອທໍາການແກ້ໄຂບັນຫາຕ່າງໆຢ່າງມີປະສິດທິຜົນ ສໍາ
ລັບປະຊາຊົນແລະຄອບຄົວຂອງ​ເຂົາ​ເຈົ້າ ພາຍໃຕ້ວິທີການແບບປະຊາທິປະໄຕ.”

ເຖິງແມ່ນມີການມອງ​ເບິ່ງ​ສະພາບ​ການໄປໃນແງ່ດີ​ຂອງທ່ານນາຍົກອະພິສິດກໍຕາມ ​ແຕ່
ພວກນັກວິເຄາະການເມືອທັງຫລາຍກໍຍັງມີ​ຄວາມສົງ​ໃສ​ບໍ່​ແນ່ ໃຈກ່ຽວກັບຊ່ອງ​ທາງ​ໃນ​ການທີ່ຈະປົວແປງການແບ່ງແຍກອັນລໍ້າເລິກຂອງຊາດ ທີ່ມີຢູ່ໃນເວລານີ້ໄດ້.

ພັກເພື່ອໄທ ຊຶ່ງເປັນພັກຝ່າຍຄ້ານນັ້ນ ​ແມ່ນ​ໄດ້​ຮັບການໜຸນຫລັງໂດຍອະດີດນາຍົກລັດ
ຖະມົນຕີ ທັກສິນ ຊິນນະວັດ ທີ່ຖືກຝ່າຍທະຫານໂຄ່ນລົ້ມໃນປີ 2006 ໂດຍການລັດຖະ
ປະຫານ. ນັບຕັ້ງແຕ່ນັ້ນເປັນຕົ້ນມາ ປະເທດໄທກໍໄດ້ສັ່ນສະ​ເທືອ​ນ ໂດຍການປະທ້ວງ
ຫລາຍໆ​ບັ້ນ ແລະຄວາມວຸ້ນວາຍທາງການເມືອງ ຍ້ອນການ​ຍາດ​ແຍ່ງອໍານາດກັນ​ລະ
ຫວ່າງ​ພວກຊາວ​ໄທ​ຊົນ​ຊັ້ນ​ສູງທີ່ໜຸນຫລັງໂດຍຝ່າຍທະຫານ ແລະພວກສະໜັບສະໜຸນ ທ່ານທັກສິນ

ທ່ານ ທິຕິນັນ ພົງສຸດທິຣັກ ເປັນຜູ້ອໍານວຍການສະຖາບັນຄວາມໝັ້ນຄົງແລະການສຶກສາ
ນາໆ​ຊາດ ປະຈໍາມະຫາວິທະຍາໄລຈຸລາລົງກອນທີ່ບາງກອກ ກ່າວວ່າ ພວກຄັດຄ້ານທ່ານ
ທັກສິນທັງຫລາຍ ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງພວກເຂົາເຈົ້າ ທີ່ຈະພະຍາ​ຍາມ​
ຢ່າງ​ທີ່ສຸດເພື່ອທີ່ຈະປ້ອງກັນ ບໍ່ໃຫ້ພວກສະໜັນສະໜຸນທ່ານທັກສິນໄດ້ກັບ​ຄືນ​ມາກໍາອໍາ
ນາດອີກ. ທ່ານທິຕິນັນກ່າວວ່າ

“ພວກຝ່າຍຕໍ່ຕ້ານທັກສິນ ກໍ​ຄື​ຝ່າຍການຈັດ​ຕັ້ງ​ຫລື​ອໍານາດ​ປົກຄອງນັ້ນ ແມ່ນໄດ້
ພະຍາຍາມຈະເຮັດທຸກວິທີທາງເພື່ອປ້ອງກັນ ບໍ່ໃຫ້ທັກສິນເຂົ້າມາມີອໍານາດ ອັນ
ໂຮມທັງການກໍ່ລັດຖະປະຫານໂດຍຝ່າຍທະຫານ ການຮ່າງລັດຖະທໍາມະນູນສະ
ບັບໃໝ່ ການຍຸບພັກໄທຮັກໄທຂອງທັກສິນ ການສັ່ງຫ້າມພວກນັກການເມືອງ
ຂອງພັກ​ເຫລົ່າ​ນັ້ນ ​ແລະ​ການເຈລະຈາ​ກັນ​ຢູ່​ໃນ​ວົງ​ການ​ທະຫານ​ເລື້ອງຈັດຕັ້ງ
ລັດຖະບານອິພິສິດຂຶ້ນມາ ແຕ່ວ່າຫລັງ​ຈາກ​ທີ່ກໍາອໍານາດມາໄດ້ສອງປີແລ້ວ ລັດ
ຖະບານອະພິສິດ ກໍຍັງບໍ່ສາມາດເອົາຊະນະຈິດໃຈຂອງປະຊາຊົນສ່ວນໃຫຍ່ໄດ້.”

