ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ເສ​ດຖະກິດ​ຂອງໄທ​ຫົດ​ຕົວ ໃນຂະນະທີ່​​ເງິນ​ບາດ ​ແຂງ​ຄ່າຂຶ້ນ


ເສ​ດຖະກິດ​ຂອງໄທ​ຫົດ​ຕົວ ໃນຂະນະທີ່​​ເງິນ​ບາດ ​ແຂງ​ຄ່າຂຶ້ນ
ເສ​ດຖະກິດ​ຂອງໄທ​ຫົດ​ຕົວ ໃນຂະນະທີ່​​ເງິນ​ບາດ ​ແຂງ​ຄ່າຂຶ້ນ

ທາງການ​ໄທກ່າວ​ວ່າ ເສດຖະກິດ​ຂອງ​ປະ​ເທດ​ແມ່ນ​ໄດ້​ຫົດ​ຕົວ​ເຂົ້າ​ເລັກ​ນ້ອຍໃນ​ຊ່ວງ​ 3 ​ເດືອນ​ທີ່​ສິ້ນ​ສຸດ​ລົງ​ໃນທ້າຍ​ເດືອນ​ກັນຍານັ້ນ ​ເຮັດໃຫ້​ເປັນໄຕ​ມາດ​ທີ່​ສອງ​ລຽນຕິດ ທີ່​ເສດຖະກິດ​ຫົດ​ຕົວ​ເຂົ້າ.

ຜົນຕົວ​ເລກ​ທີ່​ຫາ​ກໍ​ອອກມາ​ໃນວັນ​ຈັນ​ມື້ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ GDP ຫລື​ຜົນ​ຜະລິດ​ໂຮມ​ພາຍ​ໃນ​ປະ​ເທດ​ທັງ​ໝົດ ​ໄດ້ຫລຸດ​ລົງ 0.2% ​ໃນ​ຊ່ວງ 3 ​ເດືອນດັ່ງ ກ່າວ ລຸນ​ຫລັງ​ທີ່​ໄດ້​ຫລຸດ​ລົງ 0.6% ໃນ​ຮອບ 3 ​ເດືອນກ່ອນ​ນັ້ນ. ​ການ​ຫົດ​ຕົວ​ເຂົ້າຂອງ​ເສດຖະກິດ​ສອງໄຕ​ມາດ​ລຽນ​ຕິດ​ ​ຖື​ວ່າ​ເປັນ​ການ​ບົ່ງ​ບອກ​ເຖິງສະພາວະ ເສດຖະກິດ​ຕົກ​ຕໍ່າ.

ການ​ຊັກ​ຊ້າ​ລົງ​ນີ້ມີ​ຂຶ້ນ ​ໃນ​ຂະນະ​ທີ່​ປະ​ເທດ​ອື່ນໆ​ໃນ​ຂົງ​ເຂດມີ​ການຈະ​ເຣີນ​ເຕີບໂຕ​ຢ່າງ​ແຂງ​ແຮງ ນຳໜ້າໂດ​ຍສິງກະ​ໂປ ທີ່​ທໍານາຍ​ວ່າ​ເສດຖະກິດ​ຂອງ​ຕົນ​ຈະ​ມີ​ການ ຂະ​ຍາຍຕົວຮອດ​ 15% ​ປີ​ໃນ​ປີ​ນີ້. ທາງການ​ໄທຖິ້ມ​ໂທດການຫົດຖອຍ​ຂອງ​ເສ​ດຖະກິດ​ ໃສ່​ກາ​ນສົ່ງ​ອອກ​ທີ່​ອ່ອນ​ຕົວ​ລົງ ແລະເງິນ​ບາດ​ແຂງ​ຄ່າຂຶ້ນ​ນັ້ນ.

ແຕ່​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ, ພວກ​ນັກວິ​ເຄາະ​ໃຫ້​ຂໍ້​ສັງ​ເກດ​ວ່າ ເສດຖະກິດຂອງ​ໄທ​ຍັງແຂງ
ແຮງກວ່າ​ປີ​ທີ່​ຜ່ານ​ມາ. GDP ສໍາລັບ​ຊ່ວງເດືອນກໍລະກົດ​ເຖິງ​ເດືອນ​ກັນຍາ​ນັ້ນ ​ແມ່ນ 6.7% ສູງ​ກວ່າ​ຊ່ວງ​ດຽວ​ກັນ​ໃນ​ປີ​ທີ່​ແລ້ວ.

XS
SM
MD
LG