ເສດຖະກິດຂອງໄທ ທີ່ຢູ່ພາຍໃຕ້ການດູແລບໍລິຫານໂດຍຝ່າຍທະຫານ ໃນໄລຍະ
3 ປີຜ່ານ ມາ ໄດ້ມີການຂະຫຍາຍຕົວຢ່າງສະໝໍ່າສະເໝີ ແຕ່ວ່າກໍລາກຫລັງ ຄູ່ແຂ່ງ
ໃນພາກພື້ນ ໃນຂະນະທີ່ຄວາມບໍ່ແນ່ນອນຍັງມີຢ່າງຫລວງຫລາຍ ຊຶ່ງເຮັດໃຫ້ນັກລົງ
ທຶນຕ່າງປະເທດ ບໍ່ກ້າເຂົ້າໄປລົງທຶນໃນປະເທດນັ້ນ.
ທະນາຄານໂລກ ແລະສະຫະປະຊາຊາດເວົ້າວ່າ ເສດຖະກິດໄທ ແມ່ນເຕີບໂຕຢູ່ໃນແລວ
ຊ້າເມື່ອທຽບກັບຄູ່ແຂ່ງໃນພາກພື້ນ ໂດຍທີ່ຄາດຄະເນວ່າຈະຢູ່ໃນລະດັບ 3.0 ເປີເຊັນໃນ
ໄລຍະ ປີ 2017 ຫາປີ 2019.
ຄະນະກໍາມາທິການດ້ານເສດຖະກິດ ແລະສັງຄົມຂອງສະຫະປະຊາຊາດ ສໍາລັບເຂດເອ
ເຊຍ ແລະປາຊີຟິກ ຫລື UNESCAP ເວົ້າວ່າ ພາບພົດຂອງການເຕີບໂຕທາງເສດຖະກິດ
ໄທ ແມ່ນກົງກັນຂ້າມກັບເສດຖະກິດຂອງກໍາປູເຈຍ ທີ່ຄາດວ່າ ຈະມີລະດັບການເຕີບໂຕ
8 ເປີເຊັນໃນປີ 2018, ມາເລເຊຍ 4.5 ເປີເຊັນ, ຟີລິບປິນ 7.0 ເປີເຊັນ ແລະຫວຽດນາມ 6.7 ເປີເຊັນ.
ການຟື້ນໂຕຄືນຢ່າງຊ້າໆຂອງເສດຖະກິດ ໄດ້ເລີ້ມມີມາແຕ່ປີ 2016 ຊຶ່ງແຕກຕ່າງກັນກັບ
ການຫລຸດລົງຢ່າງໜັກ ໃນປີ 2014 ທີ່ຢູ່ທ່າມກາງ ການເດີນຂະບວນທາງການເມືອງ ຢູ່
ກາງຖະໜົນຕ້ານລັດຖະບານຂອງທ່ານນາງ ຍິ່ງລັກ ຊິນນະວັດ ທີ່ໃນທີ່ສຸດພາໃຫ້ເກີດ
ການ ລັດຖະປະຫານນັ້ນ.
ສາມປີຕໍ່ມາ ການຟື້ນໂຕຄືນຂອງເສດຖະກິດໄດ້ກັບມາອີກ ໂດຍໄດ້ມີການຂະຫຍາຍຕົວ
ໃນລະດັບ 3.3 ເປີເຊັນ ໃນໄຕມາດທໍາອິດຂອງປີ 2017 ແລະນັກວິໄຈດ້ານທຸລະກິດ
ເວົ້າວ່າທ່າອ່ຽງດ້ານນີ້ ຍັງຈະດຳເນີນຕໍ່ໄປ.
ທ່ານ Krystal Tan, ນັກເສດຖະສາດເອເຊຍ ກັບພວກນັກວິໄຈ, Capital Economics,
ເວົ້າວ່າ ການຟື້ນໂຕທາງເສດຖະກິດດັ່ງກ່າວຍັງຈະມີສືບຕໍ່ໄປຢູ່. ທ່ານ Tan ກ່າວໃນການ
ໃຫ້ຄໍາເຫັນກ່ຽວກັບຕະຫລາດວ່າ “ສໍາລັບການເລີ້ມຕົ້ນຂະແໜງສົ່ງອອກສິນຄ້າຈະໄດ້ຮັບ
ຜົນປະໂຫຍດຈາກຄວາມຕ້ອງການສິນຄ້າຂ້ອນຂ້າງສູງຢູ່".
ອົງການ Capital Economics ເວົ້າວ່າ "ຄວາມສະຫງົບທາງການເມືອງໃນປັດຈຸບັນ"
ຊຶ່ງມີມາຕັ້ງແຕ່ທ້າຍປີ 2016 ໄດ້ໃຫ້ການສະໜັບສະໜຸນ ແກ່ຂົງເຂດເສະຖະກິດຕ່າງໆ
ເຊັ່ນ ການທ່ອງທ່ຽວ. ຄະນະກໍາມະການເສດຖະກິດຂອງອົງການສະຫະປະຊາຊາດ ຫລື
UNESCAP ເວົ້າຢູ່ໃນການສໍາຫລວດປະຈໍາປີ ເມື່ອໝໍ່ໆມານີ້ວ່າ "ພາຍຫລັງທີ່ມີປະຫວັດ
ການເຕີບໂຕທີ່ບໍ່ທຸ່ນທ່ຽງ ມາໄດ້ຫລາຍປີ ເສດຖະກິດຂອງໄທກໍໄດ້ມີທ່າແຮງກັບຄືນມາອີກ
ໃນປີ 2016.
ນັກເສດຖະສາດຂອງອົງການສະຫະປະຊາຊາດເວົ້າວ່າ ອົງປະກອບຫລັກທີ່ພາໃຫ້ມີການ
ເຕີບໂຕນັ້ນຄື "ລາຍຮັບຈາກການທ່ອງທ່ຽວທີ່ເພີ້ມຂຶ້ນຢ່າງໄວວາ” ພ້ອມທັງມາດຕະການ
ດ້ານການເງິນແລະງົບປະມານຂອງລັດ ໂດຍຜ່ານການໃຫ້ຢືມເງິນໃນດອກເບ້ຍຕໍ່າ ແລະ
ການຍົກເວັ້ນພາສີຊົ່ວຄາວແກ່ຊາວນາ ຊາວສວນ.