ຜົນການຢັ່ງສຽງມະຫາຊົນເມື່ອໝໍ່ໆມານີ້ພົບວ່າ ພັກເພື່ອໄທ ຊຶ່ງເປັນພັກ ຝ່າຍຄ້ານນັ້ນ ມີຄະແນນນໍາໜ້າພັກຂອງທ່ານອະພິສິດ ກໍຄືພັກປະຊາທິປັດນັ້ນ ໜ້ອຍນຶ່ງ.

ທະຫານໄທປະທະກັບພວກປະທ້ວງເສື້ອແດງ ທີ່ບາງກອກ, ວັນທີ 9 ເມສາ 2010.
ທະຫານໄທປະທະກັບພວກປະທ້ວງເສື້ອແດງ ທີ່ບາງກອກ, ວັນທີ 9 ເມສາ 2010.

ເມື່ອ​ປີຜ່ານມາ​ນີ້ ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ
ທີ່​ເອີ້ນ​ກັນວ່າກຸ່ມ​ເສື້ອ​ແດງ ຫລື​ ນປຊ ​ໄດ້​ເຂົ້າ
ຍຶດ​ຄອງ​ຫລາ​ຍໆ​ເຂດ​ຂອງ​ນະຄອນຫລວງ​
ບາງກອກເປັນ​ເວລາ 2 ​ເດືອນ ຮຽກຮ້ອງ​ໃຫ້​
ລັດຖະບານ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດຄັ້ງ​
ໃໝ່ ​ແລະ​ໃຫ້ຢຸດຕິອັນ​ທີ່​ພວກ​ເຂົາ​ເຈົ້າ​ກ່າວ​
ວ່າ ​ເປັນ​ການປະຕິບັດຢ່າງ​ບໍ່​ຍຸຕິ​ທໍາ​ຕໍ່​ພວກ ​ຜູ້​ນໍາ​ຫລື​ແກນ​ນໍາ​ຂອງ​ພວກ​ເຂົາ​ເຈົ້າ.

ນາຍົກ​ອະພິສິດ ​ໄດ້​ມີ​ຄໍາ​ສັ່ງ​ໃຫ້​ຝ່າຍ​ທະຫານ
ທໍາ​ການ​ສະຫລາຍ​ຕົວ​ພວກປະທ້ວງ​ເສື້ອ​ແດງ
ທີ່​ຍັງ​ຜົນ​ໃຫ້​ມີ​ການ​ປະ​ທະ​ກັນ​ຢ່າງ​ນອງ​ເລືອດ
ມີຄົນ​ເສ​ຍຊີວິດ 90 ຄົນ ​ສ່ວນ​ຫລາຍ​ແມ່ນ ​ພວກ​ພົນລະ​ເຮືອນ.

ທ່ານ Brad Adams ຫົວໜ້າ​ຫ້ອງການປະຈໍາເອເຊຍຂອງອົງການສິ້ງ​ຊອມ​ສິດທິ​ມະນຸດ
ຫລື Human Rights Watch ​ໄດ້​ກ່າວຕໍ່ສະມາຄົມນັກ​ຂ່າວ​ຕ່າງປະ​ເທດ​ທີ່​ບາງກອກ
ເມື່ອ​ສອງ​ອາທິດ​ຜ່ານ​ມາ​ນີ້​ວ່າ ​ມາຮອດເວລາ​ນີ້​ ກໍຍັງ​ບໍ່​ມີ​ການ​ສືບສວນ​ໃດໆທີ່​ໜ້າ​ເຊື່ອ
ຖື​ໄດ້ກ່ຽວ​ກັບການ​ເສຍ​ຊີວິດຂອງພວກຄົນເຫລົ່ານັ້ນ​. ທ່ານອາ​ດັມສ໌ກ່າວ​ວ່າ:

“ມັນ​ເປັນ​ທີ່​ແຈ້ງ​ຂາວ​ຢູ່​ວ່າ​ທັງ​ສອງ​ຝ່າຍ​ຍັງ​ມີ​ຄວາມ​ຮູ້ສຶກທີ່​ຮຸນແຮງຢູ່​ ກ່ຽວກັບ
ເຫດການ​ທີ່​ເກີດ​ຂຶ້ນ​ໃນປີກາຍນີ້. ສະນັ້ນ ທັງ​ສອງ​ຝ່າຍ​ກໍແມ່ນ​ຈະຍົກ​ເອົາສິ່ງ​ທີ່​
ເກີດ​ຂື້ນ​ເມື່ອ​ປີກາຍນັ້ນ ມາ​ເປັນ​ພາກສ່ວນ​ສໍາຄັນ​ ຫລື​ເຄຶ່ອງມືຂອງ​ການ​ໂຄສະ
ນາ​ຫາ​ສຽງ ແລະ​ຂ້າພະ​ເຈົ້າກໍ​ບໍ່​ຄິດ​ວ່າ ຈະ​ບໍ່​ມີ​ຊ່ອງທາງໃດໆ​ທີ່​ຈະ​ນໍາໄປສູ່ຈຸດ​
ແຫ່ງການ​ປອງ​ດອງ​ກັນ​ໄດ້ໃນ​ສອງ​ເດືອນ​ຕໍ່ໜ້າ ​ໃນ​ຊ່ວງ​ລະຫວ່າງການໂຄສະ
ນາ​ຫາ​ສຽງນັ້ນ. ທີ່​ຈິງ​ແລ້ວ​ ໄລຍະ​ໂຄສະນາ​ຫາ​ສຽງ​ນັ້ນ ​ແມ່ນ​ຈະ​ເຮັດ​ໃຫ້​ບັນ
ຫາ​ນີ້​ເກີດ​ມີ​ຄວາມ​ຮຸ​ນ​ແຮງ​ຂື້ນ​ຢ່າງ​ບໍ່​ຕ້ອງ​ສົງ​ໃສ​.”

ພວກ​ຜູ້​ນໍາ ​ຫລືແກນ​ນໍ​າກຸ່ມ​ເສື້ອ​ແດງ​ທີ່​ມີ​ສ່ວນ​ໃນ​ການ​ປະ​ທ້ວງຫລາຍຄົນ ໄດ້ຖືກ​ຕັ້ງ​ຂໍ້​ຫາ
ວ່າ​ເປັນ​ຜູ້​ກໍ່​ການ​ຮ້າຍ ​ແລະ​ດູ​ໝິ່ນ​ກະສັດ ຊຶ່ງ​ມີ​ໂທດ​ຈໍາ​ຄຸກ​ດົນ​ເຖິງ 15 ປີ ​ແຕ່​ວ່າບໍ່​ມີ​ທະ
ຫານ​ຄົນ​ໃດ​ຖືກ​ຕັ້ງ​ຂໍ້​ຫາ​ນີ້ ​ເຖິງ​ແມ່ນ​ມີ​ຫລັກ​ຖານທີ່​ພວກ​ກຸ່ມ​ສິດທິ​ຕ່າງໆ​ກ່າວວ່າ ສະແດງ
ໃຫ້ເຫັນວ່າພວກ​ທະຫານ​ໄດ້ ສັງຫານ​ພວກ​ປະທ້ວງ​ທີ່​ບໍ່​ມີ​ອາວຸດຫລາຍຄົນ.

ນາງ ຣຸ່ງຣະວີ ສະ​ເຫລີ​ມສີ​ປິນ​ໂຢຣັດ ​ທີ່ເປັນ​ນັກວິ​ເຄາະຂ່າງກ່ຽວກັບ​ຂົງ​ເຂດ​ເອ​ເຊຍ​ຕາ​
ເວັນ​ອອກສຽງ​ໃຕ້ ໃຫ້​ກຸ່ມ​ວິ​ກິດ​ການ​ນານ​າຊາດ​ ກ່າວ​ວ່າ ບັນຫາ​ຫລັກ​ໃນ​ປະ​ເທດ​ໄທ​ ກໍ​
ແມ່ນ​ການ​ເຂົ້າ​ໄປ​ແຊ​ກ​ແຊງ​ທາງ​ການ​ເມືອງ​ຢູ່​ໃນ​ລະບົບຍຸຕິ​ທໍາ ຊຶ່ງ​ເປັນການບ່ອນທໍາລາຍ
ສັດທາໃນລັດຖະບານ ຫລືເຮັດ​ໃຫ້ຄວາມ​ເຊື່ອ​ຖື​ໃນ​ລັດຖະບານ ອ່ອນ​ແອ​ລົງ​ໄປ. ນາງ ຣຸ່ງຣະວີ ກ່າວ​ວ່າ

“ບັນຫານີ້ແມ່ນສິ່ງນຶ່ງທີ່​ຝ່າຍຕຸລາການ​ຈະ​ຕ້ອງ​ໄດ້ພະຍາຍາມ​ຫາ​ທາງ​ແກ້​ໄຂ
ແລະ​ນັ້ນໝາຍເຖິງບັນຫາ​ການ​ປະຕິ​ຮູບ​ກະບວນ​ການ​ຍຸຕິ​ທໍາ​ຢູ່​ໃນ​ປະ​ເທດ​ນີ້
ແລະພວກ​ເຮົາ​ຈະ​ເຮັດ​ຢ່າງ​ໃດ​ຈຶ່ງຈະໃຫ້​ປະຊາຊົນ​ເຊື່ອ​ຖື​ລະບົບຕຸລາການ
ລະບົບຍຸຕິ​ທໍ​າຢູ່​ໃນ​ປະ​ເທດ​ນີ້ ແລະນັ້ນກໍ​ໝາຍຄວາມວ່າ ໝົດທຸກ​ຄົນ ຜູ້​ໃດ​ກໍ​
ຕາມ​ທີ່​ຝ່າຝືນ​ກົດຫລາຍ​ແລ້ວ ແມ່ນຈະ​ຖືກ​ປະຕິບັດ​ຕໍ່​ ຢ່າງເທົ່າ​ທຽມ​ກັນ.”

ແກນນໍາ ນປຊ ສອງຄົນ ທີ່ຖືກຈັບກັກຂັງ ແລະສານປະຕິເສດບໍ່ໃຫ້ປະກັນໂຕອອກມາ ເມື່ອວັນທີ 5 ພຶດສະພາ 2011.
ແກນນໍາ ນປຊ ສອງຄົນ ທີ່ຖືກຈັບກັກຂັງ ແລະສານປະຕິເສດບໍ່ໃຫ້ປະກັນໂຕອອກມາ ເມື່ອວັນທີ 5 ພຶດສະພາ 2011.

ພວກ​ປະ​ທ້ວງ​ເສື້ອ​ແດງ​ກ່າ​ວວ່າ
ລັດຖະບານ​ຍັງ​ສືບ​ຕໍ່​ປາບ​ປາມ​
ພວກ​ເຂົາ ເຈົ້າຢູ່​ຕະຫລອດ​ມາ
ຄື​ເມື່ອ​ບໍ່​ເທົ່າ​ໃດ​ອາທິດ​ຜ່ານ​ມາ​ນີ້
ຝ່າຍ​ທະຫານໄດ້​ປິດບັນດາສະຖາ
ນີວິທະຍຸ​ຊຸມຊົນ ທີ່ເປັນພັນທະ
ມິດກັບພວກ​ເສື້ອ​ແດງແລະ​ຈັບ
ພວກສະໜັບ​ສະ​ໜຸນ​ຝ່າຍ​ເສື້ອ​
ແດງຫລາຍຄົນໄປ​ກັກ​ຂັງໄວ້​ນໍາ.

ແຕ່​ໃດ​ໆມາແລ້ວ ​ໄທເປັນ​ປະ
ເທດ​ທີ່​ມີ​ປະວັດ​ການພົວພັນ​ດ້ານ
ການ​ເມືອງ ​ໂດຍ​ຝ່າຍ​ທະຫານ
ຫລາຍ​ທີ່​ສຸດ ໂດຍ​ມີ​ການກໍ່ລັດ​
ຖະ​ປະຫານ ຫລືພະຍາຍາມ​ທີ່
ຈະກໍ່​ລັດ​ຖະ​ປະຫານ 18 ​ເທື່ອ
ນັບ​ຕັ້ງ​ແຕ່ປີ 1932 ​ເປັນ​ຕົ້ນ​ມາ.
ເຖິງ​ແມ່ນໄດ້ມີ​ຂ່າວ​ລື​ວ່າທະຫານ​
ຈະ​ເຂົ້າແຊກແຊງ​ອີກ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກກຸ່ມ​ເສື້ອ​ແດງ​ຊະນະ​ການ​ເລືອກ​ຕັ້ງເທື່ອໜ້ານີ້
ພວກ​ນາຍ​ທະຫານ​ກອງທັບ​ໄທ​ກໍປະຕິເສດ​ ຕໍ່​ຂໍ້​ກ່າວ​ຫາ​ທີ່ວ່າ​ທະຫານ​ຈະກໍ່ລັດ​ຖະ​ປະຫານ​ ອີກ.

ທ່ານ​ທິຕິ​ນັນ ນັກວິ​ເຄາະ​ການ​ເມືອງ​ໃນ​ບາງກອກ​ ທໍານາຍ​ວ່າ ຖ້າ​ບໍ່ມີການ​ປານີ​ປານ​ອມ​ຈາກ​
ທັງ​ສອງ​ຝ່າຍ​ແລ້ວ ກໍ​ແມ່ນ​ຈະ​ບໍ່​ມີ​ວິທີ​ແກ້ໄຂ​ບັນຫາ​ຢ່າງ​ສັນຕິ​ໄດ້​ ຕໍ່​ສະພາບ​ການ​ຂັດ​ແຍ້​ງກັນ​
ທີ່ເປັນ​ໄປ​ຢູ່​ໃນ​ເວລາ​ນີ້​ ຊຶ່ງທ່ານທິຕິ​ນັນ​ກ່າວຕໍ່ໄປ​ວ່າ

“ຫລາຍໆ​ຄົນມີ​ຜົນປະໂຫຍດທີ່​ເຂົາ​ເຈົ້າ​ບໍ່​ຢາກ​ສູນ​ເສຍ ຢູ່​ໃນການຈັດ​ຕັ້ງ​ ກໍຄື
ລະບອບສັກດິນາທາງສັງຄົມ​ການ​ເມືອງ​ທີ່​ໄດ້​ຖືກຈັດ​ຕັ້ງ​ຂຶ້ນ​ມາ​ຢ່າງ​ໝັ້ນໜຽວ​
ແລ້ວ​ນັ້ນ ​ແລະ​ສະ​ນັ້ນ ມັນຈຶ່ງເປັນ​ການ​ຍາກຫລາຍ​ທີ່​ຈະ​ປະ​ຖິ້ມ​ໄປ ​ແລະ​ນອກ​ນີ້​
ແລ້ວ ຖ້າ​ຫາກ​ວ່າ​ເຮົາ​ປະ​ຖິ້ມລະບອບນັ້ນ​ໄປ​ທັງ​ໝົດ​ແລ້ວ ສິ່ງ​ທີ່​ຈະ​ມາ​ແທນ​ທີ່​
ກໍ​ອາດ​ຈະ​ຊໍ້າ​ຮ້າຍ​ໄປ​ກວ່າ​ນີ້ອີກ. ດັ່ງ​ນັ້ນ ແນວທາງ​ສາຍ​ກາງແບ​ບ​ໃດ​ແບບ​ນຶ່ງ
ຄວາມ​ປາ​ນີປານ​ອມກັນ​ຢູ່​ໃນ​ລະຫວ່າງ​ກາງ ​ແມ່ນຈະ​ເປັນວິທີ​ການ​ດີ​ທີ່​ສຸດ​ທີ່ຈະ
ກ້າວ​ໄປ​ຂ້າງ​ໜ້າ ​ໂດຍ​ທີ່​ທັງ​ສອງ​ຝ່າຍ​ຈະ​ຕ້ອງ​ຮັບ​ຮູ້​ໃນ​ຄວາມ​ຈໍາ​ເປັນ​ທີ່​ຈະ​
ຕ້ອງ​ປານີ​ປານ​ອມກັນ ​ແລະ​ຍື່ນ​ມື​ໄປຫາ​ອີກ​ຝ່າຍນຶ່ງ.”

ສໍາລັບ​ພາກສ່ວນ​ມະຫາຊົນ​ໄທ ມັນ​ເບິ່ງ​ຄື​ວ່າ​ມີ​ຄວາມ​ຫວັງໜ້ອຍຫລາຍ ທີ່​ວ່າ​ພວກ​ຜູ້​ນໍາ​
ດ້ານ​ການ​ເມືອງ ຈະ​ເຫັນ​ພ້ອມ​ກັບ​ການ​ປານີ​ປານ​ອມກັນເຊັ່ນ​ນັ້ນ​ໄດ້.

ການ​ສໍາ​ຫລວດ​ບັ້ນ​ນຶ່ງໃນປີ​ນີ້ ​ໂດຍ​ມູນ​ນິທິ​ເອ​ເຊຍ ຊຶ່ງ​ເປັນ​ອົງການ​ທີ່​ບໍ່ຫວັງ​ຜົນ​ກໍາ​ໄລ ຊີ້
ບອກວ່າ ພວກ​ຄົນ​ໄທ​ຫລາຍ​ກວ່າ 80 ​ເປີ​ເຊັນ ​ເຊື່ອວ່າການແຕກແຍກ​ດ້ານ​ການ​ເມືອງ​
ຂອງ​ປະ​ເທດ​ຊາດ​ ຈະ​ນໍາ​ໄປ​ສູ່​ການ​ກໍ່ຄວາມ​ຮຸນ​ແຮງ​ຕຶ່ມອີກ​.

XS
SM
MD
LG